ຈີນອອກກົດບັງຄັບ ຫ້າມໃຫ້ຄູ-ອາຈານ ຕີ ຫຼື ດ່ານັກຮຽນປະຖົມ ແລະ ມັດທະຍົມ


ສຳນັກຂ່າວຊິນຫົວລາຍງານວ່າ ຈີນໄດ້ໃຊ້ກົດໝາຍໃໝ່ໃນການກຳກັບວິທີການຄວບຄຸມລະບຽບວິໄນໃນໂຮງຮຽນ ໂດຍຫ້າມຄູ-ອາຈານ ລົງໂທດຮ່າງກາຍ ແລະ ໃຊ້ຄຳເວົ້າດ້ານລົບໃຫ້ແກ່ນັກຮຽນປະຖົມ ແລະ ມັດທະຍົມ.

ນັບຕັ້ງແຕ່ເດືອນທັນວາປີທີ່ຜ່ານມາມີຂໍ້ບັງຄັບແບບທົດລອງທີ່ເຜີຍແຜ່ໂດຍກະຊວງສຶກສາທິການຂອງຈີນ ເຊິ່ງມີດັ່ງນີ້:

  • ຫ້າມລົງໂທດຮ່າງກາຍນັກຮຽນ
  • ຫ້າມໃຊ້ຄຳເວົ້າທີ່ຮຸນແຮງກະທົບທາງຈິດໃຈນັກຮຽນ
  • ບໍ່ໃຫ້ໃຊ້ການລົງໂທດໃນການບັງຄັບໃຫ້ແຍກໂຕໄປຢູ່ຫ້ອງດ່ຽວ
  • ຫ້າມໃຫ້ຄູ-ອາຈານ ລົງໂທດໃຫ້ນັກຮຽນຢືນແບບບໍ່ເໜັງຕີງ ໃນກາງເດີ່ນ ຫຼື ສະຖານທີ່ໃນໂຮງຮຽນ

ຂໍ້ບັງຄັບດັ່ງກ່າວນີ້ແມ່ນສ້າງຂຶ້ນເພື່ອຄຳນຶງເຖິງຄວາມຍຸຕິທຳ, ຖືວ່າເປັນການເຝິກໃຫ້ຄູ-ອາຈານ ມີການປະພຶດທີ່ດີຕໍ່ນັກຮຽນ ແລະ ຈີນໄດ້ຮຽກຮ້ອງໃຫ້ມີການລົງໂທດນັກຮຽນທີ່ຜິດກົດລະບຽບ ແບບສົມເຫດສົມຜົນ ພ້ອມຮຽກຮ້ອງໃຫ້ທາງໂຮງຮຽນມີລະບຽບວິໄນທີ່ຊັດເຈນຂຶ້ນ ເນື່ອງຈາກວ່າເກີດກໍລະນີໃຊ້ວິທີການລົງໂທດ ທີ່ກໍ່ໃຫ້ເກີດເປັນເລື່ອງໃຫຍ່.

ໂດຍເດັກນ້ອຍທີ່ເຮັດຜິດບໍ່ຫຼາຍ ຈະມີເງື່ອນໄຂໃຫ້ລົງໂທດບໍ່ໜັກເຊັ່ນ:

  • ການຂໍໂທດດ້ວຍຄຳເວົ້າ
  • ຂຽນເປັນລາຍລັກອັກສອນ
  • ປັດກວາດຫ້ອງຮຽນ ເປັນຕົ້ນ

ຄວາມຜິດຮ້າຍແຮງແມ່ນຈະໃຊ້ກັບນັກຮຽນປະຖົມປີສຸດທ້າຍ ລວມທັງນັກຮຽນມັດທະຍົມຕົ້ນ-ປາຍ, ໂດຍວິທີການຄວບຄຸມລະບຽບວິໄນຈະໄດ້ພັກການຮຽນ ຫຼື ອາຈານຕ້ອງໃຫ້ຄຳປຶກສາແກ່ນັກຮຽນ ແລະ ແກ້ໄຂໃຫ້ນັກຮຽນມີພຶດຕິກຳທີ່ດີຂຶ້ນ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/XinhuaNewsAgency.th/photos/a.1660406490842033/2890251014524235/