ງູເສຍຫຼັກຕົກລົງໜອງນໍ້າທີ່ມີຄວາມສູງ ຈົນຂຶ້ນຝັ່ງບໍ່ໄດ້ ສຸດທ້າຍກູ້ໄພໄດ້ມາຊ່ວຍ


ງູ ເປັນສັດທີ່ຫຼາຍຄົນຢ້ານ ແລະ ບໍ່ກ້າເຂົ້າໄປໃກ້ ແຖມບາງໂຕຍັງມີນິໄສໃຈຮ້າຍ ພ້ອມມີພິດໃນໂຕຂອງມັນ, ບາງຄັ້ງໜ້າຕາຂອງມັນອາດຈະບໍ່ເປັນມິດກັບສັດຊະນິດອື່ນ ຫຼື ສັດປະເພດດ້ວຍກັນກໍມີ ແຕ່ມັນກໍຍັງມີບາງມຸມ ທີ່ມີຄວາມອ່ອນແອ ແລະ ບໍ່ສາມາດຊ່ວຍໂຕເອງໄດ້ໃນເຫດການໃດໜຶ່ງ.

ເຫດການນີ້ແມ່ນເກີດຂຶ້ນທີ່ປະເທດອິນເດຍ ເມືອງ Ahmednagar, ງູ 3 ໂຕໄດ້ຕົກລົງໄປໃນໜອງນໍ້າທີ່ມີຄວາມເລິກ ແລະ ສູງຊັນຫຼາຍ, ແລະ ຝັ່ງໜອງນ້ຳນັ້ນກໍມີຄວາມມື່ນ ເລີຍເຮັດໃຫ້ງູທີ່ຕົກລົງໄປ ພະຍາຍາມຂຶ້ນໃນທ່າໃດກໍຂຶ້ນບໍ່ໄດ້.

ເມື່ອເປັນດັ່ງນັ້ນແລ້ວ ທາງໜ່ວຍກູ້ໄພຈຶ່ງໄດ້ພາກັນມາຊ່ວຍງູທັງ 3 ໂຕໃນສະຖານທີ່ດັ່ງກ່າວ, ແນ່ນອນຢູ່ແລ້ວວ່າມັນເປັນສັດທີ່ໃຜກໍຢ້ານ ແລະ ບໍ່ຄາດຄິດວ່າກູ້ໄພຈະຊ່ວຍງູ, ພ້ອມດຽວກັນນັ້ນ ຫຼາຍຄົນບໍ່ຄິດທີ່ຈະເອົາໂຕໄປສ່ຽງກັບສັດປ່າໃນທີ່ຮ້າຍແບບນີ້ ແຕ່ທາງກູ້ໄພກໍໃຈດີໄດ້ໂດດລົງໄປຊ່ວຍງູ ພ້ອມໃຊ້ວິທີຕ່າງໆ ເພື່ອໃຫ້ໂຕງູຂຶ້ນມາເທິງຝັ່ງໄດ້ ແລະ ໃນທີ່ສຸດກູ້ໄພກໍໄດ້ຊ່ວຍງູໄດ້ຢ່າງປອດໄພ.

ຖືໄດ້ວ່າເປັນການຊ່ວຍເຫຼືອຂອງກູ້ໄພ ແມ່ນຈະບໍ່ເລືອກເຟັ້ນ ບໍ່ວ່າຈະເປັນຄົນ ຫຼື ສັດ. ນອກຈາກນີ້ ກໍໄດ້ເຮັດການຊ່ວຍເຫຼືອສັດທຸກປະເພດ ທີ່ຕົກຢູ່ໃນເຫດການທີ່ບໍ່ສາມາດຊ່ວຍຕົນເອງໄດ້ເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:

15 เหตุการณ์คนช่วยชีวิตสัตว์ที่คุณต้องทึ่ง (ผู้กล้าตัวจริง) – YouTube

https://fb.watch/46YhD_UrbW/  (Wildife Rescue Society ສະມາຄົມຊ່ວຍເຫຼືອສັດປ່າ)