ເກົາຫຼີໃຕ້ເຜີຍສາເຫດໄຟໄໝ້ເຮືອນກວ່າ 100 ຫຼັງພາຍໃນໄລຍະ 3 ປີ ແມ່ນມາຈາກ ແມວ!


ໄຟ້ໄໝ້ ບໍ່ວ່າຈະເກີດຂຶ້ນໃນສະຖານທີ່ໃດ ກໍຖືວ່າເປັນເລື່ອງທີ່ເປັນຕາຢ້ານແລະບໍ່ມີໃຜຢາກໃຫ້ເກີດຂຶ້ນຢ່າງແນ່ນອນ. ແຕ່ຖ້າມື້ໃດມື້ໜຶ່ງມັນເກີດຂຶ້ນກັບເຮືອນຂອງເຈົ້າ ໂດຍມີສາເຫດມາຈາກສັດທີ່ລ້ຽງໄວ້ນັ້ນຈະເຊື່ອຫຼືບໍ່ ແຕ່ຖ້າຫາກເຈົ້າບໍ່ເຊື່ອເນື້ອຫາຕໍ່ໄປນີ້ອາດຈະເຮັດໃຫ້ເຈົ້າປ່ຽນແນວຄິດກໍໄດ້ ເພາະທາງເກົາຫຼີໃຕ້ໄດ້ອອກມາເຜີຍສາເຫດຂອງໄຟໄໝ້ເຮືອນ 100 ກວ່າຫຼັງພາຍໃນໄລຍະ 3 ປີ ແມ່ນມາຈາກ ແມວ!

ລາຍງານຈາກ CNN ໂດຍອ້າງອີງຈາກ ຖະແຫຼງການຂອງໜ່ວຍງານດັບເພີງ ແລະ ໄພພິບັດ ປະຈຳ ນະຄອນໂຊລ ຂອງປະເທດເກົາຫຼີໃຕ້ ໄດ້ເປີດເຜີຍສາເຫດຂອງຄະດີໄຟໄໝ້ໃນນະຄອນໂຊລ 107 ຫຼັງ ໃນໄລຍະ 3 ປີທີ່ຜ່ານມາເຊິ່ງນັບຕັ້ງແຕ່ເດືອນ ມັງກອນປີ 2019 ຍາວຈົນຮອດ ເດືອນພະຈິກ 2021 ພົບວ່າຜູ້ກໍ່ເຫດຫຼັກແມ່ນ “ແມວ” ທີ່ລ້ຽງເອົາໄວ້.

ໂດຍລາຍງານ ໄດ້ລະບຸວ່າສາເຫດຫຼັກຂອງເຫດການໄຟໃໝ້ເຮືອນຕ່າງໆ ແມ່ນມາຈາກ ຄວາມບໍ່ຢູ່ລ້າໆ ຂອງແມວ ເຊັ່ນ ມັນມັກແລ່ນໄປທົ່ວເຮືອນ ໂດດໄປມາ ແລ້ວບັງເອີນໄປໝຸນປຸ່ມເຕົາອົບ ຫຼື ກົດປຸ່ມເຕົາໄຟຟ້າໂດຍທີ່ບໍ່ໄດ້ຕັ້ງໃຈ ແຕ່ນັ້ນມັນສົ່ງຜົນໃຫ້ເກີດຄວາມຮ້ອນຂຶ້ນມາ. ເມື່ອເກີດຄວາມຮ້ອນສະສົມແລ້ວບໍ່ມີຄົນຄວບຄຸມ ຫຼື ເຈົ້າຂອງບໍ່ຢູ່ເຮືອນ ສະນັ້ນຈຶ່ງນຳໄປສູ່ການລຸກໄໝ້ຈົນເຮັດໃຫ້ເຮືອນໝົດຫຼັງເກີດອັກຄີໄພໄດ້ນັ້ນເອງ.

ຈາກການໃຫ້ສຳພາດຂອງເຈົ້າໜ້າທີ່ຈາກໜ່ວຍງານດັບເພີງ Chung Gyo Chul ລະບຸເອົາໄວ້ວ່າ “ໄຟໄໝ້ທີ່ເກີດຈາກແມວນັ້ນເກີດຂຶ້ນໄດ້ຖີ່ຂຶ້ນ ເຮົາຂໍແນະນຳໃຫ້ເຈົ້າຂອງເຮືອນທີ່ລ້ຽງສັດ ຕ້ອງໝັ່ນໃສ່ໃຈ ແລະ ຄຳນຶງເຖິງເຫດທີ່ບໍ່ຄາດຝັນ ທີ່ອາດຈະເກີດຂຶ້ນເມື່ອບໍ່ມີຄົນຢູ່ເຮືອນ”.

ທາງໜ່ວຍງານຍັງແນະນຳໃຫ້ເຈົ້າຂອງເຮືອນຫຼີກເວັ້ນເຫດການທີ່ຈະເກີດແບບບໍ່ຄາດຄິດ ດ້ວຍການພະຍາຍາມປ້ອງກັນຢ່າງເຖິງທີ່ສຸດ ບໍ່ວ່າຈະເປັນການກັ້ນຫ້ອງຄົວອອກຈາກບໍລິເວນທີ່ແມວຢູ່ອາໄສ, ການນຳວັດຖຸໄວໄຟ ເຊັ່ນ ເຈ້ຍອະນາໄມ ຫຼື ນ້ຳມັນ ອອກໄປໃຫ້ຫ່າງຈາກບໍລິເວນເຕົາ ຫຼື ເຕົາອົບທີ່ອາດຈະເກີດຄວາມຮ້ອນສູງ ແລະ ແນະນຳໃຫ້ໃຊ້ເຕົາໄຟຟ້າທີ່ມີຄໍາສັ່ງລັອກອັດຕະໂນມັດເພື່ອປ້ອງກັນຄວາມສ່ຽງຈາກໄຟໄໝ້.

ທາງ CNN ຍັງເຜີຍຂໍ້ມູນຈາກໜ່ວຍງານຈາກທາງສະຫະລັດອາເມຣິກາ ໂດຍລະບຸວ່າເຫດການໄຟໄໝ້ຫຼາຍກວ່າ 1,000 ຄັ້ງໃນສະຫະລັດອາເມຣິການັ້ນ ກໍມີສ່ວນກ່ຽວຂ້ອງກັບສັດລ້ຽງດ້ວຍເຊັ່ນກັນ.

ນອກນີ້ ທາງສະຫະລັດອາເມຣິກາກໍມີການເຕືອນໃຫ້ເຈົ້າຂອງເຮືອນຮູ້ເຖິງໄພໃກ້ຕົວທີ່ອາດຈະເກີດຂຶ້ນຈາກສັດລ້ຽງ ແລະ ພະຍາຍາມຫາທາງປ້ອງກັນ ບໍ່ໃຫ້ສັດລ້ຽງ ເຊັ່ນ ແມວຫຼືໝາ ເຂົ້າໄປໃນບໍລິເວນທີ່ສຸ່ມສ່ຽງຕໍ່ການເຮັດໃຫ້ເກີດໄຟໄໝ້ອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/