ຈຸດຈົບຂອງສາຍແຂງ ຈາກກະແສຂອງການແຊ່ເບຍໃນໂລງເຢັນ ສຸດທ້າຍເມົາເກີນພໍດີຖືກຕີຫົວແຕກ!


ເຫດການນີ້ການຂຶ້ນທີ່ປະເທດໄທ ຈາກກໍລະນີຂອງ ທ້າວ ຊະຍຸດພົງ ອາຍຸ 23 ປີເຈົ້າຂອງຮ້ານ ຫີບສົບ ແລະ ໂລງເຢັນ ທີ່ຕັ້ງຢູ່ຈັງຫວັດເພດຊະບູນ ປະເທດໄທ ໄດ້ໂພສຄລິບວິດີໂອໃນຂະນະທີ່ນຳເອົາເບຍໄປແຊ່ໃນໂລງເຢັນ ລົງໃນແພັດຟອມ TikTok ຈົນກາຍເປັນກະແສໃນໂລກໂຊຊ່ຽວ ຈາກວິດີໂອດັ່ງກ່າວເຮັດໃຫ້ຫຼາຍຄົນເກີດອາການຫຼອນຕາມ ພຽງແຕ່ຂ້າມຄືນກໍມີຄົນກົດເຂົ້າໄປເບິ່ງເປັນລ້ານກວ່າຄັ້ງ.

ສຳລັບໂລງເຢັນທັງໝົດເປັນໂລງເຢັນໃໝ່ທີ່ຫາກໍເຮັດແລ້ວ ແລະ ກຽມສົ່ງໃຫ້ລູກຄ້າ ໂດຍບັງເອີນກົງກັບວັນທີ 31 ທັນວາ  ເຊິ່ງເປັນວັນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ທາງຍາດຕິພີ່ນ້ອງຈຶ່ງໄດ້ຊື້ເບຍມານັ່ງດື່ມກິນລ້ຽງສັງສັນກັນຢູ່ທີ່ເຮືອນ ໂດຍມີ ທ້າວ ເດັດ ອາຍຸ 38 ເປັນຄົນນຳເບຍໄປແຊ່ໃນໂລງເຢັນ ຕາມທີ່ປາກົດໃນຄລິບວິດີໂອດັ່ງກ່າວ ເພາະນອກຈາກຈະໄດ້ເບຍວຸ້ນເຢັນໆພາຍໃນ 3 ຊົ່ວໂມງແລ້ວ ຍັງເປັນການທົດສອບລະບົບໄຟແລະຄວາມເຢັນຂອງໂລງໄປໃນຕົວວ່າມັນໃຊ້ງານໄດ້ປົກກະຕິຫຼືບໍ່.

ທ້າວ ເດັດ ຫຼັງຈາກທີ່ດື່ມເບຍແລ້ວ ກໍໄດ້ເດີນທາງກັບເຮືອນຕາມປົກກະຕິ ແຕ່ປາກົດວ່າໃນຄັ້ງນີ້ ທ້າວເດັດ ດື່ມຫຼາຍໄປພໍສົມຄວນ ເຮັດໃຫ້ເມື່ອກັບຮອດເຮືອນ ຈື່ງເກີດມີການຜິດຖຽງກັບແມ່ ຈົນແມ່ທົນບໍ່ໄຫວໃຊ້ສາກ ຕີໃສ່ທີ່ຫົວ ຈົນເຮັດໃຫ້ຫົວແຕກເລືອດໄຫຼອາບໜ້າ ຕາມທີ່ເຫັນໃນຮູບ.

ຢ່າງໃດກໍຕາມ ທ້າວ ເດັດ ກໍຍັງຍິ້ມອອກ ບໍ່ໄດ້ຖືໂທດແມ່ ແລະຍັງບອກວ່າຕົນເອງກັບແມ່ຍັງຮັກກັນດີ ແລະຢາກຝາກເຖິງຄົນທີ່ມັກດື່ມເຄື່ອງດື່ມແອລກໍຮໍ ທຸກຊະນິດວ່າ ຄວນດື່ມຢ່າງມີສະຕິ ບໍ່ຄວນດື່ມເກີນກຳລັງ ເພາະມັນອາດເກີດສິ່ງທີ່ບໍ່ຄາດຝັນໄດ້ຕະຫຼອດເວລາ ແລະ ທີ່ສຳຄັນເມົາແລ້ວຢ່າຂັບລົດ.

ເບິ່ງວິດີໂອໄດ້ທີ່: https://cutt.ly/hUFIIhD

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/