ວົງການມັງງະ ຖືກລະເມີດລິຂະສິດເຖິງ 26 ເທົ່າ! ພາໃຫ້ຂາດທຶນຫຼາຍລ້ານໂດລາ


ເປັນເລື່ອງທີ່ໜ້າເສົ້າໃຈ ສໍາລັບວົງການມັງງະຍີ່ປຸ່ນ ທີ່ເວັບໄຊລະເມີດລິຂະສິດມັງງະ ແລະ ກາຕູນ ເກີດຂຶ້ນເປັນຈໍານວນຫຼວງຫຼາຍ ແລະ ເປັນໜຶ່ງໃນບັນຫາທີ່ໃຫຍ່ທີ່ສຸດຂອງຜູ້ຈັດພິມມັງງະ, ເຖິງວ່າປະເທດຍີ່ປຸ່ນຈະເຂັ້ມງວດກັບການລະເມີດລິຂະສິດ, ແຕ່ຕົວເລກກໍບໍ່ໄດ້ໜ້ອຍລົງເລີຍ, ຫາກແຕ່ຍິ່ງເພີ່ມຂຶ້ນຫຼາຍເທົ່າ.

The Authorized Books of Japan (ABJ) ເປັນກຸ່ມຕໍ່ຕ້ານທີ່ສ້າງໂດຍສໍານັກພິມມັງງະ ໄດ້ຮວບຮວມເວັບໄຊທີ່ລະເມີດລິຂະສິດມັງງະຍີ່ປຸ່ນຫຼາຍກວ່າ 400 ແຫ່ງ, ໂດຍເລີ່ມຕັ້ງແຕ່ການແຜ່ລະບາດຂອງພະຍາດ ໂຄວິດ-19 ເປັນຕົ້ນມາ, ພຽງ 3 ອັນດັບທໍາອິດ ຍັງມີຜູ້ເຂົ້າເບິ່ງຫຼາຍກວ່າ 326 ລ້ານຄັ້ງ ຕໍ່ເດືອນ, ເປັນເຫດໃຫ້ອົງກອນຜູ້ຜະລິດ ໃນປີ 2020 ຂາດທຶນໄປປະມານ 210.000 ລ້ານເຢນ (ປະມານ 1.80 ພັນລ້ານໂດລາສະຫະລັດ), ສ່ວນປີ 2021 ນັ້ນ ເສຍກໍາໄລໄປ 6.77 ພັນລ້ານໂດລາສະຫະລັດ ປະມານ 26 ເທົ່າ!

ເຖິງວ່າມັງງະ ແລະ ກາຕູນຍອດນິຍົມ ເຊັ່ນເລື່ອງ ‘Demon Slayer’ ຈະເຮັດຍອດຂາຍສູງສຸດເປັນປະຫວັດສາດໃນຍີ່ປຸ່ນ ເຖິງ 612 ພັນລ້ານເຢນ (5.32 ພັນລ້ານໂດລາສະຫະລັດ) ແຕ່ການເພີ່ມຂຶ້ນຂອງການລະເມີດລິຂະສິດກໍຍັງສູງຄືເກົ່າ, ພາໃຫ້ນັກແຕ້ມກາຕູນໜ້າໃໝ່ທີ່ມີຄວາມສາມາດ ບໍ່ຖືກຕີພິມຜົນງານໃນວາລະສານຕ່າງໆໄດ້, ຫາກແຕ່ແຕ້ມໄດ້ສະເພາະອອນລາຍເທົ່ານັ້ນ.

Demon Slayer -Kimetsu no Yaiba- The Hinokami Chronicles | PlayStation

ແຕ່ຫຼ້າສຸດ ກໍມີຂ່າວວ່າ ສໍານັກພິມ ແລະ ແພັດຟອມ streaming ຫຼາຍກວ່າ 10 ປະເທດ ທັງຍີ່ປຸ່ນ, ເຂດອາເມລິກາ ແລະ ຈີນ ໄດ້ກຽມຈັດຕັ້ງອົງກອນທີ່ໃຊ້ຕໍ່ສູ້ກັບເຄື່ອງເຖື່ອນທັງຫຼາຍ ຂຶ້ນມາ ເພື່ອຄວບຄຸມການລະເມີດລິຂະສິດມັງງະ ແລະ ອະນິເມະໂດຍສະເພາະ, ເຊິ່ງອົງກອນໃໝ່ຄາດວ່າຈະເປີດຕົວ ໃນເດືອນເມສານີ້ ແລະ ດໍາເນີນການໂດຍ Content Overseas Distribution Association (CODA) ຂອງຍີ່ປຸ່ນ ແລະ ຈະມີບໍລິສັດຍີ່ປຸ່ນ 32 ແຫ່ງ ລວມໄປເຖິງຜູ້ຈັດພິມລາຍໃຫຍ່ Kodansha ຂອງຍີ່ປຸ່ນ, ສະມາຄົມຮູບເງົາແຫ່ງອາເມລິກາ ເຊິ່ງມີ ສະມາຊິກ 6 ຄົນ ລວມເຖິງ Netflix ແລະ ສະມາຄົມລິຂະສິດແຫ່ງປະເທດຈີນ ເຊິ່ງມີສະມາຊິກປະມານ 450​ຄົນ  ຈະເຂົ້າຮ່ວມໃນຄັ້ງນີ້ນໍາ.

ຄາດວ່າການເອົາຈິງເອົາຈັງໃນຄັ້ງນີ້ ຈະຊ່ວຍໃຫ້ບັນຫາຕ່າງໆຫຼຸດຜ່ອນລົງໄດ້ບໍ່ຫຼາຍກໍໜ້ອຍ, ແຕ່ຖ້າຢາກໃຫ້ບັນຫາການລະເມີດລິຂະສິດເຫຼົ່ານີ້ໝົດໄປໄວໆ ບັນດາຜູ້ອ່ານ ກໍຄືພວກເຮົານັກອ່ານນັກຊົມທັງຫຼາຍ ກໍຈົ່ງຊ່ວຍກັນສະໜັບສະໜູນສິນຄ້າຖືກລິຂະສິດຂອງແທ້, ຖືກກົດໝາຍ, ເພື່ອໃຫ້ນັກຂຽນນັກແຕ້ມນັກສ້າງສັນ ຜະລິດຜົນງານມ່ວນໆມາໃຫ້ພວກເຮົາໄດ້ເບິ່ງໄດ້ຊົມກັນຍາວໆ ຕໍ່ໄປໃນອະນາຄົດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/