ນາຍົກ Sudan ປະກາດລາອອກ ຫຼັງຈາກເກີດການປະທ້ວງໃຫຍ່ ຕໍ່ເງື່ອນໄຂການຮ່ວມປົກຄອງປະເທດກັບທະຫານ


ກອງກຳລັງທະຫານໄດ້ເຂົ້າປົກຄອງປະເທດ Sudan ແລະ ເຂົ້າຈັບກຸມ Abdalla Hamdok ເມື່ອເດືອນຕຸລາທີ່ຜ່ານມາ ແຕ່ຜ່ານຂໍ້ຕົກລົງສັນຍາຂອງທັງສອງ, Abdalla ຈຶ່ງໄດ້ກັບມາຮັບຕຳແໜ່ງນາຍົກລັດຖະມົນຕີອີກ ໂດຍເງື່ອນໄຂແມ່ນການປົກຄອງປະເທດຮ່ວມກັບຫົວໜ້າຂອງຝັ່ງທະຫານ.

ທາງຜູ້ປະທ້ວງຫຼາຍພັນຄົນໄດ້ອອກມາສະແດງຄວາມບໍ່ພໍໃຈຕໍ່ເງື່ອນໄຂນີ້ທີ່ເມືອງ Omdurman ເມື່ອວັນອາທິດທີ່ຜ່ານມາ. ພວກເຂົາກ່າວວ່າຕ້ອງການໃຫ້ເປັນຝ່າຍພົນລະເມືອງທີ່ປົກຄອງທາງການເມືອງໂດຍທັງໝົດ. ໂດຍການຮ້ອງໃສ່ວ່າ “ອຳນາດໃຫ້ແກ່ປະຊາຊົນ” ພ້ອມທັງບອກໃຫ້ຝ່າຍທະຫານຢຸດກ່ຽວຂ້ອງກັບການເມືອງ.

ຫຼັງຈາກຖືກແຮງກົດດັນຈາກທັງສອງຝ່າຍ ແລະ ມີລາຍງານວ່າມີຜູ້ປະທ້ວງ 2 ຄົນຖືກສັງຫານຈົນເສຍຊີວິດໂດຍທີມກອງກຳລັງປ້ອງກັນ. Abdalla Hamdok ກໍໄດ້ຕັດສິນໃຈ ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີທັນທີ. ໂດຍລາວໄດ້ກ່າວວ່າ ຕົນນັ້ນພະຍະຍາມຈະຊ່ວຍເຫຼືອປະເທດບໍ່ໃຫ້ມັນເດີນໄປທາງທີ່ເສື່ອມ ແຕ່ກໍເຮັດບໍ່ໄດ້. ລາວໄດ້ສະແດງຄວາມລົ້ມເຫຼວຂອງຕົນເອງໃນຖານະນາຍົກລັດຖະມົນຕີ ພ້ອມດ້ວຍກ່າວບອກວ່າຕົນເອງຈະອອກຈາກຕຳແໜ່ງເພື່ອໃຫ້ໃຜກໍໄດ້ ບໍ່ວ່າຍິງ ຫຼື ຊາຍທີ່ເໝາະສົມໃນການຊ່ວຍເຫຼືອປະເທດໃຫ້ກ້າວເຂົ້າສູ່ການເປັນປະຊາທິປະໄຕເຕັມຕົວ.

ມີຜູ້ປະທ້ວງໄດ້ເສຍຊີວິດກວ່າ 50 ຄົນ ຫຼັງຈາກການຂຶ້ນລັດຖະປະຫານ ລວມໄປເຖິງອີກ 2 ຄົນທີ່ເສຍຊີວິດເມື່ອວັນອາທິດທີ່ຜ່ານມາ. ຂະນະທີ່ຫົວໜ້າທະຫານຢ່າງ Gen Abdel Fattah al-Burhan ກໍໄດ້ອອກມາຕອບໂຕ້ວ່າພວກເຂົາພຽງປ້ອງກັນສົງຄາມພາຍໃນ ທີ່ກຳລັງຈະລະເບີດອອກມາ. ພ້ອມກ່າວວ່າພວກເຂົາຍັງຄົງປົກຄອງ Sudan ຕໍ່ໄປເພື່ອກະກຽມການປ່ຽນໃຫ້ເກີດການປົກຄອງໂດຍພົນລະເມືອງ ທີ່ຈະຜ່ານການເລືອກຕັ້ງໃນເດືອນ ກໍລະກົດ ປີ 2023. ຝ່າຍພົນລະເມືອງ ແລະ ຜູ້ນຳທະຫານໄດ້ມີບັນຫາການຮ່ວມການປົກຄອງປະເທດ ໃນການຈະໃຫ້ກ້າວໄປສູ່ປະຊາທິປະໄຕຕັ້ງແຕ່ປີ 2019 ຫຼັງຈາກທີ່ໄດ້ລົ້ມລ້າງອຳນາດການປົກຄອງຂອງ ປະທານ Omar al-Bashir.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/