ກ້າວໜ້າກ້າວໄກ! ສປປ ລາວ ເລີ່ມກາຍເປັນສູນກາງໂລຈິສຕິກຂອງຫຼາຍປະເທດໃນປີ 2022


ຍຸດທະສາດຂອງ ສປປ ລາວ ໃນການຫັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ ເຊື່ອມຈອດໃນພາກພື້ນ ເລີ່ມເປັນຮູບປະທໍາແລ້ວ ພາຍຫລັງເປີດນໍາໃຊ້ທາງລົດໄຟລາວ-ຈີນ. ຂະນະທີ່ ໂຄງການວຽງຈັນໂລຈິສຕິກພາກ (Vientiane Logistics Park) ຈະກາຍເປັນຖານການຄ້າຂະໜາດໃຫຍ່ທີ່ສາມາດເຊື່ອມໂຍງເຊື່ອມຈອດກັບໂລກແລະພາກພື້ນດ້ານການຄ້າໄດ້ ແລະ ຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວຢ່າງຫຼວງຫຼາຍ.

ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນໂລຈິສຕິກພາກ ໃຫ້ສໍາພາດຕໍ່ສື່ມວນຊົນຜ່ານໂທລະພາບລາວແຫ່ງຊາດໃນວັນທີ 31 ທັນວາ 2021 ວ່າ: ວຽງຈັນໂລຈິສຕິກພາກ ເປັນໜຶ່ງຂອງໂຄງການໂລຈິສຕິກລິ້ງ ທີ່ເປັນຍຸດທະສາດຂອງລັດຖະບານວ່າດ້ວຍການຫັນປະເທດບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງການຄ້າ ແລະການບໍລິການການຄ້າຜ່ານແດນ. ໂດຍສະເພາະທ່າບົກ-ທ່ານາແລ້ງນະຄອນຫຼວງວຽງຈັນທີ່ຢູ່ໃນໂຄງການວຽງຈັນໂລຈິສຕິກພາກ ຍັງສາມາດເຊື່ອມໂຍງເຂົ້າທາງລົດໄຟລາວ-ຈີນ ເຊິ່ງຍັງສາມາດເຊື່ອມໂລກໄດ້ຜ່ານໂຄງການລາວໂລຈິສຕິກລິ້ງ. ໃນເບື້ອງຕົ້ນການຮອງຮັບສິນຄ້າຂອງວຽງຈັນໂລຈິສຕິກ ຈະບໍລິການໄດ້ 500,000 ຕູ້ຄອນເທັນເນີຕໍ່ປີ ສະເພາະໃນໄລຍະ 3 ປີທໍາອິດ. ຫຼັງຈາກນັ້ນ, ຄາດວ່າຈະບໍລິການໄດ້ 1 ລ້ານຕູ້ຄອນເທັນເນິຕໍ່ປີ.

ທ່ານໃຫ້ຮູ້ອີກວ່າ: ເມື່ອກ່ອນການຂົນສົ່ງສິນຄ້າຈາກປະເທດລາວໄປຈີນ ຕ້ອງຜ່ານທ່າເຮືອໄທ ຈຶ່ງສາມາດໄປຈີນໄດ້ໃຊ້ເວລາ 30 ມື້ ແຕ່ປັດຈຸບັນໃຊ້ລົດໄຟລາວ-ຈີນ ເດີນທາງຈາກນະຄອນຫຼວງວຽງຈັນພຽງ 1 ວັນຮອດຄຸນໝິງຂອງຈີນ. ນອກນັ້ນ, ໃນອະດີດການຂົນສົ່ງສິນຄ້າ, ແມ່ນໜຶ່ງເດືອນຕໍ່ໜຶ່ງຮອບ, ແຕ່ໃນອະນາຄົດອັນໃກ້ນີ້ ລົດໄຟຈະສາມາດຂົນສົ່ງໄດ້ໜຶ່ງເດືອນຕໍ່ສີ່ຮອບ ແລະສາມາດສົ່ງອອກເປັນຈໍານວນໜ້ອຍກໍໄດ້. ໂດຍການຮວມຕົວເຂົ້າກັບສິນຄ້າປະເພດດຽວກັບຜູ້ປະກອບການອື່ນໃນຕູ້ດຽວກັນໄດ້ ກໍສາມາດສົ່ງອອກໄດ້ ແລະໄດ້ຮັບເງິນໄວ ເຊິ່ງເປັນການໄດ້ປຽບການປະຢັດຕົ້ນທຶນຄືໃນອະດີດ ການຂົນສົ່ງສິນຄ້າຕ້ອງເສຍຄ່າໃຊ້ຈ່າຍໃຫ້ກັບໂລຈິສຕິກ 30-40% ຂອງມູນຄ່າສິນຄ້າ ແຕ່ອະນາຄົດນີ້ຈະເສຍແຕ່ 15% ຂອງມູນຄ່າສິນຄ້າ.

ສ່ວນ ທ່ານ ສາຄອນ ພິລາງາມ ອໍານວຍການໃຫຍ່ທ່າບົກ-ທ່ານາແລ້ງ ໃຫ້ຮູ້ຕື່ມອີກວ່າ: ວັນທີ 1 ມັງກອນ 2022 ເປັນຕົ້ນໄປ ລົດຂົນສົ່ງສິນຄ້າທັງໝົດຈະເຂົ້າມາທາງດ່ານທ່າບົກທ່ານາແລ້ງ ເຊິ່ງເປັນການສ້າງດ່ານຢ່າງເປັນທາງການ ແລະຄຸ້ມຄອງໂດຍດໍາລັດວ່າດ້ວຍການຂົນສົ່ງສິນຄ້າ. ທ່າບົກ-ທ່ານາແລ້ງຍັງກາຍເປັນຈຸດເຊື່ອມຕໍ່ຫຼາຍຮູບແບບຂອງພາກພື້ນ ແລະເປັນສະຖານີລົດໄຟສາຍອາຊີ ເຊັ່ນ ສິນຄ້າຈາກ ສປ ຈີນຈະໄປໄທ, ຫວຽດນາມ, ກໍາປູເຈຍ, ມາເລເຊຍ ແລະມຽນມາ ຈະຕ້ອງມາຜ່ານທ່າບົກ-ທ່ານາແລ້ງ ໂດຍຈະມີກິດຈະການພັກລົດ, ຄ່ຽນຖ່າຍສິນຄ້າ, ເປັນສູນກາງເຕົ້າໂຮມສິນຄ້າໃນການແພັກເຄື່ອງຄືນໃໝ່ ເຊິ່ງຈະສ້າງລາຍຮັບໃນທຸກຂັ້ນ ແລະ ສ້າງລາຍຮັບອັນມະຫາສານໃຫ້ກັບໂຄງການວຽງຈັນໂລຈິສຕິກ. ທ່າບົກທ່ານາແລ້ງມີຂໍ້ໄດ້ປຽບຢູ່ຫຼາຍດ້ານຄື: ຕັ້ງຢູ່ໃຈກາງຄວາມສະດວກ, ເປັນຈຸດສະຫຼັບພາຫະນະ, ເປັນຈຸດໃຫ້ແກ່ການສ້າງມູນຄ່າເພີ່ມສິນຄ້າທີ່ຈະຜ່ານປະເທດລາວ ແລະ ເປັນຈຸດສູນກາງຂະຫຍາຍຕົວເສດຖະກິດຂອງພາກພື້ນ.

ພ້ອມນີ້, ທ່ານຍັງໃຫ້ຮູ້ກ່ຽວກັບການຂົນສົ່ງຜ່ານທາງລົດໄຟວ່າ: ໃນວັນທີ 13-29 ທັນວາ ມີສິນຄ້ານໍາເຂົ້າ ທັງໝົດ 95 ຕູ້ ແລະສົ່ງອອກ 5 ຕູ້. ນອກນັ້ນ, ໃນປັດຈຸບັນລັດຖະບານລາວຍັງກໍາລັງເລັ່ງແກ້ໄຂດ້ານການກວດກາໂຄວິດ-19 ຂອງສິນຄ້າຮ່ວມກັບລັດຖະບານຈີນ ເພື່ອຫາທາງອອກໃຫ້ມີຈຸດກວດກາໂຄວິດ-19 ຂອງສິນຄ້າ ຢູ່ປະເທດລາວ ເພື່ອຄວາມສະດວກແລະວ່ອງໄວ.

ສໍາລັບດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 4 ທັນວາ 2021 ຜ່ານມານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/