ຮູ້ຈັກກັບ SWOT Analysis ການວິເຄາະພື້ນຖານ ທີ່ຈະພາທຸລະກິດຂອງເຮົາ ກ້າວໄປຢ່າງມີແບບແຜນ


SWOT Analysis ແມ່ນການວິເຄາະປັດໄຈ 4 ຢ່າງ ຂອງທຸລະກິດ ຫຼື ບໍລິສັດ ໂດຍມີເປົ້າໝາຍໃຫ້ບໍລິສັດນໍາຈຸດແຂງໄປປັບໃຊ້ໃຫ້ເໝາະສົມກັບສະພາວະທາງການຕະຫຼາດ ແກ້ໄຂບັນຫາ ແລະ ຫຼຸດຄວາມສ່ຽງທີ່ຈະເກີດຜົນເສຍຕໍ່ອົງກອນ ທີ່ສົ່ງຜົນໃຫ້ທຸລະກິດສາມາດດໍາເນີນຕໍ່ໄປໄດ້ແບບບໍ່ສະດຸດ SWOT ປະກອບດ້ວຍປັດໄຈ 4 ຢ່າງດັ່ງນີ້:

  • ຈຸດແຂງ (S – Strengths)
  • ຈຸດອ່ອນ (W – Weaknesses)
  • ໂອກາດ (O – Opportunities)
  • ອຸປະສັກ ຫຼື ສິ່ງທ້າທາຍ (T – Threats)

ຈຸດແຂງ (S – Strengths)

ໝາຍເຖິງ ຂໍ້ໄດ້ປຽບທີ່ເກີດຈາກສະພາບແວດລ້ອມພາຍໃນອົງກອນ ຄວາມເຂັ້ມແຂງ, ຄວາມສາມາດ ແລະ ສັກກະຍະພາບຂອງອົງກອນເຊັ່ນ: ການຜະລິດ ທີ່ສາມາດຄວບຄຸມຕົ້ນທຶນໃຫ້ຕໍ່າກວ່າຄູ່ແຂ່ງ, ມີເຕັກໂນໂລຊີທີ່ທັນສະໄໝ, ມີຊ່ອງທາງການຈໍາໜ່າຍທີ່ຫຼາກຫຼາຍ, ແບຣນສິນຄ້າເປັນທີ່ຮູ້ຈັກ, ມີຖານະການເງິນເຂັ້ມແຂງ, ມີພະນັກງານທີ່ມີຄວາມສາມາດ ແລະ ອື່ນໆ.

ຈຸດອ່ອນ (W – Weaknesses)

ໝາຍເຖິງ ຂໍ້ເສຍປຽບທີ່ເກີດຈາກສະພາບແວດລ້ອມພາຍໃນອົງກອນ ບໍ່ວ່າຈະເປັນຂໍ້ຈໍາກັດ ຫຼື ຄວາມບໍ່ພ້ອມຂອງອົງກອນ ເຊັ່ນ: ການຈັດການທີ່ບໍ່ມີປະສິດທິຜົນ, ຊ່ອງທາງການຈໍາໜ່າຍສິນຄ້າມີໜ້ອຍ, ແບຣນສິນຄ້າຍັງບໍ່ເປັນທີ່ຮູ້ຈັກ, ຖານະການເງິນຍັງບໍ່ເຂັ້ມແຂງ, ພະນັກງານຍັງຂາດຄວາມຊໍານານ ແລະ ອື່ນໆ. ເຊິ່ງອົງກອນຕ້ອງເລັ່ງພັດທະນາແກ້ໄຂໃນຈຸດອ່ອນເຫຼົ່ານີ້.

ໂອກາດ (O – Opportunities)

ໝາຍເຖິງ ປັດໄຈສະພາບແວດລ້ອມພາຍນອກທີ່ເປັນປະໂຫຍດ ຫຼື ສົ່ງເສີມການດໍາເນີນງານຂອງທຸລະກິດ ເຊັ່ນ: ການປ່ຽນແປງໂຄງສ້າງຂອງປະຊາກອນ, ການປ່ຽນແປງພຶດຕິກໍາການບໍລິໂພກ, ການຂະຫຍາຍຕົວເມືອງ, ມີຕະຫຼາດການຄ້າໃໝ່ໆ, ພາກລັດມີນະໂຍບາຍສົ່ງເສີມທຸລະກິດ ແລະ ອື່ນໆ.

ຈຸດນີ້ ວິສາຫະກິດເອງຄວນໃຊ້ໂອກາດນີ້ ເພື່ອກໍ່ໃຫ້ເກີດປະໂຫຍດສງສຸດ.

ອຸປະສັກ ຫຼື ສິ່ງທ້າທາຍ (T – Threats)

ໝາຍເຖິງ ປັດໄຈສະພາບແວດລ້ອມພາຍນອກທີ່ເປັນບັນຫາ ຫຼື ຂໍໍ້ຈໍາກັດຂອງອົງກອນເຊັ່ນ: ຕົ້ນທຶນວັດຖຸດິບໃນຕະຫຼາດສູງຂຶ້ນ, ການຂາດແຄນວັດຖຸດິບ, ໂຣກລະບາດ, ການປ່ຽນແປງເຕັກໂນໂລຊີ, ສິນຄ້າທົດແທນມີຫຼາກຫຼາຍ, ສະພາບເສດຖະກິດຖົດຖອຍ, ຂໍ້ຈໍາກັດຂອງລະບຽບກົດໝາຍໃໝ່ ແລະ ອື່ນໆ.

ຈຸດນີ້ ວິສາຫະກິດເອງຄວນປັບຕົວໃຫ້ພ້ອມສໍາລັບຄວາມທ້າທາຍຕ່າງໆທີ່ຈະເກີດຂຶ້ນ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍແກ່ອົງກອນ.

ເປັນຫຍັງ SWOT Analysis ຈຶ່ງສໍາຄັນຕໍ່ທຸລະກິດທຸກປະເພດ?

SWOT ແມ່ນກະແຈສໍາຄັນ ໃນການທີ່ຈະພາບໍລິສັດກ້າວໄປໄດ້ຢ່າງມີແບບແຜນ ເພາະການທີ່ທຸລະກິດຈະເຕີບໂຕໄດ້ນັ້ນ ນອກຈາກຈະຮູ້ສະພາບແວດລ້ອມໂດຍລວມເເລ້ວ ການຮູ້ຈັກຕົນເອງນັ້ນກໍສໍາຄັນ ຫຼື ອາດຈະຮູ້ຈັກດີແລ້ວ ການທີ່ມາເຮັດ SWOT ກໍແມ່ນການໄດ້ກັບມາທົບທວນທຸລະກິດຂອງເຈົ້າອີກເທື່ອໜຶ່ງ ໃນການຊອກຫາແນວທາງແກ້ໄຂປັດໄຈທີ່ຄວບຄຸມໄດ້ ເພື່ອເປີດຮັບໂອກາດ ແລະ ຫຼີກເວັ້ນຄວາມສ່ຽງທີ່ອາດຈະເກີດຂື້ນ.

SWOT ມີປະໂຫຍດຫຍັງເເດ່?

ປະໂຫຍດທີ່ທຸລະກິດ ຈະໄດ້ຮັບຈາກການເຮັດ SWOT ທໍາອິດເລີຍແມ່ນ ການທີ່ທີມມານັ່ງປະຊຸມ ເຮັດ SWOT ບໍ່ຕ້ອງເສຍເງິນເລີຍ ເພາະວ່າທຸກຄົນມີມຸມມອງທຸລະກິດທີ່ຫຼາກຫຼາຍ ອາດບໍ່ຈໍາເປັນຕ້ອງເສຍເງິນເພິ່ງພາ Consultant. ນອກຈາກນີ້ຍັງຊ່ວຍໃຫ້ໂຟກັສກັບປັດໄຈທີ່ຊ່ວຍພັດທະນາໃຫ້ທຸລະກິດ ເຕີບໂຕແບບຍືນຍົງໄດ້ແກ່:

  1. ໄດ້ທົບທວນ ແລະ ເຮັດຄວາມເຂົ້າໃຈກັບທຸລະກິດອີກຄັ້ງ;
  2. ຈໍາແນກຈຸດອ່ອນ, ຫາທາງກໍາຈັດ ແລະ ປ້ອງກັນ;
  3. ຫຼີກເວັ້ນໄພຄຸກຄາມຕໍ່ທຸລະກິດ
  4. ການລົງທຶນໃນໂອກາດເພື່ອສ້າງປະໂຫຍດຕໍ່ທຸລະກິດ
  5. ໃຊ້ໂອກາດຈາກ Strengths ຂອງຕົນເອງ
  6. ພັດທະນາກົນລະຍຸດທາງທຸລະກິດເພື່ອບັນລຸເປົ້າໝາຍ

ຂໍ້ຈໍາກັດ ຂອງ SWOT ມີຫຍັງແດ່?

ສໍາລັບທຸລະກິດແລ້ວ SWOT ບໍ່ໄດ້ໝາຍເຖິງທຸກຢ່າງ ແຕ່ເປັັນພຽງຈຸດເລີ່ມຕົ້ນຂອງເສັ້ນທາງທຸລະກິດເທົ່ານັ້ນ ບໍ່ສາມາດຈໍາເເນກຂໍ້ມູນ ຫຼື ປັດໄຈເຊີງເລິກໄດ້ ດັ່ງນັ້ນເຮົາມາເບິ່ງວ່າຂໍ້ຈໍາກັດ ຂອງການເຮັດ SWOT ມີຫຍັງແດ່

  1. ບັນຫາທີ່ສໍາຄັນບໍ່ໄດ້ຈັດລໍາດັບວ່າອັນໃດຄວນເຮັດກ່ອນ ຫຼື ຫຼັງ;
  2. ບໍ່ໄດ້ສະເໜີວິທີແກ້ໄຂບັນຫາ ຫຼື ຕົວຊ່ວຍ;
  3. ອາດຈະຊ່ວຍໃຫ້ເຈົ້າມີໄອເດຍຫຼາຍຂື້ນ ແຕ່ບໍ່ຮູ້ວ່າອັນໃດສໍາຄັນທີ່ສຸດ;
  4. ໃຫ້ຂໍ້ມູນຫຼາຍແຕ່ອາດເປັນແຕ່ໃນເຊີງປະລິມານ ບໍ່ແມ່ນຄຸນະພາບ.

ເຫັນໄດ້ວ່າມີທັງຂໍ້ດີ ແລະ ຂໍ້ຈໍາກັດ ດັ່ງນັ້ນການເລີ່ມຕົ້ນວາງແຜນທຸລະກິດດ້ວຍການເຮັດ SWOT ເພື່ອວິເຄາະ ທຸລະກິດ,​ ຕະຫຼາດ ແລະ ສະຖານະການ ອາດຈະເປັນການເລີ່ມຕົ້ນຈາກຈຸດປ່ອຍຕົວທີ່ດີ ແຕ່ຢ່າລືມວ່າການເຮັດ Research ຫາຂໍ້ມູນເກັບຂໍ້ມູນໃນເຊີງເລິກ ໃນເລື່ອງອື່ນໆລະຫວ່າງທາງ ອາດຈະພາທຸລະກິດປະສົບຜົນສໍາເລັດໄດ້ແບບມີສິດທິພາບ ແລະ ວ່ອງໄວຫຼາຍຂຶ້ນ (ເພາະປັດໄຈ ແລະ ສະຖານະການສາມາດປ່ຽນແປງໄດ້ຕະຫຼອດເວລາ).

ຂັ້ນຕອນການເຮັດວິເຄາະ SWOT ເລີ່ມຕົ້ນແບບໃດ?

ເມື່ອເຮົາຮູ້ເຖິງທີ່ມາ ຄວາມສໍາຄັນ ແລະ ລວມເຖິງປະໂຫຍດໄປແລ້ວ ນັກທຸລະກິດມືໃໝ່ ຫຼື ຄົນທີ່ກໍາລັງຫາວິທີການເລີ່ມຕົ້ນເຮັດ ການວິເຄາະ SWOT ຕໍ່ໄປນີ້ເຮົາຈະອະທິບາຍວິທີການເລີ່ມຕົ້ນຂອງຂະບວນການ SWOT ແບບ ເປັນຂັ້ນຕອນ ແລະ ການເຮັດວຽກເປັນທີມແມ່ນສໍາຄັນຖືໄດ້ວ່າເປັນຫົວໃຈຫຼັກຂອງການວິເຄາະທຸລະກິດ

  1. ລວບລວມຄົນໃນແຕ່ລະຕໍາແໜ່ງ

ຫາຄົນທີ່ເໝາະສົມທີ່ສຸດຈາກທຸກຕໍາແໜ່ງໃນບໍລິສັດ ຫຼື ຈາກທຸກທີມງານມາຮ່ວມປະຊຸມ ເພາະຄືທີ່ໄດ້ເວົ້າໄປແລ້ວວ່າບໍ່ມີໃຜທີ່ຈະມີມຸມມອງໃນທຸລະກິດຮູບແບບດຽວກັນ ດັ່ງນັ້ນການລວບລວມຄົນທີ່ມີຄວາມຮູ້ເຊີງເລິກໃນດ້ານນັ້ນຈະສາມາດຈໍາເເນກໄອເດຍຈາກມຸມມອງທີ່ເຂົາຖະໜັດ ດັ່ງປະສົບການ ແລະ ຄວາມຮູ້ໃນແຕ່ລະຕໍາແໜ່ງ ແມ່ນຂໍ້ໄດ້ປຽບໃນການເຮັດ SWOT

  1. ລວບລວມໄອເດຍອອກມາ

ຂັ້ນຕອນນີ້ຄືກັນກັບການເອີ້ນປະຊຸມ ຫຼື ເຮັດ Brainstorming Session ໂດຍວິທີການເກັບໄອເດຍຂອງແຕ່ະຄົນ ກໍຂຶ້ນຢູ່ກັບຄວາມຖະໜັດຂອງແຕ່ລະບໍລິສັດ ແຕ່ຢາກເນະນໍາວ່າ ຄວນໃຫ້ທຸກຄົນ ລິສ ໄອເດຍອອກມາແລ້ວຂຽນ ຫຼື ແປະໄວ້ບ່ອນທີ່ທຸກຄົນເບິ່ງເຫັນ ເພື່ອວ່າຈະມີໃຜສາມາດຕໍ່ຍອດໄອເດຍນັ້ນໆ ເພີ່ມໄດ້ອີກ.

  1. ຫຼີກເວັ້ນລໍາດັບໄອເດຍທັງໝົດ

ຫຼັງຈາກລວບລວມໄອເດຍໄດ້ຄົບໝົດແລ້ວ ກໍຮອດເວລາໃຫ້ຄະແນນ ວ່າໄອເດຍໃຜ ຈະມີຄົນເຫັນດີ ທີ່ຈະເອົາໄປຂຽນ SWOT ຫຼາຍທີ່ສຸດ ໂດຍທີ່ທຸກຄົນຈະມີສິດໂຫວດ ແລະ ຫຼັງຈາດ Finalize ໄອເດຍແລ້ວ ກໍຄວນມີຄົນສະຫຼຸບໄອເດຍ ແຕ່ລະປັດໄຈທັງໝົດ ເພື່ອເອົາໄປວາງກົນລະຍຸດຕໍ່ໄປ.

ສະຫຼຸບ

ການວິເຄະ SWOT ເປັນອີກໜຶ່ງຂະບວນການ ວາງແຜນກົນລະຍຸດໃໝ່ ຫຼື ຕໍ່ຍອດຈາກເກົ່າໃຫ້ດີຂື້ນ ສົ່ງຜົນໃນທາງບວກຕໍ່ທຸລະກິດໄດ້ດີ ແຕ່ກໍບໍ່ແມ່ນວ່າການເຮັດພຽງແຕ່ SWOT ຈະສາມາດແກ້ໄຂບັນຫາທັງພາຍໃນ ແລະ ພາຍນອກໄດ້ ຢ່າລືມວ່າການເຮັດທຸລະກິດແມ່ນການແລ່ນມາລາທອນ ດັ່ງນັ້ນລະຫວ່າງທາງເຈົ້າຈໍາເປັນຕ້ອງສຶກສາ ແລະ ເກັບຂໍ້ມູນການປ່ຽນແປງຢູ່ສະເໝີເພື່ອພາທີມເຂົ້າເສັ້ນໄຊ ແບບທີ່ບາດເຈັບໜ້ອຍທີ່ສຸດ.

ທີ່ມາ:

contentshifu

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/