Oppenheimer ແຊງໜ້າ Guardians of the Galaxy Vol. 3 ຂຶ້ນເປັນຮູບເງົາທີ່ເຮັດເງິນສູງສຸດອັນດັບ 3 ໃນປີນີ້


Box Office Mojo ໄດ້ລາຍງານວ່າ Oppenheimer ເຮັດລາຍໄດ້ທົ່ວໂລກໄປຮອດ 854,08 ລ້ານໂດລາ ແຊງໜ້າຮູບເງົາ Guardians of the Galaxy Vol. 3 ທີ່ເຮັດລາຍໄດ້ໄປ 845,5 ລ້ານໂດລາ ເຮັດໃຫ້ຮູບເງົາເລື່ອງ Oppenheimer ກາຍເປັນຮູບເງົາທີ່ເຮັດເງິນທົ່ວໂລກເປັນອັນດັບ 3 ຂອງປີ 2023 ໃນເວລານີ້.

ນັບວ່າເປັນຜົນງານລະດັບມາສເຕີພີກຫຼ້າສຸດຂອງ Christopher Nolan ທີ່ສາມາດກວາດລາຍໄດ້ທົ່ວໂລກເກີນຄວາມຄາດໝາຍ ເຖິງແມ່ນວ່າຈະເປັນຮູບເງົາທີ່ຈັກຢູ່ໃນເຣດ R ແລະ ມີຄວາມຍາວຮອດ 3 ຊົ່ວໂມງກໍຕາມ ໂດຍຮູບເງົາ Oppenheimer ນັ້ນເຂົ້າສາຍພ້ອມກັບ ‘Barbie’ ເຊີ່ງທັງສອງເລື່ອງກໍປະສົບຄວາມສຳເລັດ.

ອີກໜຶ່ງສິ່ງທີີ່ຫຼາຍໆຄົນປະທັບໃຈຄືຮູບເງົາ Oppenheimer ສາມາດເອົາຊະນະຮູບເງົາ Blockbuster ຍັກໃຫຍ່ຫຼາຍເລື່ອງໃນ Summer ປີ 2023 ໄດ້ໜ້າຢ່າງໜ້າເຫຼືອເຊື່ອບໍ່ໍ່ວ່າຈະເປັນ Mission: Impossible – Dead Reckoning Part One, Indiana Jones and the Dial of Destiny ແລະ The Flash.

ນອກຈາກນີ້ຮູບເງົາ Oppenheimer ຍັງສາມາດເຮັດລາຍໄດ້ແຊງໜ້າ Deadpool 2 (2018) ທີ່ເຮັດໄວ້ທີ່ 785,9 ລ້ານໂດລາ ພ້ອມຂຶ້ນເປັນຮູບເງົາເຣດ R ເລື່ອງທີ 2 ທີ່ສາມາດກວດລາຍໄດ້ໄປທົ່ວໂລກເປັັນຮອງພຽງແຕ່ຮູບເງົາ Joker (2019) ຢູ່ທີ່ 1,074 ລ້ານໂດລາ ແຕ່ດ້ວຍໄລຍະຈາກການສາຍທີ່ຍາວນານເປັນເວລາ 2 ເດືອນ ອາດຈະໃຫ້ຮູບເງົາບໍ່ສາມາດແຊງໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/