ໂຄຣເອເຊຍເປີດຕົວແພລັດຟອມ “Crypto Pig Farm” ແຫ່ງທໍາອິດຂອງໂລກ ທີ່ສາມາດນຳເອົາ NFT ມາແລກປ່ຽນເປັນຊີ້ນໝູແທ້ໆໄດ້


ເພື່ອທີ່ຈະຟື້ນຟູອຸດສາຫະກຳຊີ້ນສັດທີ່ຕົກຕໍ່າຂອງປະເທດ, ບໍລິສັດ 3 ແຫ່ງໃນໂຄຣເອເຊຍຄື: Agroporc, Beyondi ແລະ Blok Be ຈຶ່ງຈັບມືຮ່ວມກັນເພື່ອເປີດຕົວແພລັດຟອມ GoAgro ຕະຫຼາດອອນລາຍ ທີ່ນັກລົງທຶນສາມາດເຂົ້າໄປຊື້ຂາຍ NFT ທີ່ສາມາດນຳໄປແລກປ່ຽນເປັນຊີ້ນໝູແທ້ໆໄດ້.

ໂດຍ Pig NFT ຈະມີລາຄາປະມານ 250 ຢູໂຣ ຫຼື ທຽບເທົ່າຊີ້ນໝູ 100 kg ແລະ GoAgro ມີເປົ້າໝາຍໃນການເຮັດຍອດຂາຍ Pig NFT ໃຫ້ໄດ້ປະມານ 240,000 ໂຕ ເຊິ່ງໃນແຕ່ລະໂຕຈະສາມາດເຕີບໃຫຍ່ພາຍໃນເວລາ 900 ມື້.

ຫຼັງຈາກຄົບ 900 ວັນແລ້ວ ຈະສາມາດນຳເອົາເງິນລົງທຶນໄປທົບຍອດ, ຂາຍ ຫຼື ແລກປ່ຽນເປັນຊີ້ນໝູແທ້ໆໄດ້ 107.5 kg. ໂດຍລາຍໄດ້ຈາກການຂາຍ NFT ຈະນຳໄປສືບຕໍ່ລ້ຽງໝູໃນຟາມອີກສອງແຫ່ງທີ່ Agroporc ເປັນເຈົ້າຂອງ.

Kresimir Kuterovac ຜູ້ອໍານວຍການຂອງໂຄງການກ່າວວ່າ “ເນື່ອງຈາກມີທ່າອ່ຽງການລ້ຽງໝູໃນຢູໂຣບເລີ່ມຫຼຸດໜ້ອຍລົງ ດ້ວຍເຫດນີ້ການເຊື່ອມໂຍງລະຫວ່າງຊາວ​ກະສິກອນ ແລະ ຜູ້ລິໂພກເຂົ້າດ້ວຍກັນຈຶ່ງເປັນໜຶ່ງໃນເປົ້າໝາຍຫຼັກໃນໂຄງການຄັ້ງນີ້ ຫຼື ໃນອີກໜຶ່ງຄວາມໝາຍກໍຄື ການຮ່ວມມືກັນລະຫວ່າງຊາວກະສິກອນ ແລະ ຜູ້ບໍລິໂພກເພື່ອຜົນປະໂຫຍດທີ່ດີຍິ່ງຂຶ້ນຂອງເສດຖະກິດໃນຢູໂຣບ”

ເມື່ອບໍ່ດົນມານີ້ ໂຄຣເອເຊຍ, ເຊີເບຍ ແລະ ບອສເນຍໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຣກໄຂ້ໝູໃນອາຟຣິກາ ເຮັດໃຫ້ຊາວກະສິກອນຈຳເປັນຕ້ອງກຳຈັດໝູຫຼາຍພັນໂຕໃນຟາມ ສົ່ງຜົນໃຫ້ເກີດການສູນເສຍຄັ້ງໃຫຍ່.

ດັ່ງນັ້ນ, ການລິເລີ່ມໂຄງການດັ່ງກ່າວ ຈຶ່ງເປັນສິ່ງທີ່ທ້າທາຍໃນເສດຖະກິດຂອງໂຄຣເອເຊຍ, ເນື່ອງຈາກວ່າມັນຈະສາມາດລະດົມທຶນໃຫ້ແກ່ຊາວກະສິກອນຜູ້ລ້ຽງໝູໄດ້. Kuterovac ກ່າວຕື່ມວ່າ ໂຄຣເອເຊຍຈະສາມາດຕອບສະໜອງຄວາມຕ້ອງການຊີ້ນໝູໃນປະເທດໄດ້ພຽງ 40% ຈາກການຜະລິດໃນທ້ອງຖິ່ນໃນໄວໆນີ້

ທີ່ມາ:

reddit

thechainsaw

euractiv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/