ໃຜທີ່ມັກຫຼັບໃນຫ້ອງຮຽນຕ້ອງບໍ່ມັກສິ່ງນີ້! ນັກວິໄຈຂອງຍີ່ປຸ່ນພັດທະນາ AI ທີ່ສາມາດຫາຄົນຫຼັບໃນຫ້ອງຮຽນໄດ້ໂດຍກ້ອງກວດຈັບຄວາມຮ້ອນ


ມະຫາວິທະຍາໄລ Osaka Kyoiku ແລະ ບໍລິສັດ Kansai Denki Kogyo ຈໍາກັດ ກຽມທີ່ຈະຜະລິດລະບົບ AI ທີ່ສາມາດຈັບຜິດນັກສຶກສາວ່າຜູ້ໃດກຳລັງຫຼັບໃນຫ້ອງຮຽນຈາກກ້ອງກວດຈັບຄວາມຮ້ອນ.

ໂດຍການໃຊ້ກ້ອງກວດຈັບຄວາມຮ້ອນນັ້ນສາມາດແນມເຫັນໄດ້ທົ່ວຫ້ອງຮຽນເຖິງຈະມີແສງໜ້ອຍ ຫຼື ມືດກໍຕາມ, ເຊິ່ງກ້ອງດັ່ງກ່າວຈະສາມາດແຍກແຍະພຶດຕິກຳຕ່າງໆໄດ້ບໍ່ວ່າເປັນການນັ່ງລົງ, ລຸກຂຶ້ນ, ນອນໝູບຢູ່ໂຕະ ຫຼື ກຳລັງກົ້ມຈົດບົດຮຽນຢູ່ໄດ້ຢ່າງຖືກຕ້ອງເຖິງ 90%

Kazuki Niwayama ຈາກມະຫາວິທະຍາໄລ Osaka Kyoiku ກ່າວວ່າລະບົບນີ້ເຮັດໃຫ້ເຫັນວ່າ ນັກຮຽນກຳລັງເຮັດຫຍັງຢູ່ໂດຍບໍ່ຈຳເປັນຕ້ອງຈົດຈໍ່ໃນການເບິ່ງພວກເຂົາເປັນປະຈຳ ແຖມມັນຍັງຊ່ວຍໃຫ້ຄູມີສະມາທິໃນການສອນນັກຮຽນໄດ້ຢ່າງເຕັມທີ່ອີກດ້ວຍ.

ທັງນີ້ ສາສະດາຈານ Fumio Nakaya ເຊິ່ງເປັນຜູ້ນໍາພາທີມງານຄົ້ນຄວ້າ ກ່າວວ່າ “ລະບົບດັ່ງກ່າວມີຈຸດປະສົງເພື່ອເກັບກໍາຂໍ້ມູນເພື່ອໄປເຝິກອົບຮົມຄູສອນ ແລະ ປັບປຸງຄຸນະພາບຂອງແຜນການສອນພຽງເທົ່ານັ້ນ ພວກເຮົາສາມາດຮັບປະກັນໄດ້ວ່າຈະບໍ່ມີການລະເມີດຄວາມເປັນສ່ວນຕົວ ເນື່ອງຈາກວ່າກ້ອງກວດຈັບຄວາມຮ້ອນນັ້ນບໍ່ສາມາດບັນທຶກໃບໜ້າຂອງນັກຮຽນໄດ້”.

ໄອເດຍດັ່ງກ່າວສາມາດນຳໄປຕໍ່ຍອດເຊັ່ນ ໃຊ້ເປັນກ້ອງໃນລົດເພື່ອເຕືອນຜູ້ຂັບຂີ່ທີ່ອາດຈະເຫງົານອນ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດ ຫຼື ອາດນຳໄປໃຊ້ໃນສະພາເພື່ອກວດເບິ່ງວ່າໃຜກຳລັງກົ້ມຫຼິ້ນໂທລະສັບ ຫຼື ຄວາມຈິງແລ້ວກຳລັງນອນຢູ່.

ຢ່າງໃດກໍຕາມ, ຫຼາຍໆຄົນຍັງກັງວົນກ່ຽວກັບການເອົາໄປໃຊ້ໃນວິທີທີ່ຜິດໆຢູ່ ຫຼື ແມ່ນແຕ່ໃຊ້ເປັນເງື່ອນໄຂໃນການປະເມີນທີ່ເຂັ້ມງວດຈົນເກີນໄປ ແລ້ວເຮັດໃຫ້ທຳລາຍຂວັນກຳລັງໃຈຂອງນັກຮຽນໄດ້ ເພາະບາງຄົນອາດຈະບໍ່ໄດ້ລີ້ນອນຍ້ອນຄ້ານ ແຕ່ອາດຈະເມື່ອຍຈາກການເຮັດກິດຈະກຳ ຫຼື ເຫດຜົນອື່ນໆ.

ທີ່ມາ:

sanook

online-station

twitter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/