ຮາງວັນ Ig Nobel ປີ 2021 ປະກາດແລ້ວ!


ງານປະກາດຮາງວັນອິກໂນເບລ (Ig Nobel) ຖືກຈັດຂຶ້ນໃນທຸກໆ ເດືອນກັນຍາຕັ້ງແຕ່ໃນປີ 1991 ໂດຍວາລະສານ Annals of Improbable Research (AIR) ເປົ້າໝາຍກໍເພື່ອງານວິໄຈເພື່ອຫົວມ່ວນ ແຕ່ພາຍຫຼັງກໍໄດ້ໃຫ້ແງ່ຄິດ, ເຊິ່ງໃນປີ 2021 ນີ້ມີຜູ້ຊະນະຈາກທັງໝົດ 10 ສາຂາໄດ້ແກ່:.

1. ສາຂາຊີວະວິທະຍາ “ການວິເຄາະສຽງຮ້ອງຂອງແມວທີ່ໃຊ້ຊື່ສານກັບມະນຸດ” ຈາກນັກວິໄຈສະວີເດນ Susanne Schotz ເຊິ່ງລາວໄດ້ຕີພິມບົດວິໄຈກ່ຽວກັບສຽງຮ້ອງຂອງແມວມາເປັນຈຳນວນຫຼາຍສະບັບ ລວມມີ ການວິເຄາະກວ່າ 538 ຮູບແບບສຽງ ຈາກການອັດສຽງຂອງແມວ 3 ໂຕ ໄປຈົນຮອດການຮັບຮູ້ສຽງແມວຂອງມະນຸດ.

2. ສາຂານິເວດວິທະຍາ “ການວິເຄາະສານກຳມະພັນເພື່ອລະບຸຊະນິດຂອງແບກທີເຣຍທີ່ເຕີບໃຫຍ່ໃນຊິ່ງອົ້ມຕາມຝາໃນຫຼາຍປະເທດທົ່ວໂລກ” ຂອງ Leila Satari, Alba Guillen, Angela Vidal-Verdu, Manuel Porcar ປາກົດວ່າມີແບັກທີເຣຍຢູ່ຢ່າງຫຼາກຫຼາຍຊະນິດ ພວກມັນຍັງສາມາດວິວັດທະນາການໄດ້ພາຍໃນໄລຍະເວລາບໍ່ດົນ. ໃນຊິ່ງອົ້ມທີ່ຖືກຖິ້ມນັ້ນ ບາງຊະນິດກໍເປັນແບັກທີເຣຍທີ່ກໍ່ເກີດໂຣກ ງານວິໄຈນີ້ຈຶ່ງເປັນຄວາມຮູ້ພື້ນຖານທີ່ສາມາດນຳໄປໃຊ້ຕໍ່ໄດ້ກັບງານວິທະຍາສາດອື່ນໆ ເຊັ່ນການຄວບຄຸມໂຣກຕິດຕໍ່ ໄປຈົນຮອດນິຕິວິທະຍາສາດ.

3. ສາຂາເຄມີ “ການວິເຄາະສານເຄມີຈາກຮ່າງກາຍທີ່ຄົນຜະລິດວ່າເປັນເຄື່ອງມືໃນການຈັດແບ່ງປະເພດຂອງຮູບເງົາຕາມອາຍຸ” ຄົນເຮົາຈະຜະລິດສານເຄມີອອກມາຈາກທາງການຫາຍໃຈ ແລະ ຜິວໜັງ ເຊິ່ງການກະຕຸ້ນສິ່ງເຫຼົ່ານີ້ໂດຍທາງທຳມະຊາດແມ່ນເກີດຈາກຫຼາຍປັດໄຈລວມໄປຮອດສະພາບຈິດໃຈ ເຊິ່ງການວິໄຈດັ່ງກ່າວໄດ້ໃຫ້ຜູ້ຊົມເຂົ້າໄປເບິ່ງຮູບເງົານັ້ນໆໃນໂຮງ ເພື່ອສັງເກດປະຕິກິລິຍາທາງເຄມີທີ່ຜູ້ຊົມສົ່ງອອກມາ ຜົນປາກົດວ່າແມ່ນສານໄອໂຊພຣີນ (isoprene) ສາມາດຊີ້ບອກໄດ້ດີທີ່ສຸດ ແລະ ໃນອະນາຄົດການຄັດແຍກຄວາມເໝາະສົມຂອງເນື້ອຫາຮູບເງົາບໍ່ວ່າຈະເປັນຄວາມຮຸນແຮງ, ເພດ, ການໃຊ້ພາສາ, ຢາເສບຕິດ ແລະ ອື່ນໆ ສາມາດໃຊ້ສານດັ່ງກ່າວເປັນການຕັດສິນຄວາມເໝາະສົມໃນແຕ່ລະເຂດໄດ້. ຜົນງານຂອງ Jorg Wicker, Nicolas Krauter, Bettina Derstroff, Cristof Stonner, Efstratios Bourtsoukidis, Achim Edtbauer, Jochen Wulf, Thomas Klupfel, Stefan Kramer, Jonathan Williams.

4. ສາຂາເສດຖະສາດ “ການຄົ້ນພົບຄວາມຕຸ້ຍຂອງນັກການເມືອງ ບົ່ງບອກເຖິງການສໍ້ລາດບັງຫຼວງຂອງພາຍໃນປະເທດນັ້ນໄດ້” ການທົດລອງສ້າງສູດອັລກໍລິທຶມໃນລະບົບຄອມພິວເຕີພົບວ່າ ຮູບຮ່າງຂອງລັດຖະມົນຕີເຫຼົ່ານີ້ມີຄວາມເຊື່ອມໂຍງກັບການສໍ້ລາດບັງຫຼວງ ໂດຍ Pavlo Blavatskyy.

5. ສາຂາການແພດ “ການມີເພດສຳພັນຮອດຈຸດສຸດຍອດມີຜົນລົດອາການຄັນດັງໄດ້ດີທຽບເທົ່າກັບການໃຊ້ຢາຊ່ວຍລ້າງດັງ” ຜົນການວິໄຈພົບວ່າ ການຮອດຈຸດສຸດຍອດໃນການມີເພດສຳພັນຊ່ວຍໃຫ້ດັງໂລ່ງໄດ້ເຖິງ 60 ນາທີ ໂດຍ Olcay Cem Bulut, Dare Oladokun, Burkard Lippert, Ralph Hohenberger.

6. ສາຂາສັນຕິພາບ “ການທົດສອບວ່າຖ້າຫາກໜວດຄົນເຮົາຖືກວິວັດທະນາການມາເພື່ອປ້ອງກັນການຖືກຊົກໜ້າ” ໂດຍ Ethan Beseris, Steven Naleway, David Carrier ພົບວ່າປ້ອງກັນການກະທົບໄດ້ເຖິງ 37%.

7. ສາຂາຟິສິກ “ການວິໄຈຄົນທີ່ຍ່າງຂ້າມທາງ ໂດຍທີ່ບໍ່ຕຳກັນ” ເປັນການສຶກສາ ແລະ ສັງເກດຜູ້ໃຊ້ຖະໜົນໃນກຣາຟຢູ່ຕໍ່ເນື່ອງ ຈຶ່ງສັງເກດໄດ້ວ່າ ພວກເຂົາຈະປັບຕົວພ້ອມກັບພະຍາຍາມ ຮັກສາພື້ນທີ່ ແລະ ການຫຼີກເວັ້ນການຕຳກັນ Alessandro Corbetta, Jasper Meeusen, Chung-Min Lee, Roberto Benzi, Federico Toschi.

8. ສາຂາເຄື່ອນທີ່ຂອງວັດຖຸ “ການວິໄຈເປັນຫຍັງທີ່ຄົນຍ່າງຂ້າມທາງຈຶ່ງຕຳກັນ” ຈະສັງເກດໄດ້ວ່າເປັນການຮ່ວມມືກັນທັງສອງຝ່າຍ ແຕ່ທັງນີ້ທັງນັ້ນແມ່ນເກີດຈາກຫຼາກຫຼາຍປັດໄຈ ບໍ່ວ່າຈະເປັນການທີ່ເສັ້ນທາງບໍ່ໄດ້ຊີ້ນຳໄປຢ່າງຖືກຕ້ອງ, ການສົນໃຈສິ່ງອື່ນ ໄປຈົນຮອດອຸປະສັກທາງວິໄສທັດທີ່ສົ່ງຜົນໃຫ້ຄົນຍ່າງຕຳກັນ ໂດຍ Hisashi Murakami, Claudio Feliciani, Yuta Nishiyama, Katsuhiro Nishinari.

9. ສາຂາວິທະຍາສຶກສາແມງໄມ້ “ການຈັດການແມງສາບໃນເຮືອດຳນ້ຳ” ການໃຊ້ສານ Dichlorvos ສາມາດຈັດການແມງສາບໃນເຮືອດຳນ້ຳໄດ້ ໂດຍ John Mulrennan, Jr., Roger Grothaus, Charles Hammond, Jay Lamdin.

10. ສຸດທ້າຍໄດ້ແກ່ໄຮໄລ້ຂອງງານ ກໍຄືສາຂາຄົມມະນາຄົມ “ການມັດແລະຍົກຕົວແຮດຫ້ອຍຫົວລົງມາ” ຕິດກັບເຮລິຄອບເຕີແລ້ວບິນອອກໄປ ຊ່ວຍໃນການຂົນຍ້າຍຕົວແຮດຈາກອີກບ່ອນໜຶ່ງໄປຫາອີກບ່ອນໄດ້ສະດວກຂຶ້ນ ແລະ ວິທີດັ່ງກ່າວທາງກຸ່ມນັກວິໄຈກຳລັງທົດລອງຕໍ່ໄປ ຜົນງານວິໄຈໂດຍ Robin Radcliffe, Mark Jago, Perter Morkel, Estelle Morkel, Pierre Du Preez, Piet Beytell, Birgit Kotting, Bakker Manuel, Jan Hendrik Du Preez, Michele Miller, Julia Felippe, Stephen Parry, Robin Gleed.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/