ຂໍ້ມູນໂດຍຫຍໍ້ບາງສະຖາບັນການຮຽນ ໃນນະຄອນຫຼວງວຽງຈັນ ສຳລັບ ນັກຮຽນ ມ.7


ໄລຍະເດືອນສິງຫາ ຫາ ກັນຍາ ໃນປີ 2021 ນີ້, ສ ປປ ລາວ ແມ່ນກຳລັງພົບກັບການລະບາດຮອບໃໝ່ຂອງເຊື້ອພະຍາດໂຄວິດ-19 ແຕ່ໃນຂະນະດຽວກັນ ກໍເປັນໄລຍະທີ່ນ້ອງນັກຮຽນໄວໜຸ່ມ ໂດຍສະເພາະນ້ອງໆ ມັດທະຍົມປີທີ 7 ກໍກຳລັງຢູ່ໃນໄລຍະທີ່ກຳລັງຊອກຫາທາງເລືອກຂອງຕົນໃນການຮ່ຳຮຽນ ນັ້ນກໍຄືການຮຽນຕໍ່ນັ້ນເອງ. ໃນແຕ່ລະປີ, ນັກຮຽນຈຳນວນຫຼວງຫຼາຍໄດ້ເລືອກຫົນທາງທີ່ຈະໄປຮຽນຕໍ່ຕ່າງປະເທດ ແຕ່ໃນສະຖານະການແບບນີ້ແມ່ນບໍ່ສາມາດໄປໄດ້. ດັ່ງນັ້ນມື້ນີ້ ທີມງານ Lao X ຈຶ່ງຮວບຮວມ ຂໍ້ມູນຂອງວິທະຍາໄລ ແລະ ສະຖາບັນຕ່າງໆ 5ສະຖາບັນ ໃນນະຄອນຫຼວງວຽງຈັນໄວ້ໃຫ້ນ້ອງໆໄດ້ສຶກສາໄວ້ເປັນທາງເລືອກ ເຊິ່ງຈະມີວິທະຍາໄລໃດແນ່ໄປເບິ່ງນຳກັນເລີຍ:

  1. ວິທະຍາໄລເຕັກນິກປາກປ່າສັກ

ວິທະຍາໄລເຕັກນິກປາກປ່າສັກ ກ່ອນໜ້ານີ້ເປັນໂຮງຮຽນເຕັກນິກປາກປ່າສັກ ທີ່ສ້າງຕັ້ງຂຶ້ນແຕ່ປີ 1936 ເປັນສູນຝຶກອົບຮົມວິຊາຊີບ ແລະ ກໍ່ສ້າງນາຍຊ່າງສີມື ແຫ່ງທຳອິດໃນປະເທດລາວ. ເປັນສະຖາບັນທີ່ສ້າງບຸກຄະລາກອນທີ່ຊຳນານງານຫລາຍດ້ານມາແລ້ວເຊັ່ນ: ຊ່າງສ້ອມແປງລົດ, ຊ່າງຈັກກົນ, ຊ່າງໂລຫະກຳວິທະຍາ, ຊ່າງກໍ່ສ້າງເຄຫາສະຖານ,  ຊ່າງໄມ້ເຟີນີເຈີ,  ຊ່າງຕັດຫຍິບ,  ຊ່າງປຸງແຕ່ງອາຫານ,  ຊ່າງສ້ອມແປງເອເລັກໂຕຣນິກ ແລະ  ຄຸ້ມຄອງທຸລະກິດ. ປັດຈຸບັນ ວິທະຍາໄລເຕັກນິກປາກປ່າສັກ ມີທັງຫຼັກສູດຊັ້ນຕົ້ນ, ຊັ້ນກາງ ແລະ ຊັ້ນສູງ ແລະ  ປະກອບມີ 5 ພາກວິຊາ, 1 ສູນ ໂຮງແຮມ ແລະການທ່ອງທ່ຽວ ພ້ອມກັບຫຼາກຫຼາຍສາຂາ ລວມທັງໝົດ 21ສາຂາ ໃຫ້ນັກສຶກສານ້ອງໃໝ່ໄດ້ເລືອກ. ເຊິ່ງຈະເລີ່ມເປີດລົງທະບຽນຕັ້ງແຕ່ມື້ນີ້ຈົນຮອດ 17 ກັນຍາ 2021ນີ້.

  1. ວິທະຍາໄລເຕັກນິກສັບພະວິຊາ

ສະຖານທີ່ສຶກສາແຫ່ງນີ້ ໄດ້ຖືກອອກແບບຂຶ້ນໃນປີ 1979  ທີ່ປ່າສັກສິດບ້ານສະພານທອງໃຕ້ ແລະ ສ່ວນໜຶ່ງຂອງບ້ານໂສກປ່າຫຼວງ ມີຊື່ເດີມວ່າ: ໂຮງຮຽນສັບພະວິຊາ ມິດຕະພາບລາວ-ໂຊຫວຽດ. ປັດຈຸບັນຫຼັກສູດຂອງວິທະຍາໄລເຕັກນິກສັບພະວິຊາແມ່ນມີທັງ ຊັ້ນກາງ, ຊັ້ນສູງ, ຊັ້ນສູງຕໍ່ເນື່ອງ ແລະ ຝຶກອົບຮົມໄລຍະສັ້ນ ເຊິ່ງປະກອບດ້ວຍບັນດາວິຊາເຫຼົ່ານີ້: ສຳຫຼວດວັດແທກຄຸ້ມຄອງທີ່ດິນ, ໄຟຟ້າສະຖານີ ແລະ ຕາຂ່າຍ, ຊອກຄົ້ນສຳຫຼວດແຮ່, ຂຸດຄົ້ນ, ປຸງແຕ່ງແຮ່, ໄຟຟ້າພະລັງນ້ຳ, ໄຟຟ້າກົນຈັກພະລັງງານນ້ຳ, ໄອທີ ທາງດ້ານພູມສັນຖານ, ໄອທີດ້ານອຸດສາຫະກຳ, ປະເມີນລາຄາຊັບສິນ ແລະ ທີ່ດິນ, ວັດແທກກໍ່ສ້າງ, ສິ່ງແວດລ້ອມອຸດສາຫະກຳ, ເຈາະສຳຫຼວດແຮ່ ເປັນຕົ້ນ .

  1. ສະຖາບັນ ເຕັກໂນໂລຊີ ສຸດສະກະ

ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2002 ແລະ ແມ່ນບອນທຳອິດ ທີ່ໄດ້ຮັບການຮັບຮອງຈາກອົງການສອບເສັງທຽບລະດັບພາສາອັງກິດ ຂອງສະຫະລັດອາເມລິກາ ໃຫ້ດຳເນີນການສອບເສັງທຽບລະດັບພາສາອັງກິດ TOEFL. ປັດຈຸບັນ ສະຖາບັນໄດ້ດຳເນີນການສອນຫຼັກສູດລະດັບຊັ້ນສູງໃນ 4 ສາຂາວິຊາເຊັ່ນ: ສາຂາວິທະຍາສາດຄອມພິວເຕີ, ສາຂາບໍລິຫານທຸລະກິດ, ການເງິນ-ການທະນາຄານ, ສາຂານິເທດສາດ.

  1. ສະຖາບັນ ພາສາຕ່າງປະເທດ ໂລໂກສ

ໂລໂກສ ແມ່ນສະຖາບັນການສຶກສາພາກເອກະຊົນທີ່ຖືກສ້າງຕັ້ງຂຶ້ນມາໃນປີ 2001 ໂດຍເປັນການລົງທຶນຈາກ ສ.ເກົາຫຼີ ເຊິ່ງຈາກແຕ່ກ່ອນ ແມ່ນເປັນສູນບຳລຸງພາສາອັງກິດ ແລະ ພື້ນຖານຄອມພິວເຕີ, ຈາກນັ້ນໃນປີ 2014 ຈຶ່ງຍົກລະດັບມາເປັນ ວິທະຍາໄລ. ປັດຈຸບັນ, ສະຖາບັນໄດ້ມີການສອນຫຼັກສູດຊັ້ນສູງ ແລະ ປະລິນຍາຕີ ໃນສາຂາວິຊາຕ່າງໆເຊັ່ນ: ພາສາອັງກິດ, ພາສາເກົາຫຼີ, ພາສາຈີນ, ສາຂາການແປພາສາອັງກິດ, ສາຂາພາສາລາວ ສຳລັບຕ່າງປະເທດ.

  1. ສະຖາບັນ ຣັຕນະ ບໍລິຫານທຸລະກິດ.

ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ໃນເມື່ອກ່ອນເປັນ ໂຮງຮຽນ ຣັຕນະການຄ້າ ໄດ້ສ້າງຕັ້ງຂຶ້ນໃນປີ 1974 ເຊິ່ງເປີດສອນຫລັກສູດວິຊາຊີບໄລຍະສັ້ນ 3 ເດືອນ, 6 ເດືອນ ແລະ 1 ປີ ເຊັ່ນ: ວິຊາພີມດີດ, ວິຊາເລຂານຸການ, ວິຊາການບັນຊີ  ແລະ ວິຊາພາສາຕ່າງປະເທດ. ປັດຈຸບັນ, ສະຖາບັນໄດ້ມີການສອນຫຼາກຫຼາຍຫຼັກສູດ ທັງຫລັກສູດອາຊີວະສຶກສາຊັ້ນຕົ້ນ, ຊັ້ນກາງ ແລະ ຝຶກອົບຮົມໄລຍະສັ້ນ, ປະລິນຍາຕີ, ຕໍ່ເນື່ອງປະລິນຍາຕີ ແລະ ຊັ້ນສູງ ເຊິ່ງປະກອບດ້ວຍສາຂາວິຊາ ການບໍລິຫານທຸລະກິດທົ່ວໄປ, ການເງິນ-ການທະນາຄານ, ການຕະຫລາດ, ພາສາອັງກິດທຸລະກິດ. ພ້ອມນັ້ນ, ສະຖາບັນດັ່ງກ່າວຍັງມີສາຂາຢູ່ຕ່າງແຂວງເຊັ່ນ: ອຸດົມໄຊ ແລະ ໄຊຍະບູລີ ອີກພ້ອມ.

  1. ວິທະຍາໄລ Lao-Top

ວິທະຍາໄລ Lao-Top ແມ່ນວິທະຍາໄລແຫ່ງໜຶ່ງທີ່ກໍ່ຕັ້ງຂຶ້ນເມື່ອວັນທີ 15/08/2007. ເພື່ອເຮັດໃຫ້ການສຶກສາຢູ່ລາວໄດ້ຂະຫຍາຍຕົວ ແລະ ທັນສະໄໝຍິ່ງຂຶ້ນໃນອະນາຄົດ ທາງໂຮງຮຽນຈຶ່ງໄດ້ໃຊ້ລະບົບການສຶກສາທີ່ທັນສະໄໝ ເຊິ່ງເປັນທີ່ຍອມຮັບໃນປະເທດເກົາຫຼີເຂົ້າມາສິດສອນ, ອາຈານໝົດທຸກຄົນບໍ່ວ່າຈະເປັນຄົນລາວ ຫຼື ຄົນຕ່າງປະເທດກໍລ້ວນແຕ່ມີປະສົບການໃນການສອນມາເປັນເວລາດົນນານ.

ປັດຈຸບັນ ວິທະຍາໄລ Lao-Top ໄດ້ເປີດສອນຫຼັກສູດ ປະກາດສະນີຍະບັດ 5 ສາຂາວິຊາຄື:

  1. ສາຂາວິຊາ ພາສາອັງກິດ
  2. ສາຂາວິຊາ ຄອມພິວເຕີທຸລະກິດ
  3. ສາຂາວິຊາ ເຕັກໂນໂລຊີຂໍ້ມູນຂ່າວສານ
  4. ສາຂາວິຊາ ບໍລິຫານທຸລະກິດ
  5. ສາຂາວິຊາ ການເງິນ-ການບັນຊີ

ແລະຍັງມີຫຼັກສູດເຝິກອົບຮົມໄລຍະສັ້ນສຳລັບບຸກຄົນທົ່ວໄປ

  1. ພາສາອັງກິດສຳລັບເດັກນ້ອຍ 6 ປີຂຶ້ນໄປ
  2. ພາສາອັງກິດສຳລັບນັກຮຽນມັດທະຍົມ
  3. ພາສາຈີນ
  4. ພາສາຫວຽດນາມ
  5. ພາສາເກົາຫຼີ
  6. ຄອມພິວເຕີທຸກລະດັບ

ແນວໃດກໍຕາມ, 6 ສະຖາບັນທີ່ກ່າວມາຂ້າງເທິງນັ້ນ ແມ່ນຄວາມຕັ້ງໃຈທີ່ຢາກເລືອກສະຖາບັນທີ່ມີສາຂາວິຊາ ແລະ ເນັ້ນໜັກໃນຂະແໜງການທີ່ແຕກຕ່າງກັນ ແຕ່ກໍເປັນພຽງສ່ວນໜຶ່ງຂອງສະຖາບັນທັງໝົດໃນນະຄອນຫຼວງວຽງຈັນເທົ່ານັ້ນ.

ນອກຈາກນີ້,ຍັງມີອີກສະຖາບັນຕ່າງໆໃຫ້ນ້ອງໆໄດ້ເລືອກເຊັ່ນ: ວິທະຍາໄລລາວນາໆຊາດ, ວິທະຍາໄລເຕັກນິກ ລາວ – ເຢຍລະມັນ, ວິທະຍາໄລການເງິນດົງຄຳຊ້າງ, ສະຖາບັນການທະນາຄານ, ວິທະຍາໄລ ລາວ – ອາເມລິກາ ແລະ ອື່ນໆໄວ້ໃຫ້ນ້ອງໆໄດ້ເລືອກອີກພ້ອມ.

ທີ່ມາ:

ພາບ: pakpasak, Mapio, J&C Group, logos institute, sit.edu.la.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/