ມາເບິ່ງຮູບແບບ “ຕະຫຼາດເວັ້ນໄລຍະຫ່າງ” ບໍ່ຕ້ອງສັ່ງປິດ ຍ່າງຊື້ໄດ້ແບບ Social Distancing ຮູ້ສຶກປອດໄພທັງລູກຄ້າ ແລະ ຜູ້ຂາຍເອງກໍບໍ່ຂາດລາຍໄດ້


ໃນໄລຍະ Covid-19 ແຜ່ລະບາດ ທຸກໆພາກສ່ວນຕ່າງກໍໄດ້ຮັບຜົນກະທົບ ຕັ້ງແຕ່ທຸລະກິດນ້ອຍໆ ໄປຮອດລະດັບມະຫາພາກ. ຍິ່ງເປັນຊາວຄ້າຂາຍຕາມຕະຫຼາດສົດ ທີ່ສິນຄ້າບໍ່ສາມາດເກັບໄວ້ດົນໄດ້ ກໍຍິ່ງເຮັດໃຫ້ຂາດລາຍໄດ້ໄປຕື່ມ ເນື່ອງຈາກຕ້ອງປິດຕະຫຼາດ ເພື່ອປ້ອງກັນການແຜ່ເຊື້ອ.

ແຕ່ວ່າໃນປັດຈຸບັນ ມີຮູບແບບຕະຫຼາດແບບໃໝ່ ທີ່ກຳເນີດຂຶ້ນມາ ເປັນຕະຫຼາດເວັ້ນໄລຍະຫ່າງ ຫຼື ຕະຫຼາດຮູບແບບ Social Distancing ຢູ່ທີ່ ເມືອງ ກະລໍ ປະເທດມຽນມາ. ພໍ່ຄ້າແມ່ຄ້າຈະມີເສັ້ນແບ່ງຕັ້ງບ່ອນຂາຍເຄື່ອງຂອງຕົນເອງ ເວັ້ນໄລຍະຫ່າງກັນ ແລະ ແຕ່ລະຮ້ານກໍຈະມີແອລກໍຮໍຂ້າເຊື້ອໃຫ້ລູກຄ້າ. ປະຊາຊົນທີ່ເຂົ້າມາຊື້ເຄື່ອງກໍຮູ້ສຶກປອດໄພຂຶ້ນ.

ແນວຄິດດັ່ງກ່າວ ເປັນຂອງນັກການເມືອງທ້ອງຖິ່ນຍິງຄົນໜຶ່ງ ທີ່ເປັນຜູ້ເລີ່ມຈັດການຮູບແບບຂອງຕະຫຼາດ ຫຼັງຈາກເກີດການແຜ່ລະບາດຂອງ Covid-19. ເຊິ່ງລາວເອງໄດ້ຈັດຫາສະຖານທີ່ໃໝ່ທີ່ກວ້າງຂວາງ ເພື່ອຮອງຮັບຊາວຄ້າຂາຍ ແລະ ປະຊາຊົນທີ່ມາຈັບຈ່າຍຢູ່ຕະຫຼາດ ບໍ່ໃຫ້ແອອັດຄືຕະຫຼາດເກົ່າ ພ້ອມທັງຫາຜູ້ສະໜັບສະໜູນມາອຳນວຍຄວາມສະດວກ ບໍ່ວ່າຈະເປັນຄັນຫົ່ມອັນໃຫຍ່ໃຫ້ແຕ່ລະຮ້ານ ເພື່ອກັນແດດກັນຝົນ, ຈຸດກວດວັດແທກອຸນຫະພູມ, ແຈກຜ້າປິດປາກອະນາໄມ ແລະ ແອລກໍຮໍຂ້າເຊື້ອຕ່າງໆພາຍໃນຕະຫຼາດ.

ຮູບແບບຂອງຕະຫຼາດດັ່ງກ່າວ ໄດ້ກາຍເປັນຕະຫຼາດແບບຢ່າງໃຫ້ກັບຫຼາຍບ່ອນ ແລະ ບາງຕະຫຼາດໃນປະເທດໄທກໍໄດ້ມີຕະຫຼາດໃນຮູບແບບດຽວກັນ ນັ້ນກໍແມ່ນ ຕະຫຼາດບ້ານສວນສຸໂຂໄທນັ້ນເອງ, ເຊິ່ງກໍໄດ້ຮັບການຍ້ອງຍໍຈາກຊາວໂຊຊຽວເປັນຈຳນວນຫຼາຍ ເຖິງລະບົບການຈັດການແບບເວັ້ນໄລຍະຫ່າງ ແທນທີ່ຈະເປັນການປິດຕະຫຼາດ ເຮັດໃຫ້ຊາວຄ້າຂາຍຂາດລາຍໄດ້.

ຂໍຂອບໃຈຂໍ້ມູນຈາກ:

https://cutt.ly/uW1LU4h

https://covid-19.kapook.com/view224825.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/