ສິ້ນສຸດລົງກັບການແຂ່ງຂັນເທນນິສ US Open ໄຊຊະນະໃນລາຍການໃຫຍ່ຄັ້ງທຳອິດຂອງ Daniil Medvedev


ໃນວັນອາທິດທີ່ຜ່ານມາ ຮອບຊິງຊະນະເລີດລະຫວ່າງ Novak Djokovic ກັບ Daniil Medvedev ໄດ້ສິ້ນສຸດລົງດ້ວຍໄຊຊະນະຂອງ Daniil Medvedev ທີ່ໄດ້ສະກັດການສ້າງປະຫວັດສາດວົງການກິລາເທນນິສ ການເປັນແຊ້ມ 4 ລາຍການພາຍໃນປີດຽວຂອງ  Djokovic ພ້ອມທັງຊິງເອົາໄຊຊະນະໃນລາຍການໃຫຍ່ຄັ້ງທຳອິດໃຫ້ຕົນເອງ.

Daniil Medvedev ອາຍຸ 25 ປີ, ເປັນມືວາງອັນດັບສອງ ແລະ ໄດ້ເສຍໃນຮອບຊິງສອງລາຍການໃຫຍ່ມາກ່ອນ ແຕ່ກໍມາຊະນະໄດ້ກັບຄະແນນ 6-4 6-4 6-4 ໃນລາຍການຫຼ້າສຸດ.

ສ່ວນຕົວ Djokovic, ມືວາງອັນດັບໜຶ່ງຂອງໂລກທີ່ໄດ້ຊະນະມາແລ້ວ 3 ລາຍການໃຫຍ່ທັງ Australian Open, French Open ແລະ Wimbledon ພາຍໃນປີນີ້ປີດຽວ. ໃນອາຍຸ 34 ປີ, Djokovic ຕ້ອງການຢາກເປັນຜູ້ທີ່ຊະນະທຸກລາຍການໃຫຍ່ດັ່ງກ່າວ ເຊິ່ງຈະເປັນການປະສົບຜົນສຳເລັດທີ່ຍິ່ງໃຫຍ່ທີ່ສຸດຂອງຕົນເອງຕໍ່ອາຊີບນັກເທນນິສ.

ອາດຈະຍ້ອນຄວາມກົດດັນຕໍ່ການທີ່ຕ້ອງການສ້າງປະຫວັດສາດ, ໄດ້ທຳລາຍສະຖິຕິຍິ່ງໃຫຍ່ເຫຼົ່ານັ້ນ ຫຼັງຈາກສິ້ນສຸດການແຂ່ງຂັນ Djokovic ກໍໄດ້ປ່ອຍຄວາມຮູ້ສຶກທຸກຢ່າງອອກມາພ້ອມນ້ຳຕາ ເຖິງແມ່ນວ່າຈະບໍ່ໄດ້ຮັບໄຊຊະນະ ແຕ່ການແບກຮັບພາລະກໍສິ້ນສຸດລົງແລ້ວທີ່ສະໜາມນັ້ນ.

ພ້ອມທັງຍັງເສີມວ່າ “Daniil Medvedev ເໝາະສົມທີ່ສຸດແລ້ວຕຳແໜ່ງຜູ້ຊະນະ Grand Slam”.

ໄຊຊະນະຂອງ Medvedev ບໍ່ໄດ້ມາຍ້ອນໂຊກ ແຕ່ມາຍ້ອນຄວາມສາມາດ, ລາວຫຼິ້ນໄດ້ຢ່າງສະຫຼາດຫຼັກແຫຼມພ້ອມກັບຄວາມໝັ້ນໃຈ. ຫຼອກລໍ້ໃຫ້ຝ່າຍກົງກັນຂ້າມສ້າງຂໍ້ຜິດພາດໃຫ້ຕົນເອງຈາກການເສີບທີ່ຮຸນແຮງຂອງລາວ ແລະ ປິດຄະແນນຮັບໄຊຊະນະຄັ້ງທຳອິດດ້ວຍ 3 ເຊັດຕໍ່ກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/