ລອງເບິ່ງ! 8 ເທັກນິກທີ່ເຮັດໃຫ້ລູກຢາກໄປໂຮງຮຽນທຸກມື້


ຖ້າເວົ້າເຖິງເດັກນ້ອຍແລ້ວ ບາງຄົນກໍໄປໂຮງຮຽນໄດ້ແບບສະບາຍໆ ບໍ່ມີການຂັດ ຫຼື ຮ້ອງໄຫ້ ເຕັມໃຈໄປໂຮງຮຽນທຸກຄັ້ງ, ແຕ່ອາດຈະມີເດັກນ້ອຍຫຼາຍຄົນທີ່ຍັງບໍ່ຢາກໄປໂຮງຮຽນ ຈົນບາງຄັ້ງທັງຮ້ອງທັງໄຫ້ກໍມີ, ດ້ວຍປັດໄຈມາຈາກຫຼາຍສາເຫດ ຫຼາຍສິ່ງຫຼາຍຢ່າງ ທີ່ເຮັດໃຫ້ເດັກນ້ອຍບໍ່ຢາກຈະໄປໂຮງຮຽນ. ເຖິງຢ່າງໃດກໍຕາມ ເມື່ອເຮົາຮູ້ແລ້ວວ່າເດັກບໍ່ຢາກໄປ ທາງຜູ້ປົກຄອງກໍມີການເຮັດຊອກຫາວິທີຕ່າງໆເພື່ອແກ້ບັນຫາດັ່ງກ່າວ ລວມໄປເຖິງຄູນຳອີກ.

ໃນການເຮັດໃຫ້ເດັກນ້ອຍໄປໂຮງຮຽນນັ້ນ ຈະມີຫຼາຍວິທີ ແລະ ບາງຄົນກໍຈະປະຕິບັດບໍ່ຄືກັນ. ມື້ນີ້ກໍເລີຍມີວິທີແນະນຳມາ 8 ວິທີ ເພື່ອຊ່ວຍແກ້ໄຂບັນຫາດັ່ງກ່າວ ອາດຈະຊ່ວຍໄດ້ບໍ່ຫຼາຍກໍໜ້ອຍ ໂດຍສະເພາະໃນໄລຍະໂຈະການຮຽນ-ການສອນ ຍິ່ງເຮັດໃຫ້ເດັກນ້ອຍທີ່ມັກໄປໂຮງຮຽນຢູ່ແລ້ວ ຄາດວ່າຈະສົ່ງຜົນໃຫ້ມີຄວາມຮູ້ສຶກລຶ້ງເຄີຍກັບການບໍ່ໄປໂຮງຮຽນກໍເປັນໄປໄດ້.

8 ວິທີໃນນີ້ສາມາດນຳໄປປະຕິບັດໄດ້ ລອງສຶກສາໄປນຳກັນ ເພາະຖ້າໂຄວິດຫາຍໄປແລ້ວອາດຈະມີການເປີດສົກຮຽນກໍເປັນໄດ້.

  • ເທັກນິກທີ 1: ບໍ່ໜີລູກ ເພາະເຂົາອາດຄິດວ່າເຮົາກຳລັງປະເຂົາຢູ່ຕາມລຳພັງ ເປັນໄປໄດ້ແມ່ນສົ່ງລູກຂຶ້ນລົດ ຫຼື ໄປສົ່ງລູກທຸກຄັ້ງ.
  • ເທັກນິກທີ 2: ພະຍາຍາມມອບຄວາມຮັກໃຫ້ກັບເດັກຫຼາຍໆ ເປັນຕົ້ນ: ຫອມແກ້ມ, ບອກຮັກ, ກອດ, ເວົ້າໃຫ້ກຳລັງໃຈ ດ້ວຍຄວາມຮັກເປັນຫຼັກ.
  • ເທັກນິກທີ 3: ເວົ້າໃຫ້ເດັກມີຄວາມສະບາຍໃຈ ດ້ວຍປະໂຫຍກຄຳເວົ້າຕ່າງໆເຊັ່ນ: ຈະໄປຮັບລູກເດີ, ແມ່-ພໍ່ຈະເຮັດກິນໄວ້ຖ້າລູກເດີ ຫຼື ອື່ນໆ.
  • ເທັກນິກທີ 4: ການຕອບໂຕ້ທີ່ຮຸນແຮງ ສ່ວນຫຼາຍຈະບໍ່ຄ່ອຍສົ່ງຜົນປະໂຫຍດຫຍັງ. ຖ້າເປັນໄປໄດ້ກໍບໍ່ຄວນມີການຕອບໂຕ້ທີ່ຮຸນແຮງ, ໂດຍສະເພາະເດັກທີ່ກຳລັງຈະໄປໂຮງຮຽນຄັ້ງທຳອິດ ເພາະເຂົາອາດຮູ້ສຶກກັບການເຫີນຫ່າງຈາກຜູ້ປົກຄອງ.
  • ເທັກນິກທີ 5: ຖ້າເຮົາສາມາດຍ້ອງຍໍຊົມເຊີຍລູກທຸກຄັ້ງທີ່ປະຕິບັດໜ້າທີ່ສຳເລັດ ກໍຍິ່ງເປັນການດີ ແຕ່ກໍຄວນເລືອກທີ່ຈະຍ້ອງວ່າຈະເຮັດໃນລັກສະນະໃດ ແລະ ຄວນເນັ້ນປະລິມານເທົ່າໃດ.
  • ເທັກນິກທີ 6: ຖາມເວລາເດັກນ້ອຍກັບມາແຕ່ໂຮງຮຽນ ອາດຈະເຮັດໃຫ້ເຂົາຮູ້ສຶກດີ ແລະ ຄິດຢາກຈະໄປໂຮງຮຽນກໍເປັນໄດ້.
  • ເທັກນິກທີ 7: ສຶກສາສອບຖາມຄູຢູ່ເປັນປະຈຳ ຄ່ອຍໆປັບປ່ຽນວິທີຮ່ວມກັບຄູໃຫ້ຫຼາຍກວ່າເກົ່າຖ້າເປັນໄປໄດ້, ເພື່ອຊ່ວຍແກ້ໄຂກັບບັນຫາດັ່ງກ່າວ.
  • ເທັກນິກທີ 8: ຖ້າເປັນໄປໄດ້ບໍ່ຄວນໃຫ້ເດັກນ້ອຍຫຼິ້ນສິ່ງຕ່າງໆຢູ່ເຮືອນ ກ່ອນຈະໄປໂຮງຮຽນ ເພາະອາດຈະເຮັດໃຫ້ ພວກເຂົາຕິດເຄື່ອງເຫຼົ່ານັ້ນ ຈົນບໍ່ສົນໃຈຢາກຈະໄປໃສ.

     ສຳລັບວິທີດັ່ງກ່າວ ອາດຈະຊ່ວຍແກ້ໄຂບັນຫາໄດ້ ລອງມາປັບປ່ຽນວິທີໃຊ້ ເພື່ອຄົນທີ່ເຮົາຮັກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/