ຮູບແຕ້ມຂອງ Edward Hopper ທີ່ສະທ້ອນ New Normal ຂອງປັດຈຸບັນຈາກອະດີດ


ເອັດເວີດ ຮັອປເປີ (Edward Hopper) ເກີດເມື່ອ 22 ກໍລະກົດ ປີ 1882–15 ພຶດສະພາ ປີ 1967. ເປັນນັກຈິດຕະກອນສັນຊາດອາເມຣິກາ, Hopper ໂດ່ງດັງຈາກສະໄຕລ໌ການບັນຍາຍຮູບແຕ້ມຂອງລາວໃຫ້ເປັນຄືກັບສາກຈາກໃນຮູບເງົາ. ເນື້ອໃນຂອງມັນຈະເປັນການບັນຍາຍຊີວິດຂອງຄົນອາເມຣິກາທົ່ວໄປພາຍໃນສະຖານທີ່ຕ່າງໆ ທີ່ສຳຄັນແມ່ນການອອກແບບໂດຍໃຊ້ເລຂາຄະນິດ, ສິລະປິນຈະຈັດວາງອົງປະກອບຂອງຕົວລະຄອນໃຫ້ພໍດີກັບສະພາບແວດລ້ອມ ຮູບແຕ້ມທີ່ເປັນທີ່ຮູ້ຈັກທົ່ວໂລກຂອງລາວ Nighthawks (1942)  ເອີ້ນໄດ້ວ່າຜົນງານຂອງນັກຈິດຕະກຳຜູ້ນີ້ເບິ່ງສະບາຍຕາ ແລະ ເຖິງແມ່ນວ່າຈະຜ່ານມາດົນເທົ່າໃດ, ຜູ້ເບິ່ງສາມາດເຂົ້າເຖິງອາລົມໃນຮູບພາບໄດ້ໂດຍບໍ່ຮູ້ສຶກເກົ່າເລີຍ.

ຜົນງານ Nighthawks ເປັນຜົນງານລະບາຍສີນ້ຳມັນທີ່ສະແດງຕົວລະຄອນ 4 ຄົນໃນຮ້ານອາຫານໃຈກາງເມືອງຍາມຄ່ຳ. ການວາງເສັ້ນນຳສາຍຕາຂອງ Hopper ສົ່ງຜົນໃຫ້ເຮົາທີ່ເປັນຜູ້ເຂົ້າໃຈວ່າກຳລັງເບິ່ງຕົວລະຕອນຈາກທາງນອກຜ່ານຮ້ານອາຫານນັ້ນ. ແສງຈາກໃນຮ້ານກໍເປັນສິ່ງດຽວທີ່ສະຫວ່າງ ຈຶ່ງເຮັດໃຫ້ເຮົາເຂົ້າໃຈເຖິງພາຍນອກຂອງຖະໜົນທີ່ວ່າງເປົ່ານັ້ນແມ່ນຕອນຄ່ຳແລະປ່ຽວ. ນອກຈາກນີ້ຮູບແຕ້ມດັ່ງກ່າວກໍຍັງໄດ້ໄປເປັນສາກອ້າງອີງໃຫ້ກັບອີກຫຼາຍຮູບເງົາຂອງອາເມຣິກາໃນຍຸກປັດຈຸບັນ.

ຫຼາຍໆຮູບແຕ້ມຂອງ Edward Hopper ຈະເນັ້ນໄປທີ່ການຈັດວາງຂອງອົງປະກອບ, ການແຕ້ມໄປຕາມເສັ້ນນຳສາຍຕາ ແລະ ການທີ່ມີຕົວລະຄອນໜ້ອຍ ເຊິ່ງມັນບັງເອີນກົງກັບສະຖານະການທີ່ທົ່ວໂລກກຳລັງພົບ ຫຼື ຈະເອີ້ນວ່າການທຳນາຍ New Normal ຈາກອະດີດກໍບໍ່ເກີນຄວາມຈິງ ເນື່ອງຈາກປັດຈຸບັນທີ່ທຸກຄົນຈະຕ້ອງລະມັດລະວັງ ແລະ ຈຳກັດການອອກຈາກເຮືອນລວມໄປເຖິງການເວັ້ນໄລຍະຫ່າງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/