ແພດເຮັດສຳເລັດ! ຜ່າຕັດໃສ່ຂາທຽມໃຫ້ນ້ອງແມວສຳເລັດເປັນຄັ້ງທຳອິດ


ແມວສົ້ມທີ່ຊື່ວ່າ ວິຕຸດໂຊ ອາຍຸ 6 ປີ ທີ່ອາໄສຢູ່ປະເທດອິຕາລີ ໄດ້ສູນເສຍຂາຫຼັງທັງ 2 ຂ້າງ ຈາກການຖືກລົດຕຳ ໄດ້ກາຍເປັນແມວໂຕທຳອິດທີ່ໄດ້ຮັບການຜ່າຕັດຂາທຽມໄດ້ສຳເລັດ.

ຕາມລາຍງານລະບຸໄວ້ວ່າ ວິຕຸດໂຊ ຖືກລົດຕຳໃນຂະນະທີ່ກຳລັງໄປຍ່າງຫຼິ້ນ ແລະ ເວລານັ້ນ ເຈົ້າຂອງນ້ອງກໍບໍ່ໄດ້ຢູ່ເຮືອນ ນ້ອງແມວໄດ້ຮັບບາດເຈັບສາຫັດ ຕ້ອງຖືກຕັດຂາອອກທັງສອງຂ້າງທີ່ບາດເຈັບ ເພື່ອຮັກສາຊີວິດໄວ້.

ສັດຕະວະແພດພະຍາຍາມຮັກສາຊີວິດແມວໄວ້ສຸດຄວາມສາມາດ ແລະ ໄດ້ຕໍ່ຂາທຽມຈາກກະດູກຂາທາງເທິງທີ່ນ້ອງເຫຼືອຢູ່, ເຊິ່ງການຜ່າຕັດໄດ້ປະສົບຄວາມສຳເລັດໄປດ້ວຍດີ.

ນັບຈາກການຜ່າຈັດໃສ່ຂາທຽມໃຫ້ ວິຕຸດໂຊ ເຊິ່ງຜ່ານມາ 4 ປີແລ້ວ ນ້ອງກໍສາມາດໃຊ້ຊີວິດກັບຂາທຽມໄດ້ຢ່າງຄ່ອງແຄ່ວ ແບບແມວປົກກະຕິໂຕອື່ນ.

ສຳລັບທາດແມວທ່ານໃດຢາກເຂົ້າໄປຕິດຕາມອາການ ແລະ ຄວາມໜ້າຮັກຂອງນ້ອງ ສາມາດຕິດຕາມຢູ່ facebook Page: Vituzzo Superstar

ທີ່ມາ: https://web.facebook.com/vituzzosuperstar/?_rdc=1&_rdr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/