ອົງການຈັດຕັ້ງສາກົນ ເສີມຂະຫຍາຍການປຸງແຕ່ງກາເຟ ຊຸກຍູ້ລະບົບຕ່ອງໂສ້ມູນຄ່າຂອງກາເຟລາວສູ່ຕະຫຼາດສາກົນ


ອົງການຈັດຕັ້ງສາກົນ USDA, ອົງການ Winrock International, ສູນການຄ້າສາກົນ (ITC), ໂຄງການຄູ່ຮ່ວມມືການຄ້າຂອງອັງກິດ, ສະມາຄົມກາເຟລາວ ໄດ້ຈັດເຝິກອົບຮົມໃຫ້ບັນດາຜູ້ຜະລິດກາເຟລາວ ເສີມຂະຫຍາຍການປຸງແຕ່ງກາເຟ ຊຸກຍູ້ລະບົບຕ່ອງໂສ້ມູນຄ່າຂອງກາເຟລາວ.

ການຮ່ວມມືດັ່ງກ່າວ ມີຂຶ້ນພາຍໃຕ້ໂຄງການ CLEAN ທີ່ໄດ້ຮັບທຶນຈາກ USDA ແລະ ໂຄງການ ARISE Plus ໄດ້ຮ່ວມມືກັນເພື່ອຈັດໃຫ້ການເຝິກອົບຮົມກ່ຽວກັບ ການເຝິກອົບຮົມປຸງແຕ່ງຫຼັງການເກັບກ່ຽວ: ການປຸງແຕ່ງ Q ລະດັບ 2, ສຳລັບ ກາເຟອາຣາບິກາ ລະຫວ່າງວັນທີ 2 -7 ຕຸລາ ທີ່ສູນຄົ້ນຄວ້າກາເຟ, ປາກຊ່ອງ, ສປປ ລາວ.

ກິດຈະກຳມື້ທຳອິດແມ່ນເຕັມໄປດ້ວຍບົດຮຽນກ່ຽວກັບການປຸງແຕ່ງກາເຟ, ວັດຖຸດິບ, ເຕັກໂນໂລຊີ, ການຄວບຄຸມຄຸນະພາບ.ໄດ້ຈັດການເຝິກອົບຮົມຂຶ້ນ ເປັນເວລາ 6 ມື້ ໃນລະຫວ່າງວັນທີ 2-7 ຕຸລາ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ.

ການຮ່ວມມືຄັ້ງນີ້ ແນໃສ່ເສີມຂະຫຍາຍຕ່ອງໂສ້ມູນຄ່າການຜະລິດກາເຟໃນລາວ ໂດຍຜ່ານການເພີ່ມຄວາມຮູ້ດ້ານການປຸງແຕ່ງກາເຟ. ການປຸງແຕ່ງແມ່ນມີຄວາມສຳຄັນທີ່ສຸດໃນການສ້າງຮູບຮ່າງຂອງຣົດຊາດກາເຟ.

ຂັ້ນຕອນການປຸງແຕ່ງບໍ່ພຽງແຕ່ປົກປ້ອງຄຸນະພາບຂອງກາເຟເທົ່ານັ້ນ, ແຕ່ຍັງສາມາດດຶງຣົດຊາດໃໝ່ໆຂອງກາເຟໃຫ້ອອກມາອີກດ້ວຍ ການປຸງແຕ່ງປະກອບດ້ວຍຄວາມດຸ່ນດ່ຽງທີ່ລະອຽດອ່ອນ, ໂດຍຍັງຄົງຮັກສາຄຸນະພາບໂດຍທຳມະຊາດໄວ້.

ໂດຍການເຝິກອົບຮົມຄັ້ງນີ້ ໄດ້ມີການຈັດຫຼັກສູດຕ່າງໆສຳລັບຜູ້ຊ່ຽວຊານດ້ານກາເຟສະເພາະ ທີ່ມີທັງພາກທິດສະດີ ແລະ ພາກປະຕິບັດກ່ຽວກັບວິທີການປຸງແຕ່ງກາເຟ ແບບລົງເລິກ ເພື່ອໃຫ້ຜູ້ຜະລິດກາເຟ ໄດ້ເຂົ້າໃຈ ແລະ ສາມາດນຳໄປປະຕິບັດໄດ້.

ທ່ານ Alex Dahan ຫົວໜ້າຝ່າຍບໍລິຫານຂອງບໍລິສັດ Winrock International ປະຈຳລາວ ກ່າວວ່າ “ການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ຜະລິດກາເຟໃນລາວ ໂດຍຜ່ານການເຝິກອົບຮົມທັກສະສະເພາະແມ່ນມີຄວາມສຳຄັນຫຼາຍເພື່ອກ້າວໄປຂ້າງໜ້າທີ່ມີທ່າອ່ຽງດີ ແລະ ໂອກາດຂອງຕະຫຼາດທີ່ເປີດກວ້າງ. ຫຼັກສູດ 6 ມື້ນີ້ໄດ້ສະໜອງເຄື່ອງມືທີ່ຈໍາເປັນເພື່ອປັບປຸງ ອຸປະກອນຂອງເຂົາເຈົ້າ ແລະ ສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ ໃຫ້ສາມາດນໍາໄປສູ່ການເພີ່ມຜົນຜະລິດ, ກໍາໄລ, ແລະ ຄວາມຍືນຍົງ.”

ຜູ້ປະສານງານໂຄງການ ໄອຊີທີ ທ່ານ ຂັນແກ້ວ ມູນວົງ ກ່າວວ່າ: “ສຳລັບທຸລະກິດກາເຟລາວ ທີ່ກຳລັງຈະຂະຫຍາຍໄປສູ່ຕະຫຼາດກາເຟພິເສດ ແລະ ລະດັບພຣີມຽມລະດັບສາກົນ, ການປະຕິບັດຕາມມາດຕະຖານ ຂອງສາກົນນັ້ນແມ່ນມີຄວາມຈຳເປັນ.”

ທ່ານ ຂັນແກ້ວ ກ່າວຕໍ່ວ່າ: “ໂດຍການຮັບປະກັນຄຸນະພາບຕາມຕ່ອງໂສ້ມູນຄ່າກາເຟ, ບໍ່ພຽງແຕ່ຈະໃຫ້ຜົນປະໂຫຍດທັງອຸດສາຫະກໍາເທົ່ານັ້ນ, ແຕ່ພາບລັກຂອງກາເຟລາວຍັງຈະປັບປຸງໃນບັນດາຜູ້ຊື້ສາກົນ.”

ລະບົບຕ່ອງໂສ້ມູນຄ່າການຜະລິດກາເຟໃນລາວມີທ່າແຮງທີ່ຈະເຂັ້ມແຂງຂຶ້ນກວ່າເກົ່າ ຖ້າໄດ້ມີການເຝິກອົບຮົມກ່ຽວກັບການປຸງແຕ່ງກາເຟ.

ປະເທດລາວໄດ້ຮັບການຍອມຮັບຈາກສາກົນວ່າເປັນຜູ້ສະໜອງກາເຟພິເສດ, ການຄ້າຄຸນະພາບສູງ ແລະ ການໝູນໃຊ້ຄວາມຕ້ອງການທີ່ເພີ່ມຂຶ້ນໃນຕະຫຼາດນີ້ມີສູງເຖິງ 20 ຕື້ໂດລາສະຫະລັດ. ປັດຈຸບັນຂະແໜງກາເຟກຳລັງສ້າງຂີດຄວາມສາມາດ ແລະ ສ້າງການເຊື່ອມໂຍງຕະຫຼາດ, ເພື່ອຮັບປະກັນການສະໜອງກາເຟຂອງລາວໃຫ້ໄດ້ຕາມຄວາມຕ້ອງການ ແລະ ລະບົບນິເວດທີ່ປິ່ນອ້ອມອຸດສາຫະກຳດັ່ງກ່າວ ໄດ້ຮັບຜົນປະໂຫຍດຢ່າງສູງສຸດ.

https://www.vientianetimes.org.la/sub-new/Business/Business_Int199_23.php?fbclid=IwAR2vIBALVkCM6FQoNSIgjIBFJkaDmOfY8aCN9p36CY_4cGMJc1K3EDJEWIw

ຮູບພາບຈາກ: Lao Coffee Culture

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/