Genesis ລະງັບການຖອນເງິນຂອງລູກຄ້າ ຫຼັງຈາກບໍລິສັດຍື່ນຟ້ອງລົ້ມລະລາຍ, ພ້ອມທັງຍຸຕິຄະດີຄວາມກັບ FTX


ອີງຕາມລາຍງານຫຼ້າສຸດ, Genesis ບໍລິສັດໃຫ້ກູ້ຢືມສະກຸນເງິນດິຈິຕອນໄດ້ປະກາດລະງັບການຖອນເງິນຂອງລູກຄ້າໃນພາກສ່ວນຂອງການກູ້ຢືມ ຫຼັງຈາກທີ່ໄດ້ຍື່ນຟ້ອງລົ້ມລະລາຍຕໍ່ສານ, ເຊິ່ງບໍລິສັດໄດ້ປະຕິເສດທີ່ຈະອຳນວຍຄວາມສະດວກໃນການຖອນເງິນໃຫ້ແກ່ລູກຄ້າ.

ການປະກາດຂອງບໍລິສັດ Genesis ໃນຄັ້ງນີ້ໄດ້ເພີ່ມຄວາມສັບສົນໃຫ້ແກ່ອຸດສາຫະກໍາ crypto ທີ່ຕອນນີ້ກໍາລັງວຸ້ນວາຍຢູ່ແລ້ວໃຫ້ເພີ່ມທະວີຂຶ້ນ. ແຕ່ຄວາມວຸ້ນວາຍຍັງບໍ່ສິ້ນສຸດພຽງເທົ່ານີ້, ຫຼັງຈາກຜູ້ພິພາກສາຕັດສິນວ່າການຟ້ອງຮ້ອງລະຫວ່າງ Genesis ແລະ FTX ຈະຕ້ອງໄດ້ຍຸຕິລົງ, ເຊິ່ງນີ້ຈະສົ່ງຜົນກະທົບຕໍ່ອຸດສາຫະກໍາ crypto ໃນວົງກວ້າງ.

ອີງຕາມການລາຍງານຂອງ Scott Melker ເຈົ້າຂອງລາຍການ “The Wolf Of All Streets” ລະບຸວ່າ ຜູ້ພິພາກສາຄະດີການລົ້ມລະລາຍໃນນິວຢອກໄດ້ອະນຸມັດການລະງັບຂໍ້ຂັດແຍ້ງມູນຄ່າ 175 ລ້ານໂດລາລະຫວ່າງ Genesis Global Trading ແລະ FTX.

ນີ້ໄດ້ເຮັດໃຫ້ Alameda Research ເຊິ່ງເປັນບໍລິສັດໃນເຄືອຂອງ FTX ໄດ້ຮັບເງິນຊົດເຊີຍພຽງແຕ່ 175 ລ້ານໂດລາຈາກບໍລິສັດ Genesis ແທນທີ່ຈະເປັນ 3.9 ຕື້ໂດລາ. Scott Melker ກ່າວວ່າ ໃນຂະນະທີ່ບໍລິສັດ Genesis ໄດ້ພິຈາລະນາວ່າຂໍ້ຕົກລົງນີ້ເປັນສິ່ງທີ່ເໝາະສົມ ແລະ ຍຸຕິທຳແລ້ວ, ແຕ່ເຈົ້າໜ້າທີ່ FTX ບາງຄົນບໍ່ພໍໃຈກັບຂໍ້ຕົກລົງດັ່ງກ່າວ.

ການອະນຸມັດຂໍ້ຕົກລົງນີ້ໄດ້ເກີດຂຶ້ນທ່າມກາງການເປີດເຜີຍຂໍ້ມູນການລົ້ມລະລາຍຂອງບໍລິສັດ Genesis ໃນໄລຍະທີ່ FTX ລົ້ມລະລາຍໃນປີ 2022 , ເຊິ່ງເຮັດໃຫ້ເກີດການພິຈາລະນາຄະດີຢ່າງຕໍ່ເນື່ອງ​ຂອງ​ Sam Bankman Fried ຜູ້​ກໍ່​ຕັ້ງ FTX ທີ່ໃນຕອນນີ້ກຳລັງ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ຫຼາຍ​ຢ່າງ ລວມມີການສໍ້ໂກງ ແລະ ການຟອກເງິນ, ເຊິ່ງເຮັດໃຫ້ສະຖານະການມີຄວາມຊັບຊ້ອນຍິ່ງຂຶ້ນ

ໂດຍລວມ, ການຕັດສິນໃຈຂອງບໍລິສັດ Genesis ໃນການລະງັບການຖອນເງິນຂອງລູກຄ້າ, ການຍື່ນຟ້ອງລົ້ມລະລາຍ ແລະ ການຊຳລະໜີ້ກັບ FTX ຊີ້ໃຫ້ເຫັນເຖິງຄວາມວຸ້ນວາຍ ແລະ ຄວາມຊັບຊ້ອນຂອງອຸດສາຫະກໍາ crypto.

ນອກ​ນີ້, ການ​ດຳ​ເນີນຄະດີທາງ​​​ກົດໝາຍ​ຕ່າງໆທີ່ກຳລັງເກີດຂຶ້ນ, ລວມທັງການພິຈາລະນາຄະດີຂອງ Sam Bankman Fried ຜູ້ກໍ່ຕັ້ງບໍລິສັດ FTX ຍັງຄົງສືບຕໍ່ເພີ່ມຄວາມບໍ່ແນ່ນອນໃນອຸດສາຫະກໍາ. ແຕ່ສິ່ງທີ່ແນ່ນອນກໍຄືຜົນຈາກການຊຳລະໜີ້ຂອງ Genesis ກັບ FTX ແລະ ການແກ້ບັນຫາຕ່າງໆຈະເປັນຕົວກຳນົດທິດທາງຂອງອຸດສາຫະກຳ Crypto ໃນອະນາຄົດ.

ທີ່ມາ:

bitcoinist

scottmelker

bitcoinist2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/