ໄຟຟ້າລາວ ລົງນາມຕິດຕັ້ງສາຍສົ່ງໄຟຟ້າ 500kV ມູນຄ່າ 149 ລ້ານສົ່ງອອກໄຟຟ້າຈາກອັດຕະປື ໄປກຳປູເຈຍ


ລັດວິສາຫະກິດ ໄຟຟ້າລາວ ຫຼື EDL ໄດ້ລົງນາມເຊັນສັນຍາ​ວ່າ​ດ້ວຍ​ການ​ຕິດ​ຕັ້ງ​ສາຍ​ສົ່ງ​ໄຟຟ້າ 500kV ​ແລະ ກໍ່ສ້າງ​ສະຖານີ​ໄຟຟ້າ​ພູ​ວົງ ​ແຂວງ​ອັດ​ຕະປື ​ເຂດ​ຊາຍ​ແດນ​ລາວ ໄປຫາກຳປູ​ເຈຍ. ເປີດໂອກາດ ໃຫ້ຜູ້ຜະລິດໄຟຟ້າໃນພາກໃຕ້ຂອງລາວ ສາມາສະໜອງໄຟຟ້າໄດ້ຫຼາຍຂຶ້ນ.​

ໂດຍລະບົບ​ດັ່ງກ່າວ​ຈະ​ສາມາດ​ສົ່ງ​ໄຟຟ້າ​ໄປ​ກຳປູ​ເຈຍ​ໄດ້ 695 MW. ຂໍ້ຕົກລົງດັ່ງກ່າວໄດ້ລົງນາມໃນວັນທີ 13 ຕຸລານີ້ ໂດຍທ່ານ ຈັນທະບູນ ສຸກກະລຸນ ຜູ້ອໍານວຍການໃຫຍ່ EDL ແລະ ຜູ້ຕາງໜ້າບໍລິສັດເອກະຊົນທີ່ໄດ້ຮັບສໍາປະທານເພື່ອດໍາເນີນໂຄງການ, ທ່ານ Wang Xianjun.

ໂດຍໂຄງການດັ່ງກ່າວ ຈະມີມູນຄ່າປະມານ 149 ລ້ານໂດລາສະຫະລັດ ຈະໄດ້ຕິດຕັ້ງລະບົບສາຍສົ່ງ 500kV ຈາກສະຖານີພູວົງ ແຂວງອັດຕະປື ໄປຫາສະຖານີບ້ານນາ ແລະ ບ້ານທາດ ແລະ ຂ້າມຊາຍແດນລາວ ໄປກຳປູເຈຍ.

ທ່ານ ຈັນທະບູນ ກ່າວວ່າ: ການຕິດຕັ້ງສາຍສົ່ງໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນຍຸດທະສາດການພັດທະນາການຜະລິດກະແສໄຟຟ້າຂອງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ເປັນອີກບາດກ້າວໜຶ່ງໃນເສັ້ນທາງກ້າວໄປສູ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ”.

ທ່ານ ອຳນວຍການ ລັດວິສາຫະກິດ ໄຟຟ້າລາວ ຍັງກ່າວອີກວ່າ: ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຜົນ​ສຳ​ເລັດ​ຂອງ​ໂຄງ​ການ​ນີ້ ຈະ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໄຟ​ຟ້າ ແລະ ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ​ຂອງ​ລາວ”

ສະຖານີໄຟຟ້າ ແລະ ສາຍສົ່ງ ຈະເປີດໂອກາດໃຫ້ແກ່ການພັດທະນາການຜະລິດກະແສໄຟຟ້າໃນພາກໃຕ້ ຈາກການມີຕະຫຼາດຮອງຮັບສຳລັບ ລັດວິສາຫະກິດໄຟຟ້າລາວ, ເຊິ່ງຈະສາມາດເລືອກບໍລິການພະລັງງານທີ່ເໝາະສົມເພື່ອສະໜອງພະລັງງານໃຫ້ກຳປູເຈຍ ສອດຄ່ອງກັບ ຂໍ້ກໍານົດຂອງສັນຍາຊື້-ຂາຍໄຟຟ້າລະຫວ່າງ EDL ແລະ ກໍາປູເຈຍ.

ໃນປີທີ່ຜ່ານມາ ສປປ ລາວ ​ໄດ້​ສົ່ງ​ອອກ​ໄຟຟ້າ​ໄປ​ຍັງ​ກຳປູ​ເຈຍ 445 MW, ​ເຊິ່ງຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ເປັນ 6,000 MW ​ໃນ​ປີ 2030.

http://vientianetimes.org.la/freefreenews/freecontent_EDL201_23.php

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/