ເອົາ Bitcoin ມາແລກໄປໄດ້ເລີຍ! Ferrari ເປີດຮັບການຊຳລະເງິນດ້ວຍ Crypto ສຳລັບການຂາຍລົດໃນສະຫະລັດອາເມຣິກາແລ້ວ


ເມື່ອວັນທີ 14 ຕຸລາທີ່ຜ່ານມາ, Enrico Galliera ຫົວໜ້າການຕະຫຼາດ ແລະ ການຄ້າຂອງ Ferrari ໄດ້ອອກມາຢືນຢັນວ່າ ບໍລິສັດໄດ້ຍອມຮັບການຊໍາລະເງິນດ້ວຍສະກຸນເງິນດິິຈິຕອນແລ້ວ ເນື່ອງຈາກໄດ້ຮັບແຮງໜຸນຈາກຄວາມຕ້ອງການຂອງຕະຫຼາດ ແລະ ຄຳຂໍຂອງຕົວແທນຈຳໜ່າຍ, ເຊິ່ງມີລູກຄ້າຈຳນວນຫຼາຍ ລວມເຖິງໄວໜຸ່ມທີ່ລົງທຶນໃນສະກຸນເງິນດິຈິຕອນ ແລະ ພວກເຂົາເຫຼົ່ານັ້ນກໍຕ້ອງການທີ່ຈະຊື້ຜະລິດຕະພັນດ້ວຍການຊຳລະເງິນໃນຮູບແບບໃໝ່.

Ferrari ໄດ້ຮ່ວມມືກັບ BitPay ເຊິ່ງເປັນບໍລິສັດຊໍາລະເງິນ Crypto ຍັກໃຫຍ່ ເພື່ອອຳນວຍຄວາສະດວກໃຫ້ແກ່ລູກຄ້າໃນການເຮັດທຸລະກຳດ້ວຍ Crypto ໃນສະຫະລັດເປັນແຫ່ງທຳອິດ, ໂດຍການຮ່ວມມືກັນໃນຄັ້ງນີ້ຊ່ວຍໃຫ້ລູກຄ້າສາມາດຈ່າຍເປັນ Bitcoin (BTC), Ethereum (ETH) ແລະ USD Coin (USDC) ເພື່ອຊື້ຜະລິດຕະພັນຈາກບໍລິສັດໄດ້.

Enrico Galliera ໄດ້ລະບຸໃນການປະກາດວ່າ ຈະບໍ່ເກັບຄ່າທໍານຽມ ຫຼື ເອີ້ນເກັບຄ່າໃຊ້ຈ່າຍເພີ່ມເຕີມເມື່ອຊຳລະເງິນດ້ວຍ Crypto, ເນື່ອງຈາກ BitPay ຈະແປງການຊໍາລະເງິນດ້ວຍ Crypto ເປັນສະກຸນເງິນ Fiat ສໍາລັບຕົວແທນຈໍາໜ່າຍ Ferrai ທັນທີ ເພື່ອໃຫ້ພວກເຂົາໝັ້ນໃຈໄດ້ວ່າພວກເຂົາຈະໄດ້ຮັບການປົກປ້ອງຈາກຄວາມຜັນຜວນຂອງລາຄາໃນຕະຫຼາດ Crypto.

ໃນຂະນະທີ່ບໍລິສັດລົດສ່ວນໃຫຍ່ຫຼາຍແຫ່ງຫຼີກເວັ້ນທີ່ຈະຍອມຮັບການຊຳລະເງິນດ້ວຍ crypto ເນື່ອງຈາກຄວາມຜັນຜວນໃນຕະຫຼາດ ແລະ ບັນຫາດ້ານກົດໝາຍ, Ferrari ກັບມີຄວາມຄິດທີ່ແຕກຕ່າງ ແລະ ໄດ້ຕັດສິນໃຈຍອມຮັບການຊຳລະເງິນໃນຮູບໃໝ່ນີ້

Enrico Galliera ກ່າວຕື່ມວ່າ ສະກຸນເງິນດິຈິຕອນໄດ້ປະຕິບັດຂັ້ນຕອນທີ່ສໍາຄັນໃນການຫຼຸດຜ່ອນການປ່ອຍອາຍຄາບອນຂອງພວກເຂົາດ້ວຍການນໍາສະເໜີຊອບແວໃໝ່ ແລະ ການນໍາໃຊ້ຊັບພະຍາກອນໝຸນວຽນທີ່ເພີ່ມຂຶ້ນ. Enrico ໄດ້ຢໍ້າເຖິງຄວາມມຸ່ງໝັ້ນ ຂອງ Ferrari ໃນການບັນລຸຄວາມເປັນກາງຂອງຄາບອນພາຍໃນປີ 2030.

ບໍລິສັດ Ferrari ໄດ້ວາງແຜນທີ່ຈະຂາຍຫຍາຍແຜນການຊໍາລະເງິນດ້ວຍ Crypto ຂອງຕົນໄປສູ່ຢູໂຣບໃນໄຕມາດທໍາອິດຂອງປີ 2024  ແລະ ​ຈາກ​​ນັ້ນຈຶ່ງຈະຂະຫຍາຍໄປສູ່​​ພາກ​ພື້ນ​ອື່ນໆ ທີ່ Crypto ໄດ້ຮັບການຍອມຮັບຈາກກົດໝາຍຢ່າງຖືກຕ້ອງ. ນອກຈາກນີ້ບໍລິສັດ Ferrari ຍັງພະຍາຍາມດຶງດູດນັກລົງທຶນຮຸ່ນໃໝ່ທີ່ຮັ່ງມີຈາກການລົງທຶນໃນ Crypto, ລວມເຖິງນັກລົງທຶນແບບດັ້ງເດີມທີ່ຕ້ອງການແຈກຍາຍຫຼັກຊັບການລົງທຶນຂອງຕົນ ໄປສູ່ສິນຊັບປະເພດຊັບສິນອື່ນໆ.

ທີ່ມາ:

reuters

u.today

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/