ຫວຽດນາມ ມີສັກະຍະພາບ ພ້ອມເປັນ Transit Hub


Cushman & Wakefield ບໍລິສັດໃຫ້ບໍລິການດ້ານອະສັງຫາລິມະຊັບ ເຊີງພານິດລະດັບໂລກ ໃຫ້ຂໍ້ສັງເກດວ່າ ຫວຽດນາມໄດ້ກາຍເປັນຈຸດໝາຍປາຍທາງຂອງບັນດາບໍລິສັດດ້ານການຜະລິດ ແລະ ໂລຈິສຕິກຈຳນວນຫຼາຍ ດ້ວຍການເຕີບໂຕຂອງອີຄອມເມີດຄວບຄູ່ໄປກັບຄວາມຕ້ອງການທີ່ເພີ່ມສູງຂຶ້ນໃນດ້ານອະສັງຫາລິມະຊັບທີ່ມີລະບົບໂລຈິສຕິກຊັ້ນນຳ.

ຜູ້ຊ່ຽວຊານຂອງບໍລິສັດລະບຸວ່າ ຫວຽດນາມຕັ້ງຢູ່ໃນຈຸດຍຸດທະສາດຕິດກັບລະບົບເສດຖະກິດທາງຕອນໃຕ້ຂອງຈີນ ເຊິ່ງເປັນທີ່ຕັ້ງຂອງສຳນັກງານໃຫຍ່ຂອງບໍລິສັດອຸດສາຫະກຳ, ເຄມີ, ການຄ້າ ແລະ ເຕັກໂນໂລຊີ ອີເລັກໂທຣນິກລາຍໃຫຍ່ຫຼາຍ.

ໃນຂະນະທີ່ ບໍລິສັດຜະລິດອຸປະກອນອີເລັກໂທຣນິກລະດັບໂລກຫຼາຍຮອບກໍເລືອກຫວຽດນາມເປັນຈຸດໝາຍປາຍທາງເຊັ່ນ: Panasonic, LG Display, Canon, Foxconn, Samsung, Jinko Solar ແລະ ອີກຫຼາຍໆຢ່າງ. ນອກຈາກນີ້ ຫວຽດນາມຍັງມີຂໍ້ໄດ້ປຽບຈາກລະບົບການຄົມມະນາຄົມທີ່ຫຼາກຫຼາຍ ໂດຍແນວຊາຍຝັ່ງທີ່ທອດຍາວເປັນຂອງທ່າເຮືອຂະໜາດໃຫຍ່ຫູາຍແຫ່ງ ເສັ້ນທາງລົດໄຟ 2 ເສັ້ນທາງທີ່ເຊື່ອມກັບຈີນ ລວມທັງບ່ອນທ່ຽວຫຼາຍແສນກິໂລແມັດ.

ຈາກເງື່ອນໄຂທີ່ໜ້າດຶງດູດ ມີການລົງທຶນໃນລະບົບທ່າເຮືອຂອງປະເທດຈຳນວນຫຼາຍໃນໄລຍະບໍ່ເທົ່າໃດປີທີ່ຜ່ານມາ ພ້ອມດ້ວຍສິ່ງອຳນວຍຄວາມສະດວກທີ່ທັນສະໄໝທີ່ໄດ້ມາດຕະຖານສາກົນ ໂດຍສະເພາະທ່າເຮືອຕູ້ຄອນເທັນເນີ ເຊິ່ງຕິດ 50 ອັນດັບທຳອິດຂອງທ່າເຮືອທີ່ໃຫຍ່ທີ່ສຸດໃນໂລກ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/