ສ້າງປະຫວັດສາດໜ້າໃໝ່! Taylor Swift: The Eras Tour ກາຍເປັນຮູບເງົາຄອນເສີດທີ່ເຮັດລາຍໄດ້ໃນອາທິດທຳອິດສູງສຸດໃນປະຫວັດສາດ


ກາຍເປັນເລື່ອງທີ່ສັ່ນສະເທືອນວົງການ Hollywood ເມື່ອຮູບເງົາຄອນເສີດ Taylor Swift: The Eras Tour ໄດ້ສ້າງສະຖິຕິໃໝ່ກາຍເປັນຮູບເງົາຄອນເສີດທີ່ມີລາຍໄດ້ເປີດຕົວໃນອາທິດທຳອິດສູງໃນ BOX Office ແລະ ເປັນປະຫວັດສາດໜ້າໃໝ່ທີ່ສາມາດກວາດລາຍໄດ້ໄປຮອດ 128 ລ້ານໂດລາ.

ໂດຍທີ່ຮູບເງົາ Taylor Swift: The Eras Tour ທີ່ສາມາດກວາດລາຍໄດ້ເປີດຕົວທົ່ວໂລກໄປຮອດ 128 ລ້ານໂດລາໃນອາທິດທຳອິດ ພ້ອມກັບລົ້ມແຊ້ມເກົ່າຢ່າງຮູບເງົາເລື່ອງ This Is It (2009) ຂອງນັກຮ້ອງໃນຕຳນານ Michael Jackson ທີ່ເຮັດໄວ້ຢູ່ທີ່ 74,3 ລ້ານໂດລາ.

ນອກຈາກນີ້ຮູບເງົາ Taylor Swift: The Eras Tour ເຮັດລາຍໄດ້ໃນສະຫະລັດອາເມຣິກາໄປ 96 ລ້ານໂດລາ ແລະ ອີກ 32 ລ້ານໂດລາໃນຕະຫຼາດຕ່າງປະເທດ ແນ່ນອນວ່າ Taylor Swift ເປັນອີກຄົນທີ່ມີອິດທິພົນຕໍ່ວົງການ ພ້ອມກາລັນຕີຮູບເງົາດ້ວຍການໄດ້ 100% ຈາກເວັບໄຊ  Rotten Tomatoes.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/