ກປສ ສະໜອງທຶນກວ່າ 1.780 ລ້ານກີບ ໃຫ້ 3 ໂຄງການເພື່ອປົກປັກຮັກສາສິ່ງແວດລ້ອມ


ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ ສະໜອງທຶນ ໃຫ້ກັບ 3 ໂຄງການ ຈາກ 3​ ຂະແໜງການ ລວມຈໍານວນທັງໝົດ 1.780.300.000 ກີບ ເພື່ອປົກປັກຮັກສາ ແລະ ຫຼຸດການເພິ່ງພາອາໄສສິ່ງແວດລ້ອມ ໃນ ສປປ ລາວ.

ພິທີເຊັນສັນຍາ ສະໜອງທຶນດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ຫ້ອງປະຊຸມ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ໂດຍ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ຄະນະວິຊາການ ກປສ,  ບັນດາຫົວໜ້າກົມ, ຮອງກົມ ຈາກກົມກອງທີ່ກ່ຽວຂ້ອງ ລວມໄປເຖິງ ຄະນະຊີ້ນໍາໂຄງການ ແລະ ຫົວໜ້າໂຄງການ ເພື່ອເຂົ້າຮ່ວມເປັນສັກຂີພິຍານ ລວມທັງໝົດ 20 ທ່ານ.

ໃນພິທີເຊັນສັນຍາດັ່ງກ່າວແມ່ນໃຫ້ກຽດລົງນາມເຊັນສັນຍາໂດຍ ທ່ານ ນາງ ບົວຄໍາ ສຸລິວັນ, ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ຜູ້ຕາງໜ້າຈາກ 3 ໂຄງການ ທີ່ໄດ້ຮັບທຶນ.

ໂດຍທັງ 3​ ໂຄງການທີ່ໄດ້ຮັບທຶນໃນຄັ້ງນີ້ປະກອບມີ ໂຄງການການຄຸ້ມຄອງ ປ່າປ້ອງກັນແຫ່ງຊາດແຫຼ່ງນໍ້າຄານ ແບບມີສ່ວນຮ່ວມຂອງຊຸມຊົນ, ພະແນກກະສິກໍາ ແລະ ປ່າໄມ້, ກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ ແຂວງ ຫຼວງພະບາງ ມູນຄ່າໂຄງການ 708.500.000 ກີບ ໄລຍະເວລາຈັດຕັ້ງປະຕິບັດ 4 ປີ (2024-2026) ແນໃສ່ ການຕິດຕາມກວດການນໍາໃຊ້ນໍ້າ ເພື່ອຫຼຸດຜ່ອນຜົນກະທົບທີ່ເກີດຂື້ນໃນປັດຈຸບັນ, ຊຸກຍູ້ສົງເສີມ ການມີສ່ວນຮ່ວມຂອງປະຊາຊົນ ໃນການປົກປັກຮັກສາຊັບພະຍາກອນນໍ້າໃນພື້ນທີ່ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງໃຫ້ໜ່ວຍງານທີ່ກ່ຽວຂ້ອງ.

ໂຄງການສ້າງຄວາມເຂັ້ມແຂງກ່ຽວກັບການຄຸ້ມຄອງມົນລະພິດທາງອາກາດຈາກໂຮງງານອຸດສາຫະກຳປຸງແຕ່ງ, ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ 571.800.000 ກີບ ມີໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ 3 ປີ (2024-2026) ເພື່ອເພື່ອຄຸ້ມຄຸ້ມຄອງ, ຕິດຕາມ, ກວດກາ ການປ່ອຍມົນລະພິດທາງດ້ານອາກາດ ຂອງໂຮງງານອຸດສາຫະກໍາປຸງແຕ່ງ ເພື່ອຂໍ້ມູນທີ່ຖືກຕ້ອງຊັດເຈນ.

ສ່ວນໂຄງການສຸດທ້າຍ ແມ່ນໂຄງການຕິດຕາມກວດກາ ແລະ ຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ເຂດອ່າງຮັບນໍ້າເຊນໍ້າກອກ ທີ່ນຳພາໂດຍພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ດ້ວຍມູນຄ່າໂຄງການ 500.000.000 ກີບ ໄລຍະເວລາ 3 ປີ (2024-2026) ຕິດຕາມກວດການນໍາໃຊ້ນໍ້າ ເພື່ອຫຼຸດຜ່ອນຜົນກະທົບທີ່ເກີດຂຶ້ນໃນປັດຈຸບັນ, ຊຸກຍູ້ສົງເສີມ ການມີສ່ວນຮ່ວມຂອງປະຊາຊົນ ໃນການປົກປັກຮັກສາຊັບພະຍາກອນນໍ້າໃນພື້ນທີ່ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງໃຫ້ໜ່ວຍງານທີ່ກ່ຽວຂ້ອງ.

ກອງທຶນປົກປັກຮັກສາສິ່ງແວດລ້ອມ ຂຽນຫຍໍ້ເປັນພາສາລາວ ວ່າ “ກປສ” ແມ່ນກອງທຶນຂອງລັດ ທີ່ສ້າງຂຶ້ນ ແຕ່ປີ 2005 ເພື່ອລະດົມ ແລະ ຂົນຂວາຍທຶນຈາກພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການຕ່າງໆ ແນໃສ່ສະສົມທຶນ ເພື່ອຕອບສະໜອງເຂົ້າໃນວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ໃຫ້ມີປະສິດທິຜົນ ແລະ ຍືນຍົງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/