ອີກໜຶ່ງບາດກ້າວສູ່ອະນາຄົດໃນການກະຈາຍອຳນາດ! Binance ປະກາດເຜົາຫຼຽນ BNB ຄັ້ງທີ 25 ຢ່າງເປັນທາງການ


Changpeng Zhao (CZ) ຜູ້ຮ່ວມສ້າງຕັ້ງ ແລະ ປະທານຜູ້ບໍລິຫານ Binance ໄດ້ໂພສໃນແພລັດຟອມ X ຫຼ້າສຸດວ່າ “ຫຼຽນ BNB ຈະຖືກເຜົາໃນອີກສອງສາມມື້ຂ້າງໜ້າ” ເຊິ່ງນີ້ແມ່ນການເຜົາຫຼຽນຄັ້ງທີ 4 ໃນປີນີ້ ຫຼັງຈາກທີ່ໄດ້ດຳເນີນການເຜົາຫຼ້າສຸດໃນເດືອນກໍລະກົດທີ່ຜ່ານມາ.

Changpeng Zhao ໄດ້ຍ້ອງຫຼຽນ BNB ວ່າເປັນຫຼຽນທີ່ເປີດຕົວຢ່າງຍຸຕິທຳ ແລະ ຈະບໍ່ມີໃຜໄດ້ຮັບຫຼຽນ BNB ໄປຟຣີໆ ເຖິງແມ່ນວ່າຈະເປັນທີມງານທີ່ເຂົ້າຮ່ວມໃນການເຜົາຫຼຽນກໍຕາມ.

ໂດຍການເຜົາຫຼຽນ BNB ໃນທຸກໆໄຕມາດນັ້ນ ແມ່ນສ່ວນໜຶ່ງໃນແຜນການທີ່ຕ້ອງການໃຫ້ຕົວຫຼຽນສາມາດກຳຈັດອຸປະທານການໝຸນວຽນຂອງຕົນເອງລົງເຄິ່ງໜຶ່ງ. ໃນເດືອນກໍລະກົດທີ່ຜ່ານມາໄດ້ມີການເຜົາຫຼຽນ BNB ຫຼາຍກວ່າ 1.99 ລ້ານ BNB ຄິດເປັນມູນຄ່າຫຼາຍກວ່າ 484 ລ້ານໂດລາ, ເຊິ່ງຖືເປັນການເຜົາຄັ້ງທີ 24.

ໃນຂະນະນີ້ໄດ້ມີການນຳເອົາຫຼຽນ BNB ຫຼາຍກວ່າ 46 ລ້ານ BNB ອອກຈາກການໝຸນວຽນສາທາລະນະ ແລະ ເຫຼືອອີກ 53 ລ້ານ BNB ທີ່ຕ້ອງຖືກເຜົາຕໍ່ໄປ. ໂດຍໃນປັດຈຸບັນ ຫຼຽນ BNB ມີອຸປະທານຢູ່ທີ່ 153 ລ້ານ tokens ແລະ ມູນຄ່າຢູ່ທີ່ 32 ຕື້ໂດລາ ສົ່ງຜົນໃຫ້ເຄືອຂ່າຍນີ້ເປັນສະກຸນເງິນດິຈິຕອນທີ່ໃຫຍ່ທີ່ສຸດເປັນອັບດັບສີ່ຂອງໂລກຕາມມູນຄ່າໃນຕະຫຼາດ.

ອີງຕາມຂໍ້ມູນຂອງ CoinMarketCap, ລາຄາຂອງຫຼຽນ BNB ໄດ້ມີການຊື້ຂາຍກັນຢູ່ທີ່ 205.86 ໂດລາໃນຂະນະທີ່ຂຽນ, ເຊິ່ງຫຼຸດລົງ 1.44% ໃນ 24 ຊົ່ວໂມງທີ່ຜ່ານມາ

ທີ່ມາ:

coinedition

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/