ອາຍຸເປັນພຽງຕົວເລກ ໄວໜຸ່ມອາຍຸ 16 ປີ ກໍ່ຕັ້ງບໍລິສັດ AI


ອາຍຸເປັນພຽງຕົວເລກບໍ່ໄດ້ກາລັນຕີເຖິງຄວາມສຳເລັດ ຫຼື ຄວາມສາມາດໃດໆ ເພາະຫຼ້າສຸດມີໄວໜຸ່ມອາຍຸພຽງ 16 ປີໄດ້ກໍ່ຕັ້ງບໍລິສັດສະຕາດອັບ AI ເຊິ່ງເປັນເລື່ອງທີ່ດີ ແລະ ເປັນແຮງບັນໃຈໃຫ້ໄວໜຸ່ມຫຼາຍຄົນທີ່ມີຄວາມສາມາດອອກມາພັດທະນາວົງການຕ່າງໆ.

Pranjali Awasthi ອາຍຸພຽງ 16 ໄດ້ເປັນຜູ້ຮ່ວມກໍ່ຕັ້ງບໍລິສັດ Delv AI ເປັນບໍລິສັດທີ່ກໍ່ຕັ້ງມາຕັ້ງແຕ່ປີ 2022 ໂດຍທີ່ຕັ້ງບໍລິສັດຕັ້ງຢູ່ເມືອງ Miami ລັດຟໍລິດາ ເຊິ່ງ Pranjali Awasthi ໄດ້ລະດົມທຶນເງິນຈາກບັນດານັກລົງທຶນທີ່ສາມາດລວມມູນຄ່າໄດ້ຫຼາຍກວ່າ 450,000 ໂດລາ ແລະ ໃນຕອນນີ້ມີຜູ້ຊ່ຽວຊານໄດ້ປະມູນມູນຄ່າຂອງບໍລິສັດ Delv AI ໃນປັດຈຸບັນ 12 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/