ຜົ້ງສາລີ ຄາດ ຈະສ້າງລາຍຮັບ ຈາກການທ່ອງທ່ຽວໃຫ້ໄດ້ 345 ຕື້ກີບ ໃນປີທ່ອງທ່ຽວລາວ 2024


ຄະນະຮັບຜິດຊອບຊີ້ນຳຂັ້ນແຂວງ ໄດ້ຄາດການ ໃນປີ ທ່ອງທ່ຽວລາວ 2024 ​ທີ່ກຳລັງຈະມາຮອດນີ້ ຜົ້ງສາລີ ຈະສາມາດດຶງດູດນັກທ່ອງທ່ຽວ ເຂົ້າມາໄດ້ ຫຼາຍກວ່າ 128.000 ເທື່ອຄົນ ແລະ ສ້າງລາຍຮັບຈາກການທ່ອງທ່ຽວໃຫ້ໄດ້ 345 ຕື້ກີບ.

ກອງປະຊຸມຄະນະຊີ້ນຳລະດັບແຂວງ ເພື່ອກະກຽມຈັດປີທ່ອງທ່ຽວລາວ 2024 ຂອງແຂວງຜົ້ງສາລີໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີທ່ານ ຄຳເຫຼັກ ໃຈອີສານ ຮອງເຈົ້າແຂວງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳຂັ້ນແຂວງ ເພື່ອກະກຽມຈັດກິດຈະກຳປີທ່ອງທ່ຽວລາວ 2024 ເປັນປະທານ.

ທ່ານ ສົມຕຸ້ຍ ພົມມະວົງໄຊ ຫົວໜ້າຂະແໜງທ່ອງທ່ຽວ ແຂວງຜົ້ງສາລີລາຍງານໃຫ້ຮູ້ວ່າ: “ເພື່ອປຶກສາຫາລື ແລະ ກະກຽມຄວາມພ້ອມໃນການຈັດປີທ່ອງທ່ຽວ 2024 ເພື່ອດຶງດູດນັກທ່ອງທ່ຽວພາຍໃນ-ຕ່າງປະເທດ ເຂົ້າໄປທ່ອງທ່ຽວແຂວງຜົ້ງສາລີໃຫ້ນັບມື້ນັບເພີ່ມຂຶ້ນ, ຄາດວ່າຈະມີນັກທ່ອງທ່ຽວ ເຂົ້າໄປທ່ຽວແຂວງຜົ້ງສາລີ ຫຼາຍກວ່າ 128.000 ເທື່ອຄົນ ສ້າງລາຍຮັບໃຫ້ໄດ້ 345 ຕື້ກີບ”.

ກອງປະຊຸມໄດ້ ຄົ້ນຄວ້າ, ປຶກສາຫາລື ແລະ ເຫັນດີກໍານົດເອົາ “ເທສະການອາຫານເຜົ່າ ແລະ ດື່ມນ້ຳຊາ” ເປັນກິດຈະກໍາລະດັບແຂວງເພື່ອສົ່ງເສີມປີທ່ອງທ່ຽວລາວ 2024; ພ້ອມທັງຊຸກຍູ້ສົ່ງເສີມໃຫ້ຫົວໜ່ວຍທຸລະກິດການທ່ອງທ່ຽວຂອງແຂວງ ເລັ່ງຟື້ນຟູ, ປັບປຸງ ແລະ ຍົກລະດັບພື້ນຖານໂຄງລ່າງດ້ານການທ່ອງທ່ຽວບາງແຫ່ງໃຫ້ດີຂຶ້ນ; ສືບຕໍ່ຜັນຂະຫຍາຍວຽກງານ 6 ທາງອອກຂອງແຂວງ ໂດຍສະເພາະແມ່ນທາງອອກທີ 5 ຫັນໄປເຮັດອຸດສາຫະກໍາການທ່ອງທ່ຽວໃຫ້ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້ ແນໃສ່ ປະກອບສ່ວນເຂົ້າໃນການອະນຸລັກປົກປັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ, ສົ່ງເສີມຜະລິດຕະພັນຕ່າງໆ ຂອງປະຊາຊົນເຊັ່ນ: ການຜະລິດດ້ານກະສີກໍາ, ຫັດຖະກໍາ, ໂອດ໋ອບ ແລະ ເຄື່ອງຈັກສານ ເພື່ອສ້າງລາຍໄດ້ໃຫ້ປະຊາຊົນບັນດາເຜົ່າໃຫ້ນັບມື້ນັບຫຼາຍຂຶ້ນ.

ແຂວງຜົ້ງສາລີ ມີຊາຍແດນຕິດກັບປະເທດຈີນ ທິດເໜືອ ແລະ ທິດຕາເວັນອອກ ຕິດກັບ ສສ ຫວຽດນາມ. ພູມ​ສັນ​ຖານ​ຂອງ​ແຂວງ​ສ່ວນ​ຫຼາຍ​ແມ່ນ​ຢູ່​ໃນ​ລະ​ດັບ​ສູງ, ສົ່ງ​ຜົນ​ໃຫ້​ສະ​ພາບ​ອາ​ກາດ​ທີ່​ເຢັນ ແລະ​ ສົດ​ໃສ.

ແຂວງຜົ້ງສາລີ ເປັນບ້ານຂອງ 28 ຊົນເຜົ່າ, ໃນນັ້ນ ຊົນເຜົ່າ ຂະມຸ, ພູນ້ອຍ, ອາຄາ, ໄຕລື້ ແລະ ຮໍ, ແຕ່ລະເຜົ່າມີວັດທະນະທໍາ, ຮີດຄອງປະເພນີ, ແບບການນຸ່ງຖື ແລະ ພາສາຂອງເຜົ່າຕົນ ທີ່ແຕກຕ່າງກັນ ເຮັດໃຫ້ແຂວງຜົ້ງສາລີ ມີວັດທະນະທຳ ແລະ ເອກະລັກທີ່ແຕກຕ່າງອອກໄປຈາກແຂວງອື່ນໆ.

https://vientianetimes.org.la/sub-new/Current/Cur_198_Phongsaly_y23.php?fbclid=IwAR3RDHpH1oX7AC4RdheeOtR4V7MoPtbdyWIUbFVd5HAZotgreqXOv1Gm778

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/