ຫວຽດນາມ ສົ່ງອອກແຮງງານໄປເຮັດວຽກຢູ່ປະເທດຍີ່ປຸ່ນຫຼາຍທີ່ສຸດ


ຈາກຂໍ້ມູນສະຖິຕິຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງຫວຽດນາມໄດ້ແຈ້ງວ່າ ປັດຈຸບັນປະເທດຫວຽດນາມໄດ້ສົ່ງແຮງງານອອກສູ່ຕ່າງປະເທດເປັນຈຳນວນຫຼາຍສູງເຖິງ 111,507 ຄົນ, ນັບຕັ້ງແຕ່ ເດືອນມັງກອນ-ເດືອນກັນຍາ ປີ 2023 ໂດຍເພີ່ມຂຶ້ນຈາກໄລຍະເວລາດຽວກັນຂອງປີທີ່ຜ່ານມາເຖິງ 8%.

ຍີ່ປຸ່ນ ແລະ ໄຕ້ຫວັນກາຍເປັນຕະຫຼາດໃຫຍ່ທີ່ສຸດຂອງຫວຽດນາມ ເຊິ່ງປະເທດຍີ່ປຸ່ນຮອງຮັບແຮງງານຫວຽດນາມຢູ່ທີ່ 55,690 ຄົນ ຕາມມາດ້ວຍໄຕ້ຫວັນ 46,166 ຄົນ. ໃນຂະນະທີ່ຕະຫຼາດແຮງງານອື່ນຢ່າງປະເທດເກົາຫຼີໃຕ້ ຮອງຮັບແຮງງານຫວຽດນາມຢູ່ະມານ 2,449 ຄົນ, ຈີນ 1,361 ຄົນ, ຮັງກາລີ 1,148 ຄົນ ແລະ ສິງກະໂປ 1,015 ຄົນ.

ປັດຈຸບັນ ຫວຽດນາມຂຶ້ນເປັນອັນດັບ 1 ໃນ 15 ປະເທດ ທີ່ສົ່ງແຮງງານໄປອາຊີຕາເວັນອອກຫຼາຍທີ່ສຸດ ເດືອນກຸມພາ 2022 ຜ່ານມາ ມີແຮງງານຫວຽດນາມສູງເຖິງ 345,000 ຄົນ ເຮັດວຽກຢູ່ໃນປະເທດຍີ່ປຸ່ນ.

ລັດຖະບານຍີ່ປຸ່ນກັບຫວຽດນາມ ໄດ້ຮ່ວມມືສ້າງໂຄງການລະຫວ່າງຫວຽດນາມກັບຍີ່ປຸ່ນ ໃນຫຼາຍໂຄງການ ເຊິ່ງທັງ 2 ປະເທດກຳລັງເຮັດວຽກຮ່ວມກັນ ເພື່ອຊຸກຍູ້ໂຄງການຊ່ວຍເຫຼືອແຮງງານຫວຽດນາມໃຫ້ຫາງານທີ່ເໝາະສົມໃນປະເທດຍີ່ປຸ່ນໄດ້ ລວມເຖິງການເຂົ້າເຖິງຂໍ້ມູນການຈ້າງງານ. ຫຼັງຈາກກັບມາບ້ານ ຫຼື ກັບປະເທດ ຍັງຊ່ວຍທຸລະກິດໃຫ້ຫາແຮງງານທົດແທນຕຳແໜ່ງງານທີ່ວ່າງໄດ້ອີກດ້ວຍ.

ນອກຈາກນີ້ ຫວຽດນາມຍັງມີການຂະຫຍາຍໄປສຳຫຼວດຕະຫຼາດໃໝ່ສຳລັບແຮງງານຫວຽດນາມດ້ວຍ ໂດຍສະເພາະຝັ່ງຢູໂຣບຢ່າງ ຮັງກາລີ, ໂປແລນ, ສະໂລວາເກຍ ແລະ ໂຄຣເອເຊຍ. ເຊິ່ງຕົ້ນເດືອນຜ່ານມາ ກະຊວງ ແລະ Greek Union of Agricultural Cooperatives ໄດ້ຫາລື ເພື່ອຮ່ວມມືກັນສົ່ງແຮງງານຫວຽດນາມໄປເຮັດວຽກ ໃນພາກກະເສແຂອງປະເທດ ເຊິ່ງປັດຈຸບັນມີບໍລິສັດຈຳນວນ 6 ແຫ່ງ ໄດ້ຮັບອະນຸຍາດໃຫ້ສົ່ງແຮງງານຫວຽດນາມໄປ ‘’ປະເທດກຣີກ’’ ເປັນທີ່ຮຽບຮ້ອຍແລ້ວ.

ຂໍ້ມູນຈາກ:

AECConnect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/