ບໍ່ຜິດຫວັງ! LOKI 2 ຍອດເຂົ້າຊົມ 3 ມື້ທຳອິດຫຼາຍກວ່າ 10 ລ້ານຄັ້ງ


ເຊື່ອວ່າແຟນໆຫຼາຍຄົນລໍຖ້າກັນມາດົນນານ ໃນທີ່ສຸດ LOKI Season 2 ກໍໄດ້ເປີດຕົວແລ້ວໃນວັນສຸກທີ່ຜ່ານມາ ເຊິ່ງຍັງຄົງໄດ້ກະແສຕອບຮັບຈາກແຟນໆຢ່າງເຊັ່ນເຄີຍ ເນື່ອງຈາກວ່າຫຼ້າສຸດໄດ້ມີການຢືນຢັນຢ່າງເປັນທາງການແລ້ວຕອນທຳອິດຂອງ LOKI Season 2 ມີຍອດເຂົ້າຊົມ 3 ມື້ເຖິງ 10 ລ້ານຄັ້ງ.

Deadline ໄດ້ອອກມາຢືນຢັນວ່າຊີຣີ້ LOKI Season 2 ທີ່ໄດ້ປ່ອຍຕອນທຳອິດອອກມາໂດຍມີຊື່ຕອນວ່າ “Ouroboros” ສາມາດເຮັດຍອດເຂົ້າຊົມໄປໄດ້ຮອດ 10.9 ລ້ານຄັ້ງ ຫຼັງຈາກເປີດຕົວໄດ້ພຽງ 3 ມື້ເທົ່ານັ້ນ ຄິດເປັນເວລາຮັບຊົມທັງໝົດປະມານ 8.54 ລ້ານຊົ່ວໂມງ.

ໂດຍສະຖິຕິການເຂົ້າຊົມໃນຄັ້ງນີ້ເຮັດໃຫ້ຊີຣີ້ LOKI Season 2 ກາຍເປັນຊີຣີ້ທີ່ມີຍອດຜູ້ເຂົ້າຊົມຫຼາຍເປັນອັນດັບ 2 ຂອງປີໃນ Disney+ ເປັນຮອງພຽງແຕ່ຊີຣີ້ The Mandalorian Season 3 ທີ່ເປີດຕົວອອກມາໃນຕົ້ນປີທີ່ຜ່ານມາ.

ສຳລັບ LOKI Season 2 ເປັນອີກໜຶ່ງຊີຣີ້ທີ່ປະສົບຄວາມສຳເລັດຫຼາຍທີ່ສຸດໃນ Disney+ ແລະ ຍັງຄົງເປັນຊີຣີ້ພຽງເລື່ອງດຽວຂອງຕະກູນ Marvel ທີ່ໄດ້ໄປຕໍ່ໃນ Season 2 ອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/