ແຂວງຈຳປາສັກ ວາງເປົ້າໃຫ້ມີລາຍຮັບເຂົ້າງົບປະມານລັດ 1.923 ຕື້ກວ່າກີບ ປັດຈຸບັນໄດ້ແລ້ວ 1.162 ຕື້ກີບ


ໃນແຜນປີ 2023 ແຂວງຈຳປາສັກ ວາງເປົ້າໝາຍດ້ານລາຍຮັບງົບປະມານແຫ່ງລັດ ທັງໝົດ 1.923 ຕື້ກວ່າກີບ, ສ່ວນດ້ານລາຍຈ່າຍ 749,60 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໃນ 6 ເດືອນຕົ້ນປີ 2023 ສາມາດປະຕິບັດດ້ານລາຍຮັບໄດ້ 1.162 ຕື້ກີບ ແລະ ດ້ານລາຍຈ່າຍ ປະຕິບັດໄດ້ 337,71 ຕື້ກີບ.

ໃນແຜນປີ 2023 ແຂວງຈຳປາສັກ ວາງເປົ້າໝາຍດ້ານລາຍຮັບງົບປະມານແຫ່ງລັດ ທັງໝົດ 1.923 ຕື້ກວ່າກີບ, ສ່ວນດ້ານລາຍຈ່າຍ 749,60 ຕືກີບ. ຜ່ານການຈັດຕັ້ງປະຕິບັດໃນ 6 ເດືອນຕົ້ນປີ 2023 ສາມາດປະຕິບັດດ້ານລາຍຮັບໄດ້ 1.162 ຕື້ກີບ ແລະ ດ້ານລາຍຈ່າຍ ປະຕິບັດໄດ້ 337,71 ຕື້ກີບ.

ດ້ານລາຍຮັບງົບປະມານໃນທົ່ວແຂວງ ປະຕິບັດໄດ້ທັງໝົດຈຳນວນ 1.162,25 ຕື້ກີບ, ທຽບໃສ່ແຜນ 6 ເດືອນຕົ້ນປີເທົ່າກັບ 98,14% ທຽບໃສ່ຂອງແຜນປີເທົ່າກັບ 60,42% ແລະ ທຽບໃສ່ໄລຍະດຽວປີກ່ອນ ເພີ່ມຂຶ້ນ 45,84% ໃນນັ້ນລາຍຮັບບ້ວງສູງກາງ ປະຕິບັດໄດ້ຈຳນວນ 631,39 ຕື້ກີບ, ລາຍຮັບປົກກະຕິໄດ້ (ພາສີ) 631,34 ຕື້ກີບ ທຽບໃສ່ແຜນ 6 ເດືອນຕົ້ນປີ ເທົ່າກັບ 101,82% ທຽບໃສ່ຂອງແຜນປີ ເທົ່າກັບ 63,13% ແລະ ທຽບໃສ່ໄລຍະດຽວປີກ່ອນ ເພີ່ມຂຶ້ນ 52,71% ລາຍຮັບຈາກການຂາຍໄມ້ ຈຳນວນ 0,05 ຕື້ກີບ ສ່ວນລາຍຮັບບ້ວງທ້ອງຖິ່ນ ປະຕິບັດໄດ້ 530,86 ຕື້ກີບ ທຽບໃສ່ແຜນ 6 ເດືອນຕົ້ນປີ ເທົ່າກັບ 94,08% ທຽບໃສ່ຂອງແຜນການປີ ເທົ່າກັບ 57,47% ແລະ ທຽບໃສ່ໄລຍະດຽວກັບ ປີກ່ອນເພີ່ມຂຶ້ນ 38,44%.

ດ້ານລາຍຈ່າຍງົບປະມານ ປະຕິບັດລາຍຈ່າຍງົບປະມານທັງໝົດ 337,71 ຕື້ກີບ ທຽບໃສ່ແຜນ 6 ເດືອນຕົ້ນປີ ເທົ່າກັບ 83,51% ແລະ ທຽບໃສ່ຂອງແຜນການປີ ເທົ່າກັບ 45,05%; ໃນນີ້ ເງິນເດືອນ ແລະ ເງິນອຸດໜູນ 248,25 ຕື້ກີບ ທຽບໃສ່ແຜນ 6 ເດືອນ ເທົ່າກັບ 79,67%.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/