Drake ຈະພັກການເຮັດເພງ ເພື່ອຫັນມາເບິ່ງສຸຂະພາບຕົນເອງ


Drake ນັກຮ້ອງຊື່ດັງເຈົ້າພໍ່ Charts ເພງ ໄດ້ອອກມາເປີດເຜີຍວ່າຈະພັກຈາກການເຮັດເພງ ເພື່ອທີ່ຈະສາມາດໂຟກັສກັບການໃຫ້ຄວາມສຳຄັນໃນການຮັກສາສຸຂະພາບຂອງຕົວເອງເປັນອັນດັບທຳອິດ ຫຼັງຈາກປ່ອຍຜົນງານເພງອາລະບ້ຳຫຼ້າສຸດຢ່າງ For All the Dogs ໃນມື້ດຽວກັນກັບການປະກາດຂ່າວ.

Drake ໄດ້ອອກມາເລື່ອງລາວຜ່ານຊີຣີ້ລາຍການ For All the Dogs ຂອງ SiriusXM ໃນມື້ດຽວກັນກັບງານເປີດຕົວໃນວັນສຸກທີ່ຜ່ານມາ ໂດນທາງເຈົ້າຕົວເອງກໍໄດ້ອອກມາມາເວົ້າວ່າ “ຂ້ອຍອາດຈະຢຸດເຮັດເພງໄປກ່ອນ ເວົ້າແທ້ໆເດີ້ ຂ້ອຍອາດຈະເຮັດແບບນັ້ນ ເພາະຂ້ອຍມີບາງສິ່ງບາງຢ່າງທີ່ຕ້ອງເຮັດເພື່ອຄົນໆໜຶ່ງທີ່ຂ້ອຍໃຫ້ຄຳສັນຍາເອົາໄວ້ ແຕ່ບອກເລີຍວ່າຂ້ອຍຈະບໍ່ເຮັດເພງໄປໄລຍະໜຶ່ງ”.

ຜ່ານມາແຟນໆຈະເຫັນໄດ້ວ່າ Drake ເຮັດວຽກໜັກມາຕະຫຼອດໂດຍສະເພາະໃນໄລຍະສອງສາມປີທີ່ຜ່ານມາ ແນ່ນອນ ບໍ່ວ່າຈະປ່ອຍເພງ ຫຼື ອາລະບ້ຳອອກມາກໍໄດ້ຮັບການຕ້ອນຮັບຢ່າງດີຈາກບັນດາແຟນໆ ແລະ ຫຼ້າສຸດກັບຜົນງານອາລະບ້ຳ For All The Dogs ທີ່ປະກອບໄປດ້ວຍ 23 ເພງກໍໄດ້ປ່ອຍໃຫ້ຟັງກັນຢ່າງຈຸໃຈໄປເລີຍ.

ນອກຈາກນີ້ Drake ຍັງມີເດີນສາຍທົວຄອນເສີດ It’s All a Blur ແລະ 21 Savage ມາຕັ້ງແຕ່ເດືອນກໍລະກົດທີ່ຜ່ານມາໂດຍຈະສະແດງທັງໝົດ 56 ໂຊ ແລະ ຈະສິ້ນສຸດການທົວຄອນເສີດໃນເດືອນຕຸລານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/