ເປັດປັກກິ່ງເປັນເຫດ! ຊາຍອາຍຸ 74 ປີສູນເສຍເງິນທີ່ທ້ອນໄວ້ຫຼາຍກວ່າ 51,000 ໂດລາ ຫຼັງດາວໂຫຼດແອັບສັ່ງເປັດປັກກິ່ງ


The Straits Times ໜັງສືພິມລາຍວັນຂອງສິງກະໂປໄດ້ມີການລາຍງານວ່າ Loh ຊາວສິງກະໂປອາຍຸ 74 ປີໄດ້ສູນເສຍເງິນໄປເກືອບ 51,000 ໂດລາ ຫຼັງຈາກທີ່ຖືກຕົວະໃຫ້ດາວໂຫຼດແອັບເພື່ອສັ່ງເປັດປັກກິ່ງ.

ໂດຍ Loh ເລົ່າວ່າ ເຂົານັ້ນໄດ້ຫຼິ້ນ Facebook ຢູ່ ແລະ ໄດ້ເລື່ອນໄປເຫັນໂຄສະນາໃນແພລັດຟອມດັ່ງກ່າວທີ່ສະເໜີຂາຍເປັດປັກກິ່ງ 1.5 kg/17.30 ໂດລາສະຫະລັດ ພ້ອມກັບຄ່າທຳນຽມໃນການຈັດສົ່ງເພີ່ມອີກ 5 ໂດລາສິງກະໂປ ຫຼື ປະມານ 3.60 ໂດລາສະຫະລັດ

Loh ໄດ້ໃຫ້ສໍາພາດກັບ Shin Min Daily News ວ່າ ລາວນັ້ນກໍາລັງຈະກຽມຕົວໄປກິນເຂົ້າແລງກັບຄອບຄົວໃນຄືນວັນທີ 26 ສິງຫາ ແລະ ຄິດວ່າຫຼານຊາຍຂອງລາວໜ້າຈະຢາກກິນເປັດປັກກິ່ງ ກໍເລີຍຄິດຈະສັ່ງມັນເພື່ອເອົາໄປຕ້ອນຫຼານ.

ເຊິ່ງມິດສາຊີບທີ່ຂາຍເປັດໃນແພລັດຟອມ Facebook ນັ້ນກໍໄດ້ສົ່ງຂໍ້ຄວາມສຽງຫາ Loh ໃນ WhatsApp ພ້ອມກັບແນະນຳໃຫ້ເຂົາດາວໂຫຼດແອັບທີ່ຊື່ວ່າ Grab&Go ເຂົ້າໃນໂທລະສັບ ກ່ອນທີ່ຈະສັ່ງຊື້ຂອງ. ໂດຍ Loh ນັ້ນຈະຕ້ອງໄດ້ດຳເນີນການຜ່ານແອັບດັ່ງກ່າວ ແລະ ຈະຕ້ອງເສຍຄ່າມັດຈຳ 5 ໂດລາສິງກະໂປ ໂດຍຊຳລະຜ່ານ Paynow ກ່ອນ.

ໃນຕອນທຳອິດ Loh ກໍຮູ້ສຶກສົງໄສກັບການໃຫ້ໂຫຼດແອັບ ແລະ ເສຍຄ່າມັດຈຳກ່ອນ ກໍເລີຍໄດ້ຕັດສິນໃຈຖາມມິດສາຊີບຜູ້ນັ້ນວ່າ ນີ້ແມ່ນໂຄສະນາຫຼອກລວງແມ່ນບໍ? ຫຼັງຈາກທີ່ໄດ້ສົນທະນາກັນ ໃນທີ່ສຸດມິດສາຊີບຜູ້ນັ້ນກໍສາມາດຕົວະໃຫ້ Loh ຈ່າຍເງິນມັດຈຳໄດ້ສຳເລັດ.

ໂດຍມິດສາຊີບໄດ້ບອກກັບ Loh ວ່າ “ບໍ່ມີໃຜຈະໂກງເງິນພຽງ 5 ໂດລາດອກ, ມັນເປັນພຽງເງິນໜ້ອຍດຽວເອງ”.

ແຕ່ພາຍໃນເວລາບໍ່ພໍ 2 – 3 ນາທີຫຼັງຈາກທີ່ Loh ຊຳລະເງິນສຳເລັດ ໜ້າຈໍໂທລະສັບຂອງ Loh ກໍໄດ້ດັບລົງ ແລະ ຣີບູ໊ດຊ້ຳໆກັນຫຼາຍຄັ້ງເປັນເວລາ 30 ນາທີ, ເຮັດໃຫ້ Loh ນັ້ນພະຍາຍາມທີ່ຈະຕິດຕໍ່ຫາມິດສາຊີບດ້ວຍຄວາມຕົກໃຈ.

ແລະໃນຕອນນັ້່ນເມຍຂອງ Loh ກໍໄດ້ສັງເກດເຫັນເຖິງຄວາມຜິດປົກກະຕິ ຈຶ່ງບອກໃຫ້ລູກຊາຍໂທຫາທະນາຄານແລ້ວລະງັບບັນຊີຂອງ Loh ໄວ້ ແຕ່ມັນກໍຊ້າເກີນໄປ.

ທາງພະນັກງານທະນາຄານໄດ້ບອກກັບຄອບຄົວຂອງ Loh ວ່າ ມິດສາຊີບໄດ້ເພິ່ມວົງເງິນໃນການເຮັດທຸລະກຳຂອງ Loh ແລະ ໄດ້ໂອນເງິນປະມານ 42,900 ໂດລາຈາກບັນຊີລາຍວັນ ແລະ ບັນຊີອອມຊັບ. ນອກຈາກນີ້ມິດສາຊີບດັ່ງກ່າວຍັງໄດ້ຖອນເງິນເຄຣດິດລ່ວງໜ້າເກືອບ 8,000 ໂດລາຈາກບັນຊີບັດເຄຣດິດ DBS ຂອງ Loh ອີກດ້ວຍ.

Loh ກ່າວວ່າ “ບໍ່ຢາກເຊື່ອເລີຍວ່າເລື່ອງແບບນີ້ຈະເກີດຂຶ້ນກັບຂ້ອຍເອງ, ເປັນຫຍັງຄືມາໂງ່ແບບນີ້. ຂ້ອຍຮູ້ສຶກ​ໃຈ​ຮ້າຍ​ຫຼາຍ​ທີ່​ຖືກ​ຫຼອກ​ລວງ​ເອົາ​ເງິນ​ຝາກ​ໄປໝົດ​” ຄອບຄົວ​ຂອງ​ Loh ເອງກໍຮູ້ສຶກໃຈຮ້າຍເຊັ່ນກັນ ​ແລະ ສຸດທ້າຍ​ Loh ກໍຜິດກັນກັບເມຍລາວ.

ຕັ້ງແຕ່ນັ້ນມາ Loh ກໍໄດ້ປ່ຽນໂທລະສັບ, ລຶບ Facebook ແລະ ແອັບທະນາຄານອອກຈາກໂທລະສັບ.

ໂດຍໃນລາຍງານຫຼ້າສຸດຂອງຕຳຫຼວດສິງກະໂປພົບວ່າ ຜູ້ໃຊ້ Android ຫຼາຍກວ່າ 750 ລາຍຕົກເປັນເຫຍື່ອໃຫ້ກັບ malware ປະເພດນີ້, ໃນໄລຍະເຄິ່ງ​ທໍາ​ອິດ​ຂອງ​ປີ 2023 ໄດ້​ເຮັດ​ໃຫ້​ມີ​ການ​ສູນ​ເສຍ​ຫຼາຍ​ກວ່າ 7 ລ້ານ​ໂດ​ລາ​.

ທີ່ມາ:

insider

police.gov.sg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/