ນັກລົງທຶນກັງວົນ! ພິດຈາກການເທຂາຍຂອງ Ethereum Foundation ສົ່ງຜົນໃຫ້ລາຄາຂອງ ETH ຫຼຸດລົງຕໍ່າກວ່າລະດັບ 1,600 ໂດລາອີກຄັ້ງ


ອີງຕາມຂໍ້ມູນຫຼ້າສຸດພົບວ່າ Ethereum Foundation ໄດ້ໂອນ Ethereum (ETH) ຈຳນວນຫຼາຍໄປຫາເວັບເທຣດ Uniswap (DEX) ເພື່ອຂາຍ Ethereum ຈຳນວນ 1,700 ETH ໃນລາຄາ 2.738 ລ້ານ USDC .

ໃນຕອນທຳອິດລາຄາຂອງ ETH ມີລາຄາຊື້ຂາຍກັນຢູ່ທີ່ 1,611 ໂດລາ, ແຕ່ຫຼັງຈາກ Ethereum Foundation ເທຂາຍຫຼຽນກໍໄດ້ເຮັດໃຫ້ລາຄາຂອງ ETH ຫຼຸດລົງໃນທັນທີປະມານ 1,45 % ເຮັດໃຫ້ມີລາຄາຊື້່ຂາຍກັນຢູ່ທີ່ລະດັບ 1,590 ໂດລາ.

ລາຄາຂອງ Ethereum ແລະ ຫຼຽນ Altcoin ອື່ນໆກຳລັງຫຼຸດລົງຕາມ Bitcoin ທີ່ມີມູນຄ່າຫຼຸດລົງຈາກ 27,790 ໂດລາເຫຼືອທີ່ 27,500 ໂດລາ. ໂດຍສາເຫດສ່ວນໃຫຍ່ແມ່ນເກີດຈາກການແຮັກ Stars Arena ແພລັດຟອມ SocialFi ໃນເຄືອຂ່າຍ Avalanche ເຊິ່ງມີມູນຄ່າເສຍຫາຍເກືອບ 3 ລ້ານໂດລາດິຈິຕອນ, ລວມເຖິງເຫດການທາງດ້ານການເມືອງຂອງໂລກເມື່ອບໍ່ດົນມານີ້ ສົ່ງຜົນໃຫ້ລາຄາຂອງຫຼຽນ Crypto ມີລາຄາຫຼຸດລົງ.

ປັດຈຸບັນກະເປົາເງິນ Crypto ທີ່ເຊື່ອມໂຍງກັບ Ethereum Foundation ໄດ້ຖືຄອງຫຼຽນຢູ່ຫຼາຍສະກຸນ ເຊິ່ງປະກອບດ້ວຍ: 240.68 ETH, 3.2 ລ້ານ USDC, 49700 DAI, ແລະ 10,000 ARB, ໂດຍທັງໝົດນີ້ມີມູນຄ່າລວມທັງໝົດ 3.687 ລ້ານໂດລາ.

ໃນລະຫວ່າງທ້າຍອາທິດ ໄດ້ມີເຫດການທີ່ຄ້າຍຄືກັນເກີດຂຶ້ນຄື Vitalik Buterin ຜູ້ຮ່ວມກໍ່ຕັ້ງ Ethereum ໄດ້ເທຂາຍ 1,000 ETH ມູນຄ່າ 1.64 ລ້ານໂດລາ ເປັນສະກຸນເງິນ fiat ໃນເວັບເທຣດ Bitstamp, ເຊິ່ງນີ້ບໍ່ແມ່ນການຂາຍ ETH ພຽງຄັ້ງດຽວເທົ່ານັ້ນ. ໃນໄລຍະສອງເດືອນທີ່ຜ່ານມາ, ໄດ້ມີການໂອນຫຼຽນ ETH ປະມານ 4,400 ETH ຈາກກະເປົາເງິນຂອງ Buterin ໄປຫາເວັບເທຣດ Bitstamp ໂດຍມູນຄ່າຂອງ ETH ນີ້ທີ່ຖືກໂອນໄປນັ້ນມີມູນຄ່າຢູປະມານ 7.23 ລ້ານ.

ທີ່ມາ:

u.today

cryptonews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/