“ອາລຸນຍະເດດ ລາດຊະໂຫດີ” ສຸດຍອດນັກເປຍໂນຂອງປະເທດລາວ


ມາຮູ້ຈັກກັບ ອາລຸນ “ອາລຸນຍະເດດ ລາດຊະໂຫດີ” ຫຼື Aloun Pianostep ນັກເປຍໂນສີມືດີ ເປັນທັງອາຈານ ນັກແຕ່ງເພງ (Music Producer) ນັກຫຼິ້ນເປຍໂນ ເປັນທັງສິລະປິນດ່ຽວ ແລະ ເປັນສະມາຊິກໃນວົງ The Pianist Vientiane. ນອກຈາກນັ້ນ ຍັງເປັນ Piano technician (ນັກແປງເປຍໂນ) ອີກພ້ອມ.

ຈຸດເລີ່ມຕົ້ນການຫຼິ້ນເປຍໂນຂອງອາລຸນແມ່ນເລີ່ມຫຼິ້ນຕັ້ງແຕ່ອາຍຸ 11 ປີ, ຕອນອາຍຸ 13 ໄດ້ເລີ່ມສຶກສາຢູ່ໂຮງຮຽນສິລະປະແຫ່ງຊາດເປັນເວລາ 7 ປີ. ຫຼັງຈາກນັ້ນກໍໄດ້ຮັບທຶນການສຶກສາຈາກປະເທດໄທ ວິທະຍາໄລດຸຣິຍາງຄະສິນ ມະຫາວິທະຍາໄລມະຫິດົນ ສາຂາດົນຕີສຶກສາ (Music Education & Pedagogy) ເປັນເວລາ 6 ປີ. ຫຼັງຈາກຮຽນຈົບມານັ້ນ ອາລຸນໄດ້ກັບມາເປັນອາຈານສອນເປຍໂນຢູ່ໂຮງຮຽນສິລະປະແຫ່ງຊາດຈົນເຖິງປັດຈຸບັນ.

ຜົນງານການເຮັດເພງຂອງອາລຸນທີ່ຜ່ານມາ ໄດ້ມີໂອກາດເຮັດເພງໃຫ້ສິລະປິນ ເຊັ່ນ: Jojo Miracle, ສັກ ວົງ cells, ຕ່າຍ ອາກາດ ແລະ ອີກຫຼາຍໆຄົນ ແຖມຍັງເຮັດເພງປະກອບລະຄອນຊີຣີ້້ Love delivery, ປະຕິຫານດອກໄມ້ , One love ແລະຫຼ້າສຸດໄດ້ເຮັດເພງປະກອບຮູບເງົາເລື່ອງ SHADOW ທີ່ຈະສາຍໃນໂຮງຮູບເງົາໃນໄວໆນີ້.

– ຜົນງານທີ່ໂດດເດັ່ນ ແມ່ນເພງ ຈົດຈຳບຸນຄຸນຂອງພັກ ແຕ່ງໂດຍ ທ່ານ ບົວເງິນ ຊາພູວົງ ສິລະປິນແຫ່ງຊາດ ທີ່ອາລຸນໄດ້ຮັບໂອກາດຮຽບຮຽງດົນຕີຂຶ້ນໃໝ່ ໃນແບບ ວົງ ອໍເຄສຕຣາ (Orchestra) ຮ່ວມກັບທີມ The Pianist Vientiane https://youtu.be/zZoBN5fmGrw

– ຜົນງານຫຼ້າສຸດແມ່ນເພງ “ແດນແຫ່ງອິດສະຫຼະ The land of freedom” ທີ່ໄດ້ປ່ອຍໄປເມື່ອ 30 ມີນານີ້ ທຸກຄົນສາມາດຮັບຊົມ ຮັບຟັງໄດ້ທີ່ YouTube: The Pianist Vientiane https://youtu.be/uaN6A-TGEzM ຜົນງານທີ່ຜ່ານມາຂອງ Aloun Pianostep https://youtu.be/ENDXQ71cj9M

1. ທຳນອງແລະຮູບແບບຂອງເພງ ແມ່ນ ອາລຸນ ເປັນຄົນປະດິດແຕ່ງຂຶ້ນໃໝ່ ຕາມການຊີ້ນຳຂອງຜູ້ກຳກັບ ແລະທີມງານ ເພາະເຮົາໄດ້ຮ່ວມກັນແຊຣ໌ໄອເດຍ ຊ່ວຍກັນຄິດຈົນໃຫ້ໄດ້ເພງທີ່ສົມບູນແບບທີ່ສຸດ.

2. ກິ່ນອາຍ ຂອງບົດເພງແມ່ນ ເປັນແນວດົນຕີຮ່ວມສະໄໝ ເປັນການປະສົມປະສານ ລະຫວ່າງເຄື່ອງດົນຕີສາກົນ ຮ່ວມກັບ ດົນຕີພື້ນເມືອງລາວ.

3.1 ຈຸດທີ່ຍາກທີ່ສຸດ ສຳລັບການຮຽບຮຽງເພງນີ້ ອາລຸນຄິດວ່າ ແມ່ນ ການຄິດທຳນອງ ແລະ ໂຄງສ້າງຂອງທ່ອນ Battles ເຄື່ອງດົນຕີລາວ ກັບເຄື່ອງດົນຕີສາກົນ ໃຫ້ຟັງແລ້ວ ກົມກືນ, ທຽບເທົ່າ ແລະ ມີຄວາມໂດດເດັ່ນສວຍງາມທີ່ສຸດ. ຈຸດທີ່ຢາກສະເໜີແມ່ນ ຢາກໃຫ້ມີຄວາມເປັນລາວ ທີ່ທັນສະໄໝ ທຽບເທົ່າສາກົນ.

3.2 ອາລົມເພງແມ່ນພວກເຮົາຢາກສື່ເຖິງ ຄວາມເປັນດິນແດນແຫ່ງອິດສະຫຼະ ທີ່ສວຍງາມ ດົນຕີທີ່ອອກມາກໍຈຳເປັນຕ້ອງໄດ້ມີຄວາມອິດສະຫຼະເຊັ່ນກັນ. ເພງແມ່ນໄດ້ໃສ່ຄວາມເປັນລາວ ທີ່ມີຄວາມເບີກບານ, ມີຄວາມພາກພູມໃຈ ແລະ ຮູ້ສຶກເຖິງຄວາມມີອິດສະຫຼະ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງປວງຊົນລາວທັງຊາດ.

4. ນັກດົນຕີທັງໝົດ 21 ຄົນ ລວມມີ: Piano, Violin, Cello, Double Bass, Trombone, Trumpet, Horn, Flute, Keytar ແລະ Electric Drum. ເຄື່ອງດົນຕຣີລາວ ມີ: ແຄນ, ລະນາດ, ຂຸ່ຍ, ຊໍ ແລະ ກອງລາວ.

5. ນັກດົນຕີ ແມ່ນ ມາຈາກ 3 ພາກສ່ວນຄື: ໂຮງຮຽນສິລະປະແຫ່ງຊາດ, ກອງສິລະປະກອງທັບ ແລະ ສະໂມສອນດ່ານຊ້າງ.

6. ນັກຮ້ອງນຳ ແມ່ນ ນ້ຳຝົນ ແກ້ວມະນີ ມາຈາກພາກສ່ວນ ກອງສິລະປະກອນກອງທັບ ຜົນງານກ່ອນໜ້າແມ່ນ ມາໃນຜົນງານເພງບຸນຄຸນພັກ ທີ່ເປັນຜົນງານທຳອິດຂອງພວກເຮົາ The Pianist Vientiane.

7.ນັກຮ້ອງຄໍຣັສ ແມ່ນ ບໍ່ມີ ເພາະໃຊ້ສຽງຮ້ອງຂອງນັກຮ້ອງນຳເລີຍ ເຊິ່ງນ້ຳຝົນເປັນຄົນອັດສຽງຮ້ອງປະສານເອງທັງໝົດ.

8. ໃຊ້ເວລາຮຽບຮຽງດົນຕີ ປະມານເກືອບ 2 ເດືອນ ເປັນເພງທີ່ອາລຸນ ເອງຕ້ອງໄດ້ໃຊ້ເວລາຫຼາຍທີ່ສຸດ ເພາະລາຍລະອຽດຂອງເພງແມ່ນມີຄວາມຫຼາກຫຼາຍ ເຊິ່ງໃນແຕ່ລະທ່ອນແມ່ນບໍ່ມີບ່ອນໃດຊ້ຳກັນເລີຍ. ຖືວ່າເປັນເພງທີ່ມີຄວາມທ້າທາຍຫຼາຍສຳລັບອາລຸນ ເພາະເພງນີ້ເປັນເພງດັງ ແລະທຸກຄົນຮູ້ຈັກດີ. ສະນັ້ນ ການທີ່ເຮົາເອົາມາສ້າງສັນຄືນໃໝ່ນັ້ນ ມັນຈະຕ້ອງດີກວ່າເກົ່າສະເໝີ ເລີຍມີຄວາມກົດດັນສູງພໍສົມຄວນ.

9. ຄວາມສຸກ ແລະ ຄວາມຄາດຫວັງຂອງອາລຸນ ໃນຜົນງານເພງນີ້ແມ່ນ ຢາກໃຫ້ຄົນລາວໄດ້ເຫັນຄວາມສາມາດຂອງນັກດົນຕີລາວທຸກຄົນ ທີ່ມີທັງຄວາມສາມາດ ແລະ ຄວາມກ້າສະແດງອອກ ກ້າສ້າງສັນ ເຊິ່ງມັນກໍຮອດຍາມແລ້ວທີ່ພວກເຮົາຕ້ອງອອກມາສະແດງ ອອກມາສ້າງສັນຜົນງານໃຫ້ຄົນລາວ ແລະ ຄົນຕ່າງຊາດໄດ້ຮັບຮູ້ ເຖິງຄວາມສາມາດຂອງນັກດົນຕີບ້ານເຮົາ ທີ່ຕອນນີ້ກຳລັງຄ່ອຍໆພັດທະນາໄປສູ່ລະດັບສາກົນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/