ສ້າງລາຍໄດ້ຈາກກິດຈະກຳທາງເພດ Sex to Earn! ເມື່ອການມີເພດສຳພັນກັນ ແລ້ວໄດ້ຮັບຄຣິບໂຕເປັນຮາງວັນ


ໃນຫຼາຍປີທີ່ຜ່ານມາ ອຸດສາຫະກໍາຄຣິບໂຕ ຖືວ່າໄດ້ຂະຫຍາຍຕົວຂຶ້ນຫຼາຍ ເຮັດໃຫ້ເກີດມີຫຼາຍອຸດສາຫະກໍາຕ່າງໆເກີດຂຶ້ນ ທັງໃນຮູບແບບ P2P, DeFi, GameFi, Play to Earn ແລະ Exercise to Earn. ໂດຍຫຼ້າສຸດນັ້ນໄດ້ເກີດອຸດສາຫະກຳໃໝ່ຂຶ້ນມາໃນວົງການ ຄຣິບໂຕ ທີ່ເອີ້ນວ່າ Sex to Earn ຫຼືວ່າ ມີສຳພັນເພື່ອຮັບຫຼຽນ.

ໂດຍ Sex to Earn ດັ່ງກ່າວນີ້ເປັນສ່ວນໜຶ່ງຂອງ ແອັບພິເຄຊັ່ນ SEXN ເຊິ່ງເປັນ Decentralized applications ຫຼືວ່າ dApp ໃນໂລກ Web 3.0 ທີ່ໃຊ້ແນວຄິດເພື່ອຫາລາຍໄດ້ ເຊິ່ງໄດ້ຮັບການອອກແບບມາໃຫ້ຜູ້ໃຊ້ໄດ້ຮັບ 2 ຢ່າງ ທີ່ມະນຸດມັກຫຼາຍທີ່ສຸດ ນັ້ນກໍຄື ເພດ ແລະ ເງິນ. ໂດຍ ແອັບພິເຄຊັ່ນທາງເພດນີ້ ຈະເລີ່ມຕົ້ນຈາກການຫາລາຍໄດ້ ແລ້ວຄ່ອຍໆ ພັດທະນາເພື່ອຂະຫຍາຍໄປສູ່ຄວາມເປັນ e-commerce ແລະ ພາກສັງຄົມສໍາລັບການຮຽນຮູ້ກ່ຽວກັບກິດຈະກໍາຕ່າງໆທາງເພດເຊັ່ນ: ພະຍາດຕິດຕໍ່ຈາກການມີເພດສຳພັນ, ການຍອມຮັບຄວາມຫຼາກຫຼາຍທາງເພດ ແລະ ການປຸກລະດົມເພື່ອສ້າງຄວາມເທົ່າທຽມທາງເພດ.

ຜູ້ໃຊ້ SEXN ຈະສາມາດໄດ້ຮັບຜົນຕອບແທນທີ່ສູງ ບໍ່ວ່າຈະເປັນ ຫຼຽນ ດິຈິຕອນ SOT (Sex Orgasm Token) ແລະ SST (Sexual Stamina Token) ຜ່ານ ກິດຈະກຳການມີເພດສຳພັນ ໃນຮູບແບບຕ່າງໆເຊັ່ນ: ການຮ່ວມເພດ, ການຊ່ວຍຕົນເອງ. ເຊິ່ງລະບົບຮອງຮັບທັງແບບ Sadism ແລະ Masochism ສຳລັບຄົນທີ່ມັກຄວາມຕື່ນເຕັ້ນ ແລະ ມັກການເປັນຜູ້ກະທຳ ແລະ ຜູ້ຖືກກະທຳ ເຮັດໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງກຸ່ມຄົນຕ່າງໆໃນສະຖານະການຕ່າງໆ ແລະ ມີວິທີການໃຫ້ຮາງວັນທີ່ແຕກຕ່າງກັນ.

Sex to Earn ຫຼື STE ນີ້ໄດ້ກໍານົດການຈ່າຍຄ່າຕອບແທນ ຂອງຜູ້ເຂົ້າຮ່ວມ ໂດຍການກໍານົດ ນັບເອົາ ຈຳນວນເທື່ອໃນການມີເພດສຳພັນເທົ່ານັ້ນ ບໍ່ວ່າຈະໃຊ້ເວລາດົນປານໃດ ຫຼື ຮອດຈຸດສຸດຍອດຈັກຮອບ ກໍຈະຖືກພິຈາລະນາ ແບ່ງລາຍໄດ້ກັນຢ່າງເທົ່າທຽມ.

ນອກຈາກນີ້ ແອັບພິເຄຊັ່ນດັ່ງກ່າວ ຍັງບໍ່ໄດ້ຕັດສິດທາງເພດ ແລະ ສິດທິມະນຸດອື່ນໆເຊັ່ນ: ຄວາມສະເໝີພາບທາງເພດ, ອັດຕະລັກທາງເພດ ແລະ ການສະແດງອອກ, ສິດທິຂອງຄົນຕ່າງເພດ, ສິດທິຜູ້ໃຫ້ບໍລິການທາງເພດ ແລະ ຄວາມພໍໃຈທາງເພດ.

ປັດຈຸບັນ SEXN ແມ່ນກຳລັງຢູ່ໃນຂັ້ນຕອນການພັດທະນາ ແລະ ຄາດການວ່າຈະສາມາດເປີດໃຊ້ງານໄດ້ແທ້ ໃນປາຍປີນີ້ ຕາມແຜນງານຂອງບໍລິສັດ.

      ຂອບໃຈຂໍມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/