ປາກົດພາບຖ່າຍຫຼຸມດຳ Sgr A* ທີ່ມີມວນຂະໜາດໃຫຍ່ເປັນເທື່ອທຳອິດ!


ໃນວັນທີ 12 ພຶຶດສະພາ 2022 ທີ່ຜ່ານມາ ໄດ້ມີຂ່າວຮືຮາໃນວົງການວິທະຍາສາດໂລກ ນັ້ນແມ່ນການປະກາດຈາກ ທີມງານກ້ອງໂທລະທັດ Event Horizon Telescope (EHT) ວ່າສາມາດຖ່າຍພາບຫຼຸມດຳທີ່ມີມວນຂະໜາດໃຫຍ່ (supermassive black hole: SMBH) ຢູ່ໃຈກາງກາແລັກຊີທາງຊ້າງເຜືອກ ທີ່ເປັນທີ່ຕັ້ງຂອງລະບົບສຸລິຍະຈັກກະວານໄດ້ເປັນຄັ້ງທຳອິດ.

ຫຼຸມດຳມວນຂະໜາດໃຫຍ່ນີ້ຊື່ວ່າ Sagittarius A ຫຼື Sgr A* ມັນຕ່າງຈາກຫຼຸມດຳທົ່ວໄປ ເພາະມັນມີມວນຂະໜາດມະຫາສານ ແລະ ແຫຼ່ງກຳເນີດຂອງມັນຍັງເປັນປິດສະໜາ ມີແຕ່ຂໍ້ສັນນິຖານຕ່າງໆ. ນີ້ເປັນການບັນທຶກພາບຖ່າຍຫຼຸມດຳທີ່ສາມາດຢືນຢັນໄດ້ວ່າມີຫຼຸມດຳມວນມະຫາສານຢູ່ໃຈກາງກາແລັກຊີຂອງເຮົາ.

ຫຼຸມດຳນີ້ມີມວນຫຼາຍກວ່າດວງຕາເວັນເຖິງ 4 ລ້ານເທົ່າ, ມີຂະໜາດໃຫຍ່ກວ່າດວງຕາເວັນ 31 ເທົ່າ, ມີໄລຍະຫ່າງຈາກໃຈກາງກາແລັກຊີ 27,000 ປີແສງ. ເປັນຫຼຸມດຳທີ່ມີມວນຂະໜາດໃຫຍ່ອັນດັບທີສອງ ຫຼັງຈາກຄົ້ນພົບຫຼຸມດຳມວນຂະໜາດໃຫຍ່ M87 ກ່ອນໜ້ານີ້ໃນປີ 2019. ເຖິງຢ່າງໃດກໍຕາມ ການບັນທຶກພາບຖ່າຍໄດ້ໃນຄັ້ງນີ້ກໍສຳຄັນຫຼາຍ ຍ້ອນຂໍ້ມູນຂອງມັນນັ້ນຫາຍາກ ແລະ ມີໜ້ອຍຫຼາຍ, ມັນຊ່ວຍໃຫ້ນັກດາຣາສາດເຂົ້າໃຈຫຼຸມດຳມວນຂະໜາດໃຫຍ່ຫຼາຍຂຶ້ນ ແລະ ກົງກັບທີ່ມີການສັນນິຖານໄວ້ໃນທິດສະດີສຳພັນທະພາບຂອງໄອນ໌ສໄຕນ໌.

ຫຼຸມດຳ ເປັນວັດຖຸໃນເອກະພົບທີ່ມີແຮງໂນ້ມຖ່ວງສູງ ບໍ່ມີສິ່ງໃດໜີອອກຈາກຫຼຸມດຳໄດ້ ຂະໜາດແສງກໍຍັງໜີອອກມາບໍ່ໄດ້ ຍົກເວັ້ນຫຼຸມດຳນຳກັນເອງ ເຮົາຈຶ່ງບໍ່ສາມາດເບິ່ງຫັນໃຈກາງຂອງຫຼຸມດຳໄດ້. ມີການສັນນິຖານການກຳເນີດຂອງຫຼຸມດຳໄວ້ວ່າ ເມື່ອມີດາວຣຶກທີ່ມີມວນມະຫຶມາໝົດອາຍຸໄຂແລ້ວແຕກດັບລົງ ສານທີ່ເຄີຍປະກອບເປັນດາວຣຶກນັ້ນຈະຖືກອັດແໜ້ນດ້ວຍແຮງດຶງດູດຂອງຕົນເອງ ມັນຈະກໍ່ເກີດເປັນຫຼຸມດຳທີ່ມີພະລັງທຳລາຍສູງ ເຊິ່ງເອີ້ນວ່າພາວະເອກະຖານ, ເຮົາບໍ່ສາມາດເບິ່ງມັນໄດ້ດ້ວຍກ້ອງໂທລະທັດໃດໆ ເນື່ອງຈາກມັນບໍ່ມີແສງ ຫຼື ລັງສີໃດເລີຍ ແຕ່ສາມາດກວດຫາໄດ້ໂດຍກ້ອງໂທລະທັດຄື້ນວິທະຍຸ. ຮອດປັດຈຸບັນມີການຄົ້ນພົບຫຼຸມດຳໃນຈັກກະວານເຮົາແລ້ວຢ່າງໜ້ອຍ 6 ແຫ່ງ.

ຫຼຸມດຳມີ 4 ປະເພດຄື: ຫຼຸມດຳມວນຂະໜາດໃຫຍ່ (supermassive black hole: SMBH), ຫຼຸມດຳຂະໜາດກາງ(Intermediate-mass black hole; IMBH), ຫຼຸມດຳຈາກດາວຣຶກ (stellar black hole) ແລະ ຫຼຸມດຳຂະໜາດນ້ອຍ (mini black hole) ຫຼື ເອີ້ນວ່າຫຼຸມດຳຄວັນຕຳ (Quantum Black Holes).

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/