ອັດຕາເງິນເຟີ້ ປະຈຳເດືອນ ທັນວາ ສືບຕໍ່ຫຼຸດລົງຢ່າງຕໍ່ເນື່ອງ ການເພີ່ມຂຶ້ນຂອງລາຄາສິນຄ້າ ມີຈັງຫວະທີ່ຊ້າລົງ


ອັດຕາເງິນເຟີ້ ປະຈຳເດືອນ ທັນວາ ສືບຕໍ່ຫຼຸດລົງຢ່າງຕໍ່ເນື່ອງ ການເພີ່ມຂຶ້ນຂອງລາຄາສິນຄ້າ ມີຈັງຫວະທີ່ຊ້າລົງ. ໂດຍອັດຕາເງິນເຟີ້ ໂດຍລວມປະຈຳເດືອນທັນວາ ຂອງ ສປປ ລາວ ຢູ່ທີ່ລະດັບ 24,4% ຫຼຸດລົງຈາກເດືອນພະຈິກ ທີ່ 25,2%.

ໂດຍອີງຈາກ ລາຍງານຫຼ້າສຸດກ່ຽວກັບສະພາບອັດຕາເງິນເຟີ້ ປະຈຳເດືອນທັນວາ ຂອງ ສປປ ລາວ ຈາກສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ລະບຸວ່າ: ອັດຕາເງິນເຟີ້ຂອງ ສປປ ລາວ ຢູ່ໃນທ່າອ່ຽງສືບຕໍ່ຫຼຸດລົງຢ່າງຕໍ່ເນື່ອງ ຈາກເດືອນກຸມພາປີ 2023 ເນື່ອງຈາກທຽບກັບຖານອັດຕາເງິນເຟີ້ປີ 2022 ທີ່ມີຖານອັດຕາເງິນເຟີ້ສູງທີ່ຢູ່ໃນລະດັບ 41,3%.

ລາຄາສິນຄ້າໂດຍລວມໃນເດືອນທັນວາ 2023 ແມ່ນຍັງສືບຕໍ່ເພີ່ມຂຶ້ນ, ແຕ່ເປັນການເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງກວ່າເດືອນທີ່ຜ່ານມາເລັກໜ້ອຍ ໃນນັ້ນ ດັດຊະນີລາຄາສິນຄ້າລວມຢູ່ໃນລະດັບ 208,4 ເຊິ່ງເພີ່ມຂຶ້ນຈາກ 167,4 ໃນເດືອນທັນວາ 2022 ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນທັນວາ 2023 ຢູ່ໃນລະດັບ 24,4% (ເດືອນ ພະຈິກ 25,2%) ແລະ ສະເລ່ຍໝົດປີ 2023 ຢູ່ໃນລະດັບ 31,2%.

ການປ່ຽນແປງລາຄາສິນຄ້າ ແລະ ບໍລິການ ສະເລ່ຍໃນເດືອນ ທັນວາ 2023 ທຽບກັບເດືອນທີ່ຜ່ານມາ ມີການເພີ່ມຂຶ້ນເລັກໜ້ອຍ ເຊັ່ນ: ໝວດເຫຼົ້າ ແລະ ຢາສູບ: ເພີ່ມຂຶ້ນ 2,3%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ: ເພີ່ມຂຶ້ນ 1,8%, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ: ເພີ່ມຂຶ້ນ 1,8%, ໝວດເຄື່ອງໃຊ້ໃນເຮືອນ: ເພີ່ມຂຶ້ນ 2,4%, ໝວດຮັກສາສຸຂະພາບ ແລະ ຢາ: ເພີ່ມຂຶ້ນ 2,9%, -ໝວດຮ້ານອາຫານ ແລະ ໂຮງແຮມ: 2,1%, ຂະນະດຽວກັນ ນອກຈາກໝວດສິນຄ້າທີ່ມີລາຄາເພີ່ມຂຶ້ນ ແລ້ວ ກໍຍັງມີບາງໝວດສິນຄ້າທີ່ມີລາຄາຫຼຸດລົງເຊັ່ນ: ໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ: ຫຼຸດລົງ 0,4% ແລະ ໝວດການຄົມມະນາຄົມ ແລະ ຂົນສົ່ງ: ຫຼຸດລົງ 1,5%.

ໂດຍຈາກການລາຍງານຂອງ ສູນສະຖິຕິແຫ່ງຊາດ ເຫັນວ່າ ສາເຫດຕົ້ນຕໍທີ່ເຮັດໃຫ້ອັດຕາເງິນເຟີ້ຍັງສູງໃນປັດຈຸບັນ ກໍຍັງແມ່ນມາຈາກປັດໄຈຄືກັບເດືອນຜ່ານໆມາ ເຊັ່ນ: ຖານການຜະລິດພາຍໃນບໍ່ເຂັ້ມແຂງ ເອື່ອຍອິງການນໍາເຂົ້າ, ດັ່ງນັ້ນ ເມື່ອອັດຕາແລກປ່ຽນເງິນກີບສືບຕໍ່ ອ່ອນຄ່າ ຫຼື ເງິນຕາຕ່າງປະເທດແຂງຄ່າຂຶ້ນ ແມ່ນເຮັດໃຫ້ສິນຄ້ານຳເຂົ້າລວມທັງສິນຄ້າທີ່ເປັນປັດໄຈການຜະລິດມີ ລາຄາສູງຂຶ້ນ. ໃນນັ້ນ ເງິນກີບທຽບໃສ່ໂດລາ (ໄລຍະຕົ້ນເດືອນ 12 ປີ 2023 ທຽບໃສ່ໄລຍະດຽວກັນ ປີ 2022) ອ່ອນຄ່າ 20,8% ແລະ ທຽບໃສ່ບາດອ່ອນຄ່າ 22,7%.

ນອກຈາກນີ້ ຄວາມສາມາດຄຸ້ມຄອງ ແລະ ແຊກແຊງຕະຫຼາດອັດຕາແລກປ່ຽນມີຄວາມຈໍາກັດ ແລະ ຍັງມີສ່ວນຕ່າງລະຫວ່າງອັດຕາແລກປ່ຽນຕະຫຼາດນອກລະບົບ ແລະ ອັດຕາຂອງ ທະນາຄານທຸລະກິດທີ່ສູງ; ການຄຸ້ມຄອງລາຄາສິນຄ້າ ແລະ ບໍລິການຍັງບໍ່ທັນໄດ້ດີ ເທົ່າທີ່ຄວນ ຫຼາຍລາຍການສິນຄ້າທີ່ຢູ່ໃນບັນຊີລາຍການຄຸ້ມຄອງ (ບັນຊີ ກ) ຍັງສືບຕໍ່ເພີ່ມຂຶ້ນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/