ຈາກຜົນສຳຫຼວດໃໝ່ພົບວ່າ ການເກັງກຳໄລຈາກການລົງທຶນໃນ Bitcoin ໄດ້ສ້າງເສດຖີໜ້າໃໝ່ຈຳນວນ 70,000 ຄົນໃນປີ 2023


ອີກບໍ່ດົນກໍຈະສິ້ນສຸດປີ 2023 ແລ້ວ, ອຸດສາຫະກຳ Crypto ຍັງຄົງເຮັດໃຫ້ຜູ້ຄົນທີ່ຫຼົງໃຫຼໃນການລົງທຶນສະກຸນເງິນດິຈິຕອນລ້ຳລວຍຢ່າງຕໍ່ເນື່ອງ, ເຊິ່ງໜຶ່ງໃນຫຼຽນທີ່ຜູ້ຄົນນິຍົມຊົມຊອບ ຫຼື ບໍລິສັດໃຫຍ່ໆມັກທີ່ຈະທຳການເຂົ້າມາລົງທຶນນັ້ນ ຈະເປັນໃຜບໍ່ໄດ້ນອກຈາກຣາຊາແຫ່ງຫຼຽນ Crypto ຄື “Bitcoin” ນັ້ນເອງ.

Bitcoin ນັ້ນຖືເປັນສິນຊັບດິຈິຕອນທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຕະຫຼອດຫຼາຍປີທີ່ຜ່ານມາ ແລະ ເຮັດໃຫ້ນັກລົງທຶນບໍ່ວ່າຈະເປັນໜ້າໃໝ່ ຫຼື ໜ້າເກົ່າຕ່າງກໍເຂົ້າມາລົງທຶນໃນຫຼຽນດັ່ງກ່າວເພື່ອເຮັດຜົນກຳໄລຈາກມັນ ເຊິ່ງໃນປີ 2023 ນີ້ກໍໄດ້ມີຈຳນວນເສດຖີໜ້າໃໝ່ທີ່ເກີດຂຶ້ນຈາກການເກັງກຳໄລຈາກ Bitcoin ເຖິງ 70,000 ຄົນ.

ອີງຈາກຜົນສຳຫຼວດຂອງ Finbold ເມື່ອວັນທີ 25 ທັນວາທີ່ຜ່ານມາ, ປັດຈຸບັນມີຜູ້ຖືຄອງ Bitcoin ຈໍານວນ 97,326 ຄົນ, ໂດຍແຕ່ລະຄົນທີ່ຖືຄອງ Bitcoin ຄິດເປັນເງິນແມ່ນຫຼາຍກວ່າ 1 ລ້ານໂດລາ. ເຊິ່ງຜູ້ຖືຄອງ Bitcoin ເພີ່ມຂຶ້ນຫຼາຍກວ່າໃນໄລຍະຕົ້ນປີທີ່  246,55% ຫຼື 69,242 ຄົນຈາກ 28,804 ຄົນ.

ຫາກລອງເບິ່ງໃຫ້ເລິກເຂົ້າໄປຈະພົບວ່າ ມີບັນຊີຈຳນວນ 7,462 ບັນຊີທີ່ຖືຄອງຊັບສິນມູນຄ່າລວມຫຼາຍກວ່າ 10 ລ້ານໂດລາ, ເຊິ່ງເພີ່ມຂຶ້ນ 3,657 ບັນຊີຈາກຕົ້ນປີທີ່ຜ່ານມາ.

ນອກຈາກນີ້ຍັງພົບເຫັນ Whales ທີ່ຖືຄອງ Bitcoin ໃນຕະຫຼອດໄລຍະເດືອນທັນວານີ້ ສາມາດເຮັດກຳໄລຈາກ Bitcoin ໄດ້ຢ່າງມະຫາສານ ເຊິ່ງເຫັນໄດ້ຈາກການເຮັດທຸລະກໍາຂະໜາດໃຫຍ່ຂອງ Whales ທີ່ເກີດຂຶ້ນເປັນຈຳນວນ 3 ຄັ້ງ. ສິ່ງນີ້ເຮັດໃຫ້ການໄຫຼເຂົ້າຂອງ Bitcoin ສະເລ່ຍໃນທົ່ວແພລັດຟອມເທຣດ Crypto ທັງໝົດມີການເພີ່ມຂຶ້ນເຖິງ 15 BTC.

ທີ່ມາ:

finbold

bitinfocharts

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/