Binance ປະກາດເປີດຕົວ Launchpool ຄັ້ງທີ 42 ພ້ອມກັບໂທເຄັນ “Sleepless AI” ທີ່ສາມາດນຳເອົາ BNB, FDUSD ແລະ TUSD ໄປຟາມເພື່ອຮັບໂທເຄັນໃໝ່ໄດ້


Binance ເວັບເທຣດ Crypto ອັນດັບ 1 ຂອງໂລກໄດ້ປະກາດເປີດຕົວໂຄງການທີ 42 ໃນ Launchpool ພ້ອມກັບໂທເຄັນໃໝ່ “Sleepless AI” ຫຼື AI ເຊິ່ງເປັນແພລັດຟອມເກມ Web3 + AI.

ໂດຍຜູ້ໃຊ້ ຫຼື ນັກລົງທຶນສາມາດຟາມໂທເຄັນ AI ໄດ້ໂດຍການນຳເອົາຫຼຽນ BNB, FDUSD ແລະ TUSD ໄປ Stake ເປັນເວລາ 7 ມື້, ເຊິ່ງຈະເລິ່ມຕັ້ງແຕ່ວັນທີ 28 ທັນວານີ້ເປັນຕົ້ນໄປ. ຫຼັງຈາກນັ້ນທາງເວັບເທຣດກໍຈະເພິ່ມລາຍຊື່ຫຼຽນ Sleepless AI (AI) ໃນວັນທີ 4 ມັງກອນ 2024, ພ້ອມກັບເປີດຕົວຄູ່ເທຣດຄື: AI/BTC, AI/ USDT, AI/BNB, AI/FDUSD, AI/TUSD ແລະ AI/TRY.

  • ສຳລັບລາຍລະອຽດຂອງ Launchpool ແມ່ນມີດັ່ງນີ້:
  • ຊື່ໂທເຄັນ: Sleepless AI (AI)
  • ອຸປະທານ token ທັງໝົດ: 1,000,000,000 AI
  • ຮາງວັນ Launchpool Token: 70,000,000 AI (7% ຂອງອຸປະທານ token ທັງໝົດ)
  • ອຸປະທານໝຸນວຽນເບື້ອງຕົ້ນ: 130,000,000 AI (13% ຂອງການອຸປະທານ token ທັງໝົດ)
  • ລາຍລະອຽດ Smart contract : AI Token (AI)
  • ເງື່ອນໄຂສໍາລັບການ Stake: ຜູ້ໃຊ້ງານຕ້ອງມີການຢືນຢັນຕົວຕົນແບບ KYC.

Hard Cap ຕໍ່ຊົ່ວໂມງສູງສຸດຕໍ່ຜູ້ໃຊ້ 1 ຄົນ:

  • 33,333.33 AI ຖ້າ Stake ດ້ວຍຫຼຽນ BNB
  • 4,166.66 AI ຖ້າ Stake ດ້ວຍຫຼຽນ FDUSD
  • 4,166.66 AI ຖ້າ Stake ດ້ວຍຫຼຽນ TUSD

Pool ທີ່ຮອງຮັບ

  • Stake BNB: ຈະໄດ້ຮັບຮາງວັນ 56,000,000 AI, ກວມເອົາ 80% ຂອງຮາງວັນທັງໝົດ.
  • Stake FDUSD: ຈະໄດ້ຮັບຮາງວັນ 7,000,000 AI, ກວມເອົາ 10% ຂອງຮາງວັນທັງໝົດ.
  • Stake TUSD: ຈະໄດ້ຮັບຮາງວັນ 7,000,000 AI, ກວມເອົາ 10% ຂອງຮາງວັນທັງໝົດ.
  • ໄລ​ຍະ​ເວ​ລາ​ Stake ​ເພື່ອ​ຟາມ token ດັ່ງກ່າວຈະເລີ່ມຕັ້ງແຕ່​ວັນ​ທີ 28 ທັນ​ວາ 2023 ຈົນ​ເຖິງ​ວັນ​ທີ 3 ມັງ​ກອນ 2024.

ທີ່ມາ:

binance

binance post

coin-turk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/