Monsters ເລື່ອງສັ້ນກ່ອນຈະເປັນ One Piece ຖືກດັດແປງເປັນອະນິເມະແລ້ວ


ກ່ອນຈະມາເປັນອະນິເມະສຸດໂດ່ງດັງໄປທົ່ວໂລກຢ່າງເລື່ອງ One Piece, ອາຈານ Eiichiro Oda ເອງກໍເຄີຍມີຜົນງານ ‘Wanted’ ມັງງະລວມເລື່ອງສັ້ນມາກ່ອນ ຜົນງານຊຸດນີ້ຖືກນຳມາລວມເຫຼັ້ມອອກວາງຈຳໜ່າຍໃນປະເທດຍີ່ປຸ່ນ ປິ 1998 ແລະຈະຖືກນຳມາດັດແປງເປັນອະນິເມະແລ້ວ.

‘Monsters’ ຜົນງານເລື່ອງສັ້ນຈາກ ‘Wanted’ ເປັນເລື່ອງລາວການຜະຈົນໄພຂອງຊາມູໄຣທີ່ມີຊື່ວ່າ ຣຽວມະ ທີ່ຄົ້ນຫາສິ່ງມີຊີວິດເໝືອທຳມະຊາດ ຖືກດັດແປງເປັນອະນິເມະໂດຍສະຕູດິໂອ E&H production ແລະ ໄດ້ Sunghoo Park ຜູ້ກຳກັບ Jujutsu Kaisen ມາກຳກັບເລື່ອງນີ້.

ໂດຍອະນິເມະເລື່ອງນີ້ຈະໄດ້ສະຕຣີມມິງທີ່ Netflix ໃນເດືອນມັງກອນ ປີ 2024 ສຳລັບແຟນໆຂອງອາຈານ Eiichiro Oda ບໍ່ຄວນພາດເລື່ອງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/