ການບິນລາວ ເຊັນສັນຍາຂາຍປີ້ຍົນຜ່ານແອັບພິເຄຊັນ ຕ່າງປະເທດ ດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ຫຼາຍຂຶ້ນ


ການບິນລາວ ເຊັນສັນຍາຂາຍປີ້ຍົນຜ່ານແອັບພິເຄຊັນ ຕ່າງປະເທດ ຂະຫຍາຍຖານລູກຄ້າ ສ້າງຄວາມສະດວກໃນການຈອງປີ້ຍົນ ເພື່ອຊ່ວຍດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ຫຼາຍຂຶ້ນ.

ພິທີເຊັນສັນຍາຮ່ວມມື ລະຫວ່າງ ລັດວິສາຫະກິດ ການບິນລາວ ແລະ ບໍລິສັດ ກູດມີເດຍ ຫຼືແອັບພິເຄຊັນ ປາວານລີ (BAWANLI APPLICATION) ກ່ຽວກັບການຂາຍປີ້ເຮືອບິນ ຂອງການບິນລາວ ຜ່ານແອັບພິເຄຊັນປາວານລີ (BAWANLI APPLICATION)  ໄດ້ຈັດຂຶ້ນໃນວັນທີ  25 ທັນວາ ຜ່ານມາ ທີ່ຫ້ອງການສໍານັກງານໃຫຍ່ ຂອງການບິນລາວ.  ຮ່ວມລົງນາມເຊັນສັນຍາລະຫວ່າງ ທ່ານ ສະເຫຼີມ ໄຕຍະລາດ ຮອງຜູ້ອໍານວຍການ ການບິນລາວ ແລະ ທ່ານ ຈິງ ຢຸນຫຼົງ Jing Yunlong ປະທານບໍລິສັດກູດມີເດຍ, ມີພະນັກງານທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງ ຂອງການຮ່ວມມືໃນຄັ້ງນີ້ ເພື່ອອຳນວຍຄວາມສະດວກໃຫ້ກັບບັນດາລູກຄ້າຂອງລັດວິສາຫະກິດການບິນລາວ ທີ່ຕ້ອງການຊື້ປີ້ເຮືອບິນ ໂດຍສະເພາະລູກຄ້າຄົນຕ່າງປະເທດ ໂດຍສະເພາະຄົນຈີນ ແລະ ເພື່ອສົ່ງເສີມການເດີນທາງຂອງນັກທ່ອງທ່ຽວ ໃຫ້ເດີນທາງເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ທັງເປັນການຮອງຮັບປີທ່ອງທ່ຽວ ປີ 2024 ທີ່ຈະມາເຖິງນີ້. BAWANLI APPLICATION ລາວ ມີບໍລິການຂາຍປີ້ເຮືອບິນ, ບໍລິການຈອງທີ່ພັກ (ໂຮງແຮມ ແລະ ຄອນໂດ), ບໍລິການເຮັດສື່ໂຄສະນາ, ປະກັນໄພ ແລະ ອື່ນໆ.

https://www.facebook.com/PasaxonNewspaper/posts/895598675586923

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/