ປີ 2023 ສປປ ລາວ ສົ່ງອອກໄຟຟ້າໄປຕ່າງປະເທດ ທັງໝົດ 38.106 ລ້ານ kW ມູນຄ່າ 2.368 ລ້ານໂດລາ


ໃນປີ 2023 ການຜະລິດໄຟຟ້າ ປະຕິບັດໄດ້ 48.904 ລ້ານກິໂລວັດໂມງ ມີມູນຄ່າ 58.285 ຕື້, ໃນນີ້ສາມາດຈຳໜ່າຍກະແສໄຟຟ້າໄປຕ່າງປະເທດໄດ້ 38.106 ລ້ານກິໂລວັດໂມງ ມີມູນຄ່າ 2.368 ລ້ານໂດລາ.

ຕາມລາຍງານສູນຂອງສູນຂ່າວສານພະລັງງານ ແລະ ບໍ່ແຮ່ ປະຈຳປີ 2023 ໃນຕອນເຊົ້າວັນທີ 21 ທັນວາ 2023 ວ່າ: ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາຄາດໝາຍຕ່າງໆທີ່ນອນຢູ່ໃນ 12 ເປົ້າໝາຍ ຂອງແຜນພັດທະນາຂະແໜງການ 5 ປີ ຄັງທີ IX (2021-2025).

ໃນນີ້ເປົ້າໝາຍທີ 1: ພັດທະນາການສະໜອງພະລັງງານໄຟຟ້າ ໃຫ້ມີສະຖຽນລະພາບ ແລະ ໝັ້ນຄົງ. ສົມຄູ່ກັບຄວາມຕ້ອງການນຳໃຊ້ພາຍໃນ ແລະ ການສົ່ງອອກ. ໃນນີ້, ຜົນສຳເລັດທີ່ພົ້ນເດັ່ນແມ່ນການພັດທະນາໂຄງການ PDA ມີ 123 ໂຄງການ ແລະ ສັນຍາສຳປະທານໂຄງການ CA ມີ 25 ໂຄງການ; ແຫຼ່ງຜະລິດພະລັງງານໄຟຟ້າທີ່ມີກຳລັງຕິດຕັ້ງ 1 MW, ຄວາມອາດສາມາດຜະລິດພະລັງງານໄຟຟ້າ 58.884,27 GWh ຕໍ່ປີ.

ໃນປີ 2023 ສາມາດຈັດຕັ້ງປະຕິບັດການຜະລິດກະແສໄຟຟ້າ ປະຕິບັດໄດ້ 48.904 ລ້ານກິໂລວັດໂມງ, ມີມູນຄ່າ 58.285 ຕື້ກີບ; ການຈຳໜ່າຍກະແສໄຟຟ້າ ປະຕິບັດໄດ້ 49.906 ລ້ານກິໂລວັດໂມງ ມີມູນຄ່າ 765 ລ້ານໂດລາສະຫະລັດ, ຈຳໜ່າຍກະແສໄຟຟ້າໄປຕ່າງປະເທດ ປະຕິບັດໄດ້ 38.106 ລ້ານກິໂລວັດໂມງ ມີມູນຄ່າ 2.368 ລ້ານໂດລາສະຫະລັດ.

ອີງຕາມການລາຍງານໃນກອງປະຊຸມດັ່ງກ່າວ ປີ 2023 ທົ່ວປະເທດ ມີສະຖານີໄຟຟ້າ ທັງໝົດ 108 ແຫ່ງ, ມີຄວາມຍາວຂອງລະບົບສາຍສົ່ງແຮງດັນສູງ 500 kV, 230 kV, 115 kV, ແຮງກາງ 22 kV ແລະ ແຮງຕໍ່າ 0,4 kV ທັງໝົດ 67.643 km.

ໂດຍໃນໄລຍະທີ່ຜ່ານມາ ຂະແໜງພະລັງງານໄດ້ເອົາໃຈໃສ່ ການຂະຫຍາຍຕາໜ່າງໄຟຟ້າອອກສູ່ຊົນນະບົດ ຫຼື ເຂດຫ່າງໄກສອກຫຼີກ ດ້ວຍຫຼາຍຮູບແບບ ໂດຍການຮ່ວມມືກັບບັນດາປະເທດຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ເປັນຕົ້ນແມ່ນ: ສປ ຈີນ, ສ.ເກົາຫຼີ, ນິວຊີແລນ, UNDP… ມາຮອດປັດຈຸບັນການເຂົ້າເຖິງໄຟຟ້າຂອງຄົວເຮືອນທົ່ວປະເທດປະຕິບັດໄດ້ 95,27%, ບັນດາແຂວງ, ເມືອງ ບັນລຸ 100%.

ຂໍ້ມູນຈາກ:

ຂ່າວສານພະລັງງານ ແລະ ບໍ່ແຮ່

ເສດຖະກິດການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/