ສະຫະລັດອາຣັບເອມິເຣດ ແລະ ຈີນຮ່ວມມືກັນປະກາດທີ່ຈະນຳໃຊ້ສະກຸນເງິນທ້ອງຖິ່ນໃນການຊຳລະການຄ້າລະຫວ່າງປະເທດ


ສະ​ຫະ​ລັດ​ອາ​ຣັບ​ເອ​ມິ​ເຣດ​ກຳ​ລັງ​ແນມຫາຊ່ອງທາງ​ການ​ຄ້າ​ໃນການຮ່ວມມືກັບ​ຈີນເພີ່ມຂຶ້ນເພື່ອ​ໃຫ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ຫຼິ້ນ​ລະດັບ​ທົ່ວ​ໂລກ. ທັງ​ສອງ​ປະ​ເທດ​ພະຍາຍາມທີ່ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໂດຍ​ການ​ລົງ​ທຶນ ​ແລະ​ ເພື່ອເພີ່ມການຂະຫຍາຍຕົວທາງດ້ານການຄ້າຂອງຕົນ​ຢູ່ໃນ​ໝູ່​ເກາະ​ປາຊີ​ຟິກ ​ແລະ ອາ​ຟຣິກາ.

ໃນບົດລາຍງານຍັງກ່າວອີກວ່າ, ການຄ້າລະຫວ່າງທັງສອງປະເທດຈະໃຊ້ເງິນຢວນຂອງຈີນໃນການຊຳລະ. ສິ່ງນີ້ຈະ​ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ອະ​ນຸ​ຍາດ​ໃຫ້​ຈີນ​ເຂົ້າມາມີ​ອິດ​ທິ​ພົນ​ໃນ​ພູມີພາກໄດ້. ດ້ວຍ​ເຫດ​ນີ້, ຈຶ່ງຄວນ​ມີ​ການ​ປ່ຽນແປງ​ຄວາມສົມດຸນ​ທາງອຳນາດ​ຂອງ​ໂລກ​ໃຫ້​ຫ່າງ​ໄກ​ຈາກ​ການ​ປົກຄອງ​ຂອງ​ຝ່າຍ​ຕາ​ເວັນ​ຕົກ.

ຈີນ ​ແລະ ສະຫະລັດ​ອາ​ຣັບ​ເອ​ມີ​ເຣດມີຄວາມ​ພະ​ຍາ​ຍາມ​ທີ່ພັດ​ທະ​ນາ BRICS. ຕະຫຼອດທັງ​ປີທີ່ຜ່ານມາ ກຸ່ມປະເທດພັນທະ​ມິດ BRICS ​ໄດ້​ມີການ​ຂະຫຍາຍ​ຕົວສູງ, ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ຂົງ​ເຂດ​ພູມ​ສາດທາງດ້ານ​ການ​ເມືອງມີການ​ພັດທະນາຢ່າງຫຼວງຫຼາຍ.

ໂດຍການປະກາດນຳໃຊ້ເງິນຢວນເຂົ້າໃນການຄ້າລະຫວ່າງປະເທດຂອງສອງປະເທດນີ້ ຍັງເປັນໜຶ່ງໃນແຜນການຫຼຸດຜ່ອນການນຳໃຊ້ເງິນໂດລາສະຫະລັດທີ່ກຳລັງຈະຢຶດຄອງໂລກ. ນອກຈາກນີ້, ຈີນ ​ແລະ ​ສະ​ຫະ​ລັດອາ​ຣັບ​ເອ​ມີ​ເຣດມີຍັງໄດ້ວາງແຜນການຂະຫຍາຍທຸລະກິດຄັ້ງທໍາອິດຂອງຕົນໃນລະຫວ່າງການປະຊຸມສຸດຍອດປະຈໍາປີໃນປີ 2023.

ແລະໃນຕອນນີ້, ປະເທດຈີນ ແລະ ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດເຊິ່ງເປັນສະມາຊິກໃນ BRICS ຕ້ອງການທີ່ຈະເພິ່ມຊື່ສຽງຂອງປະເທດຕົນເອງໃຫ້ກາຍເປັນທີ່ຍອມຮັບໃນລະດັບໂລກ ແລະ ໄດ້ແນມຫາຊ່ອງທາງເພິ່ມຂຶ້ນອີກໃນດ້ານການຄ້າລະຫວ່າງປະເທດທີ່ນຳໃຊ້ສະກຸນເງິນທ້ອງຖິ່ນໃນການຊໍາລະ ພ້ອມກັນນັ້ນກໍໄດ້ແນມຫາການເພີ່ມບົດບາດຂອງຕົນໃນລະດັບໂລກຜ່ານການລົງທຶນ.

ສະຫະ​ປະຊາ​ຊາດສະ​ຫະ​ລັດ​ອາຣັບ​ເອມິ​ເຣດ​ແມ່ນ​ໜຶ່ງ​ໃນ​ຫ້າປະ​ເທດ​ທີ່​ຈະ​ເຂົ້າ​ຮ່ວມເປັນພັນທະ​ມິດ​ທາງດ້ານເສດຖະກິດ​ໃນ​ທ້າຍ​ປີ​ນີ້ ແລະ ຍັງກຽມທີ່ຈະເຂົ້າຮ່ວມກັບ Saudi Arabia, Iran, Egypt ແລະ Ethiopia ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກກຸ່ມປະເທດ BRICS ​ໃໝ່​ຫຼ້າ​ສຸດ, ໂດຍບັນ​ດາ​ສະ​ມາ​ຊິກ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມມືກັນເພື່ອເພີ່ມການສະແດງຕົນໃນ​​ປະ​ເທດ​ອາ​ຟ​ຣິ​ກາ ແລະ ສະຫະ​ປະຊາ​ຊາດ​ສະ​ຫະ​ລັດອາຣັບ​ເອມິ​ເຣດ ກໍພ້ອມ​ແລ້ວ​ທີ່​ຈະ​ເປີດ​ກວ້າງ​ການ​ນຳ​ໃຊ້​ເງິນ​ຢວນ​ຢ່າງ​ຮອບ​ດ້ານ.

ທີ່ມາ:

cryptonews

lemonde

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/