Trolls Band Together ກຳລັງກວາດລາຍໄດ້ຢ່າງຕໍ່ເນື່ອງ ລຸ້ນທະລຸ 200 ລ້ານໂດລາ


ບັນດາເຫຼົ່າ Trolls ຈາກຮູບເງົາ Trolls Band Together ກໍຍັງຄົງເດີນໜ້າເຮັດລາຍໄດ້ຢ່າງຕໍ່ເນື່ອງໄປຫຼາຍກວ່າ 190 ລ້ານໂດລາທົ່ວໂລກຢ່າງບໍ່ຫວັ່ນ ພ້ອມກັບເຮັດລາຍໄດ້ທົ່ວອາເມຣິກາໄປຮອດ 93 ລ້ານໂດລາ ເມື່ອທຽບກັບພາກທຳອິດທີ່ສາມາດເຮັດໄປຮອດ 343 ລ້ານໂດລາ ແລະ ພາກສອງເຮັດໄປພຽງ 48 ລ້ານໂດລາ.

ເອີ້ນໄດ້ວ່າຮູບເງົາ Trolls Band Together ເປັນການກັບມາກອບກູ້ແຟຣນຊາຍກັນເລີຍ ເນື່ອງຈາກວ່າລາຍໄດ້ຕອນນີ້ກຳລັງເດີນໜ້າສູ່ 200 ລ້ານໂດລາແລ້ວ ໂດຍຖືວ່າເປັນການກັບມາຢ່າງສົມສັກສີຂອງຮູບເງົາເລື່ອງນີ້ ແຕ່ຮູບເງົາເລື່ອງນີ້ບໍ່ໄດ້ເຂົ້າສາຍໃນໂຮງຮູບເງົາລາວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/