Bitcoin ກຽມສົ່ງທ້າຍປີ 2023 ໃນຖານະທີ່ເປັນ 1 ໃນສິນຊັບດິຈິຕອນທີ່ມີລາຄາດີທີ່ສຸດ ເຖິງແມ່ນວ່າຈະຕ້ອງປະເຊີນກັບອຸປະສັກທາງດ້ານເສດຖະກິດກໍຕາມ


Bitcoin (BTC) ກຽມທີ່ຈະສົ່ງທ້າຍປີ 2023 ໃຫ້ຈົບແບບສວຍງາມໂດຍການເຮັດລາຄາໃຫ້ໄດ້ດີເໜືອກວ່າສິນຊັບແບບດັ້ງເດີມທັງໝົດ. Kaiko Research ຜູ້ໃຫ້ບໍລິການຂໍ້ມູນ ໄດ້ຄາດການວ່າລາຄາ Bitcoin ຈະເພີ່ມຂຶ້ນຫຼາຍກວ່າ 160% ໃນປີ 2023, ເຖິງວ່າຈະຕ້ອງປະເຊີນກັບເງື່ອນໄຂເສດຖະກິດມະຫາພາກທີ່ເຄັ່ງຄັດ ແລະ ມີອຸປະສັກໃນອຸດສາຫະກໍາ Crypto ກໍຕາມ.

ໂດຍມີບໍລິສັດພຽງ 2 – 3 ແຫ່ງທີ່ຮຸ້ນຂອງບໍລິສັດສາມາດເຮັດລາຄາໄດ້ດີກວ່າ Bitcoin ເຊັ່ນ: NVIDIA Corp (NVDA) ທີ່ມີການເຕີບໂຕຂຶ້ນໃນປີນີ້ທີ່ 241% ເຊິ່ງແຊງໜ້າ Bitcoin ທີ່ລາຄາເພີ່ມຂຶ້ນ 163%.

ໂດຍການວິເຄາະຂອງ Kaiko Research ນັ້ນໄດ້ແບ່ງການເຄື່ອນໄຫວຂອງ Bitcoin ຕະຫຼອດທັງປີອອກເປັນ 3 ລະດັບ. BTC ທີ່ມີການເທຣດຢູ່ຕະຫຼອດເວລາໃນຕອນທີ່ລາຄາຂອງຫຼຽນຢູ່ລະຫວ່າງ 25,000 – 30,000 ໂດລາໃນລະຫວ່າງເດືອນມີນາຫາເດືອນຕຸລາ, ເຊິ່ງຕໍ່ມາກໍເກີດການຫຼຸດລົງຢ່າງຮຸນແຮງຈົນແຕະລະດັບຕໍ່າສຸດໃນຮອບຫຼາຍປີໃນໄລຍະກາງປີ 2023. ຢ່າງໃດກໍຕາມ, ຫຼັງຈາກທີ່ BlackRock ໄດ້ຍື່ນຂໍເປີດຕົວ Bitcoin ETF ໃນວັນທີ 15 ເດືອນມິຖຸນາ, ລາຄາຂອງ Bitcoin ໄດ້ເພີ່ມຂຶ້ນເຖິງ 40,000 ໂດລາ.

“ເຖິງແມ່ນໃນໄລຍະກາງປີທີ່ຂ້ອນຂ້າງຈະໜ້າເບື່ອ, ແຕ່ BTC ກໍມີໜຶ່ງໃນອັດຕາສ່ວນ Sharpe ທີ່ດີທີ່ສຸດໃນສິນຊັບທີ່ສໍາຄັນໃນປີນີ້ ຮອງຈາກ Nvidia ຍັກໃຫຍ່ດ້ານ semiconductor, ເຊິ່ງມີຮຸ້ນທີ່ເຕີບໂຕເພີ່ມຂຶ້ນຫຼາຍກວ່າສອງເທົ່ານັບຕັ້ງແຕ່ເດືອນມັງກອນຫາເດືອນພຶດສະພາ”

ຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ຄາດວ່າຈະຕັດສິນໃຈຄັ້ງສຸດທ້າຍໃນຕົ້ນເດືອນມັງກອນກ່ຽວກັບການອະນຸຍາດໃຫ້ມີການຊື້ຂາຍ Bitcoin ຜ່ານ ETF ຫຼືບໍ່. ໂດຍບໍລິສັດທີ່ລໍຖ້າການອະນຸມັດປະກອບມີນັກລົງທຶນລາຍໃຫຍ່ທີ່ສໍາຄັນໃນ Wall Street ເຊັ່ນ: Fidelity, WisdomTree, ARK , 21Shares, VanEck ແລະ ອື່ນໆ. ການອະນຸມັດເຄື່ອງມືໃນການລົງທຶນນີ້ຈະຊ່ວຍເພີ່ມລາຄາ Bitcoin ແລະ ສະພາບຄ່ອງເຊັ່ນ: BlackRock ກໍາລັງວາງແຜນທີ່ຈະລົງທຶນໃນຜະລິດຕະພັນດັ່ງກ່າວເປັນຈຳນວນເງິນ 10 ລ້ານໂດລາ.

ທີ່ມາ:

cointelegraph

kaiko

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/