Jennie BLACKPINK ມີຜົນງານດ່ຽວໃນ Billboard Hot 100 ແລ້ວ!


ເປັນອີກໜຶ່ງຄວາມສຳເລັດສົ່ງທ້າຍປີຂອງ Jennie BLACKPINK ເມື່ອຜົນງານເພງ One Of The Girls ໃນຖານະສິລະປິນດ່ຽວ ໄດ້ເຂົ້າສູ່ Billboard Hot 100 ເປັນທີ່ຮຽບຮ້ອຍ ນັບວ່າເປັນອີກໜຶ່ງບາດກ້າວຄວາມສຳເລັດຂອງສາວ Jennie.

One Of The Girls ເປັນເພງປະກອບຊີຣີ້ The Idol ທີ່ Jennie ໄດ້ຮ່ວມຮ້ອງກັບ The Weeknd ແລະ Lily-Rose Depp ເຊິ່ງ Jennie ກໍໄດ້ມີໂອກາດຮ່ວມສະແດງໃນຊີຣີ້ອີກດ້ວຍ. ນອກຈາກຈະມີຜົນງານເພງໃນ Billboard Hot 100 ແລ້ວຍັງຂຶ້ນເປັນສິລະປິນຍິງຊາວເກົາຫຼີໃຕ້ຄົນທຳອິດໃນປະຫວັດສາດທີ່ມີຜົນງານເທິງ Rhythmic Airplay ອີກດ້ວຍ.

ຄວາມສຳເລັດໃນຄັ້ງນີ້ເປັນການຕອກຢ້ຳເຖິງຄວາມຊົງອິດທິພົນຂອງ Jennie ໃນຖານະສິລະປິນດ່ຽວ ໂດຍສະເພາະໃນ ເວລາທີ່ໄດ້ປະກາດເປີດບໍລິສັດ ODD ATELIER ເພື່ອໃຫ້ມາດູແລຜົນງານດ່ຽວໂດຍສະເພາະ ແນ່ນອນວ່າແຟນໆ ແລະ ສື່ມວນຊົນທົ່ວໂທກຕ່າງກໍຈັບຕາເບິ່ງບາດກ້າວຕໍ່ໄປຂອງ Jennie.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/