GDP ຕໍ່ຄົນຂອງປະເທດຍີ່ປຸ່ນຕົກ​ຢູ່​ໃນ​ລະດັບ​ຕ່ຳ​ສຸດເປັນປະຫວັດສາດທີ່​ອັນ​ດັບ 21 ຈາກ 38 ປະເທດກຸ່ມ​ສະມາຊິກ OECD


ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ: ມູນຄ່າລວມຂອງສິນຄ້າ ແລະ ການບໍລິການທີ່ຜະລິດພາຍໃນປະເທດ ຫຼື GDP ຕໍ່ຫົວຄົນໃນປະເທດຍີ່ປຸ່ນແມ່ນໄດ້ຕົກລົງສູ່ລະດັບຕໍ່າທີ່ສຸດເປັນປະຫວັດສາດ. ໂດຍໃນປີ 2022 , GDP ຕໍ່ຄົນຂອງປະເທດຍີ່ປຸ່ນຈະຢູ່ທີ່ 34,064 ໂດລາ, ເຊິ່ງຢູ່ໃນອັນດັບ 21 ຈາກສະມາຊິກ 38 ປະເທດໃນກຸ່ມ OECD (Organization for Economic Co-operation and Development)

ໂດຍຕົວ​ເລກ​ດັ່ງກ່າວ​ຍັງຖືວ່າ​ເປັນ​ຕົວ​ເລກ​ທີ່​ຕ່ຳ​ທີ່​ສຸດ ແລະ ເກີດຂຶ້ນເປັນຄັ້ງທຳອິດ​ໃນ​ບັນດາ​ກຸ່ມ 7 ປະ​ເທດ​ເສດຖະກິດ​ທີ່ພັດທະນາແລ້ວ (G7) ນັບຕັ້ງ​ແຕ່​ປີ 2008 ເປັນຕົ້ນມາ, ​ເຊິ່ງນີ້ໄດ້ເນັ້ນຢ້ຳ​ໃຫ້​ເຫັນ​ເຖິງ​ຜົນ​ກະ​ທົບ​ຈາກ​ເງິນ​ເຢນ​ທີ່​ອ່ອນ​ຄ່າລົງ​ເມື່ອ​ທຽບ​ໃສ່​ເງິນ​ໂດ​ລາ​ສະຫະລັດ ​ແລະ ​ສະຖານະ​ການ​ເສດຖະກິດ​ຂອງ​ຍີ່ປຸ່ນ​ທີ່ຖົດຖອຍ.

ເງິນເຢນໄດ້ມີການອ່ອນຄ່າລົງເມື່ອລົງທຽບກັບເງິນໂດລາສະຫະລັດໃນປີ 2022 ທ່າມກາງຊ່ອງວ່າງລະຫວ່າງອັດຕາດອກເບ້ຍທີ່ເພີ່ມຂຶ້ນທັງສອງປະເທດ. ດ້ວຍ​ເຫດ​ນີ້, ມັນຈຶ່ງສົ່ງຜົນໃຫ້ອຳນາດ​ການ​ປົກຄອງ​ຍີ່ປຸ່ນ​​ເຂົ້າມາ​ແຊກ​ແຊງ​ໃນຫຼາຍ​ຄັ້ງ​ເພື່ອ​ຍຸຕິ​ການ​ຫຼຸດ​ລົງ​ຢ່າງ​ວ່ອງ​ໄວຂອງເງີນເຢນ.

ສຳນັກງານຄະນະລັດຖະມົນຕີກ່າວວ່າ ອັດຕາການແລກປ່ຽນເງິນໂດລາໂດຍສະເລ່ຍແມ່ນຢູ່ທີ່ 131.4 ເຢນໃນປີ 2022, ເມື່ອທຽບກັບປີທີ່ຜ່ານມາທີ່ 109.8 ເຢນ ເຊິ່ງນີ້ແມ່ນສູງກວ່າຫຼາຍ.

Luxembourg ເຊິ່ງເປັນສູນກາງທາງດ້ານການເງິນທີ່ສໍາຄັນໃນຢູໂຣບໄດ້ກາຍເປັນອັນດັບໜຶ່ງໂດຍມີ GDP ຕໍ່ຄົນຢູ່ທີ່ 124,592 ໂດລາ, ຕາມມາດ້ວຍນໍເວແມ່ນມີ GDP ຕໍ່ຄົນຢູ່ທີ່ 106,180 ໂດລາ ແລະ ໄອແລນແມ່ນມີ GDP ຕໍ່ຄົນຢູ່ທີ່ 104,237 ໂດລາ. ໃນສ່ວນຂອງສະ​ຫະ​ລັດ​ແມ່ນ​ຢູ່ທີ່​ອັນ​ດັບ​ 5 ໂດຍມີ GDP ຕໍ່ຄົນຢູ່ທີ່ 76,291 ໂດ​ລາ, ຮອງຈາກ​ຍີ່​ປຸ່ນອັນດັບທີ 21 ແມ່ນປະເທດເກົາຫຼີຕົກຢູ່ທີ່ອັນດັບທີ 22 ໂດຍມີ GDP ຕໍ່ຄົນຢູ່ທີ່ 32,423 ໂດລາ.

ຢ່າງໃດກໍຕາມ, ເສດຖະກິດຂອງຍີ່ປຸ່ນຍັງຄົງເປັນອັນດັບສາມຂອງໂລກໃນປີ 2022, ໂດຍມີ GDP ຢູ່ທີ່ 4.26 ພັນຕື້ໂດລາ, ໂດຍສະຫະລັດຍັງຄົງຄອງອັນດັບ 1 ໂດຍມີ GDP ຢູ່ທີ່ 25.44 ພັນຕື້ໂດລາ ຫຼື ໜຶ່ງສ່ວນສີ່ຂອງເສດຖະກິດໂລກ, ແລະ ຮອງລົງມາແມ່ນຈີນ ໂດຍມີ GDP ຢູ່ທີ່ 17.96 ພັນຕື້ໂດລາ. ຍີ່​ປຸ່ນ​ກວມ​ເອົາ 4,2% GDP ຂອງ​ໂລກເຊິ່ງ​ຕ່ຳ​ສຸດເປັນປະຫວັດສາດ, ຫຼຸດ​ລົງ​ຈາກ 5,1% ໃນ​ປີ​ທີ່ຜ່ານມາ.

ທີ່ມາ:

asia.nikkei

nippon

oecd

G7

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/