ຈີນ ເປີດມະຫາວິທະຍາໄລໃນກຳປູເຈຍ ເພື່ອໃຫ້ມີບຸກຄະລາກອນມີຄວາມສາມາດສາຍເຕັກໂນໂລຊີໂດຍສະເພາະ


ມະຫາວິທະຍາໄລເຕັກໂນໂລຊີ ແລະ ວິທະຍາສາດກຳປູເຈຍ-ຈີນ (CamTech) ເຊິ່ງກໍ່ຕັ້ງຮ່ວມກັນໂດຍ Federation of Khmer Chinese ໃນກຳປູເຈຍ ແລະ ມະຫາວິທະຍາໄລ ເຕັກໂນໂລຊີ ອຸດສາຫະກຳໜານຈິງ ໄດ້ເປີດການຮຽນການສອນ ໃນວັນພຸດທີ່ຜ່ານມາ ມີເປົ້າໝາຍເພື່ອເປີດໂອກາດໃຫ້ເຍົາວະຊົນ ທີ່ມີຄວາມສາມາດໄດ້ຮັບການສຶກສາໃນລະດັບອຸດົມສຶກສາ ໂດຍມະຫາວິທະຍາໄລຕັ້ງຢູ່ໃນ Chroy Changvar Satellite City ເຂດ Chroy Changvar ຂອງນະຄອນພະນົມເປນ ປະກອບດ້ວຍອາຄານຫຼັກ ສິ່ງອຳນວຍຄວາມສະດວກອັນລ້ຳສະໄໝຫຼາຍ ຕະຫຼອດຈົນຫ້ອງແລັບທົດລອງ, ສວນ ແລະ ໂຮງອາຫານ.

Hang Chuon Naron ລັດຖະມົນຕີວ່າການກະຊວງສຶກສາທິການ ເຍົາວະຊົນ ແລະ ກິລາ ຂອງກຳປູເຈຍເປີດເຜີຍວ່າ ມະຫາວິທະຍາໄລແຫ່ງນີ້ ເປັນອີກໜຶ່ງຄວາມສຳເລັດໃໝ່ຂອງຄວາມຮ່ວມມືລະຫວ່າງທັງ 2 ປະເທດ ແລະ ຈະມີບົດບາດສຳຄັນ ໃນການຊ່ວຍພັດທະນາຊັບພະຍາກອນມະນຸດໃນກຳປູເຈຍ, ໂດຍສະເພາະຢ່າງຍິ່ງໃນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງໃນປັດຈຸບັນກຳປູເຈຍ ມີສະຖາບັນອຸດົມສຶກສາ 132 ແຫ່ງ ເພີ່ມຂຶ້ນຈຳນວນຫຼາຍ ຈາກທິ່ມີພຽງ 8 ແຫ່ງໃນປີ

1997.

ພ້ອມກັນນີ້ ການປັບປຸງຄຸນະພາບການສຶກສາລະດັບອຸດົມສຶກສາ ໃນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເປັນກົນລະຍຸດສຳຄັນໃນການພັດທະນາຂອງກຳປູເຈຍ ໃນການເປັນປະເທດທີ່ມີລາຍໄດ້ປານກາງໃຫ້ໄດ້ໃນປີ 2030 ແລະ ເປັນປະເທດທີ່ມີລາຍໄດ້ສູງພາຍໃນປີ 2050.

ໃນຂະນະທີ່ ນັກສຶກສາຂອງມະຫາວິທະຍາໄລດັ່ງກ່າວ ຕ່າງກໍມີຄວາມຄິດເຫັນທີ່ກົງກັນວ່າ ມະຫາວິທະຍາໄລໃຫ້ຄວາມສຳຄັນກັບດ້ານເຕັກໂນໂລຊີເປັນຫຼັກ ມີຄວາມທັນສະໄໝຫຼາຍກວ່າມະຫາວິທະຍາໄລອື່ນໆໃນປະເທດ ມີຫ້ອງແລັບທົດລອງ ແລະ ເປີດສອນສາຂາເຕັກໂນໂລຊີສະໄໝໃໝ່ ເຊິ່ງເປັນທີ່ຕ້ອງການຫຼາຍທີ່ສຸດໃນຕະຫຼາດງານຂອງກຳປູເຈຍ. ໂດຍນັກສຶກສາທຸກຄົນຫວັງວ່າຈົບການສຶກສາແລ້ວ ຈະກາຍເປັນບຸກຄະລາກອນທີ່ມີຄວາມສາມາດອັນໂດດເດັ່ນຂອງປະເທດໃນສາຂາວິຊາທີ່ມະຫາວິທະຍາໄລເປີດສອນ.

ຂໍ້ມູຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/