ໜ່ວຍງານຄຸ້ມຄອງດູແລຂອງຮ່ອງກົງປະກາດສະເໜີໃບອະນຸຍາດໃຫ້ກັບຜູ້ອອກຫຼຽນ Stablecoin ທີ່ມີເງິນ Fiat ເປັນສະກຸນເງິນສຳຮອງ


ໜ່ວຍງານຄຸ້ມຄອງດູແລຂອງຮ່ອງກົງໄດ້ປະກາດວ່າຈະອອກໃບອະນຸຍາດໃຫ້ກັບຜູ້ອອກຫຼຽນ Stablecoin ແລະ Sandbox ເພື່ອໃຫ້ອົງການສາມາດເຂົ້າມາເບິ່ງແຍງພວກເຂົາໄດ້ ແລະ ໄດ້ແນະນໍາແນວທາງການປະຕິບັດຕາມສໍາລັບບໍລິສັດໃນອະນາຄົດ.

ນອກຈາກນີ້ທາງທະນາຄານກາງຮ່ອງກົງ (HKMA) ແລະ  Financial Services and the Treasury Bureau (FSTB) ກໍໄດ້ອອກມາສະແດງຄວາມຄິດເຫັນກ່ຽວກັບ Stablecoin ທີ່ໃຊ້ເງິນ Fiat ເປັນສະກຸນເງິນສຳຮອງໃນວັນທີ 29 ກຸມພາທີ່ຜ່ານມາ.

Fiat ແມ່ນສະກຸນເງິນປະເພດໜຶ່ງທີ່ຖືກອອກແບບເພື່ອຮັກສາມູນຄ່າຂອງມັນເທົ່າກັບ ສະກຸນເງິນຂອງປະເທດນັ້ນໆເຊັ່ນ: ເງິນໂດລາສະຫະລັດ ຫຼື ໂດລາຮ່ອງກົງ…

ການເຄື່ອນໄຫວໃນຄັ້ງນີ້ ທາງຮ່ອງກົງມີຄວາມພະຍາຍາມທີ່ຈະເຮັດໃຫ້ຕົນເອງ ກາຍເປັນສູນກາງ Cryptocurrency ໃນພູມີພາກ, ໂດຍເລີ່ມຈາກການອອກໃບອະນຸຍາດສຳລັບການໃຫ້ບໍລິການ crypto ໃນເດືອນມິຖຸນາ. ລວມທັງໄດ້ວາງແຜນການຄວບຄຸມກົດລະບຽບສໍາລັບຫຼຽນ Stablecoin ອີກດ້ວຍ.

ຢ່າງໃດກໍຕາມ, ສໍາລັບບໍລິສັດທີ່ຈະໄດ້ຮັບໃບອະນຸຍາດຈາກ HKMA, ຈຳເປັນຈະຕ້ອງມີຄຸນສົມບັດ ແລະ ເງື່ອນໄຂຕາມທີ່ຕ້ອງການ. ໂດຍບໍ່ສົນເລື່ອງຂອງຈຸດປະສົງໃນການອອກStablecoin ທີ່ຜູກກັບສະກຸນເງິນທີ່ແທ້ຈິງ, ເຊິ່ງລວມມີທັງເງິນໂດລາຮ່ອງກົງ ແລະ ຈໍາເປັນຕ້ອງໄດ້ມີໃບອະນຸຍາດເພື່ອດໍາເນີນການ ເພື່ອ​ໃຫ້​ສາ​ມາດຕອບສະໜອງການໃຫ້​ບໍ​ລິ​ການ​ຕະ​ຫຼາດ Stablecoin ກັບ​ປະ​ຊາ​ຊົນ​ຮ່ອງ​ກົງໄດ້​.

ທີ່ມາ:

coindesk

fstb.gov.hk

coindesk2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/